ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໄດ້ໄຂຂຶ້ນ ໃນວັນທີ 7 ກໍລະກົດນີ້ ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ, ໂດຍການເປັນປະທານ ຂອງທ່ານອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນວ,  ບັນດາທ່ານການນໍາພັກ-ລັດ ຂັ້ນນະຄອນຫຼວງ, ບັນດາທ່ານ ສະມາຊິກສະພາປະຊາຊົນ ນວ ພ້ອມດ້ວຍແຂກຖືກເຊີນ.

ໃນກອງປະຊຸມ ທ່ານ ອານຸພາບ ຕຸນາລົມ ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນວ ຄັ້ງນີ້ ຈະໄດ້ສຸ່ມໃສ່ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງນວ  ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງທ່ານເຈົ້າຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ,ແຜນງົບປະມານ 06 ເດືອນຕົ້ນປີ, ຕິດພັນກັບ ການປະເມີນຕີລາຄາໂດຍສັງເຂບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025); ການຈັດຕັ້ງປະຕິບັດ 8 ແຜນງານ, 20 ໂຄງການລະດັບຊາດ, ໂຄງການປິ່ນອອ້ອມ ທີ່ກໍານົດໃນແຜນການ 5 ປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງນະຄອນຫຼວງວຽງຈັນ; ພິຈາລະນາ ກ່ຽວກັບການສະເໜີປັບລາຄາຊົມໃຊ້ນໍ້າປະປາ ປີ 2025 ຂອງລັດວິສາຫະກິດນໍ້າປະປາ ນະຄອນຫຼວງວຽງຈັນ; ພິຈາລະນາ ແລະ ຮັບຮອງເອົາການປັບປຸງກົງຈັກການຈັດຕັ້ງ ຂອງອົງການປົກຄອງ ຕາມການສະເໜີຂອງທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ; ພິຈາລະນາ ແລະ ຮັບຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ກໍາຈັດຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ; ພິຈາລະນາ ແລະ ຮັບຮອງເອົາບົດສະຫຼຸບຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025 ຂອງສະພາປະຊາຊົນ ນະຄອນຫຼວງ ຊຸດທີ II ແລະ ແຜນການເຄື່ອນໄຫວພົບຜູ້ມີສິດເລືອກຕັ້ງເພື່ອເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນ ນະຄອນຫຼວງ ຊຸດທີ II; ພິຈາລະນາ ແລະ ປະກອບຄໍາເຫັນໃສ່ ແຜນພັດທະນາວຽກງານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄລຍະປີ 2026-2030; ຮັບຟັງການລາຍງານ ແລະ ຊີ້ແຈງບັນຫາສໍາຄັນຕາມການສະເໜີຂອງຄະນະປະຈໍາ ສະພາປະຊາຊົນ ຄື:

  • ຮັບຟັງການລາຍງານການຕິດຕາມກວດກາ ແລະ ຄຸ້ມຄອງການລົງທຶນພາຍໃນ ແລະ ຕ່າງປະເທດ ໃນຂະແໜງການທ່ອງທ່ຽວ ແລະ ບັນເທິງ;
  • ຮັບຟັງການລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງຫຼວງແຫ່ງຊາດເລກທີ 13ໃຕ້ເຂດບ້ານໂຄກສີວິໄລເມືອງໄຊທານີ ຫາ ບ້ານສົມສະຫວາດ ເມືອງປາກງຶ່ມ ນະຄອນຫຼວງ;
  • ຮັບຟັງການລາຍງານ ກ່ຽວກັບວິທີການ ແລະ ມາດຕະການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫຼວງວຽງຈັນ;
  • ຮັບຟັງການລາຍງານ ກ່ຽວກັບສະພາບການເກີດອັກຄີໄພ ແລະ ວິທີການ-ມາດຕະການສະກັດກັ້ນ ແລະ ແກ້ໄຂໃນຕໍ່ໜ້າ.

ນອກຈາກບັນດາເນື້ອໃນທີ່ກ່າວມາຂ້າງເທິງນີ້, ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານ-ຊີ້ແຈງ ແລະ ໃຫ້ຄວາມກະຈ່າງແຈ້ງ ຕໍ່ຄໍາຊັກຖາມຂອງບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ທີ່ຕັ້໊ງຂຶ້ນໃນກອງປະຊຸມ ຈາກສະມາຊິກອົງການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຕື່ມອີກ.

ໃນກອງປະຊຸມ ທ່ານ ອານຸພາບ ຕຸນາລົມ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ແລະ ບັນດາທ່ານສະມາຊິກສະພາປະຊາຊົນ ນວ ຈົ່ງໄດ້ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄໍາເຫັນ ຢ່າງມີປະຊາທິປະໄຕ, ເລິກເຊິ່ງ, ມີຈຸດສຸມ, ເຈາະຈົງ, ຊອກໃຫ້ໄດ້ບັນຫາຄົງຄ້າງ, ວິທີການ, ມາດຕະການແກ້ໄຂທີ່ຊັດເຈນ, ປະດິດສ້າງ, ພາວະວິໄສ, ມີເຫດຜົນຕົວຈິງ ແລະ ຮັບປະກັນຄວາມສອດຄ່ອງ ກັບນະໂຍບາຍຂອງພັກ, ຖືກຕ້ອງຕາມລະບຽບກົດໝາຍ, ຖືກຕ້ອງກັບສະພາບຈຸດພິເສດຕົວຈິງ ຂອງນະຄອນຫຼວງວຽງຈັນ ໃນປະຈຸບັນ, ເພື່ອແນໃສ່ຮັບປະກັນໃຫ້ບັນດາເນື້ອໃນທີ່ຖືກຮັບຮອງໃນກອງປະຊຸມ ສາມາດນໍາໄປຈັດຕັ້ງປະຕິບັດໄດ້ຢ່າງເປັນຮູບປະທໍາ ແລະ ເກີດດອກອອກຜົນ.

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa