ການນຳນະຄອນຫຼວງ ອວຍພອນວັນຊາດ ຫວຽດນາມ ຄົບຮອບ 80 ປີ
ວັນທີ 20 ສິງຫາ 2025 ທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳນະຄອນຫຼວງວຽງຈັນ ໄດ້ເຂົ້າອວຍພອນ ທ່ານ ຫວງຽນ ມິງເຕີມ ເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 80 ປີ (2/9/1945-2/9/2025).
ໂອກາດນີ້ ທ່ານ ອານຸພາບ ຕຸນາລົມ ໄດ້ຕາງໜ້າໃຫ້ຄະນະພັກ ອົງການປົກຄອງນະຄອນຫຼວງ ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດອັນໃຫຍ່ຫຼວງຮອບດ້ານ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມ ອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະ 80 ປີ ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງ ສະຫຼາດສ່ອງໃສ ຂອງພັກກອມມູນິດ ຫວຽດນາມ ເຮັດໃຫ້ ສສ ຫວຽດນາມ ສືບຕໍ່ມີສະຖຽນລະພາບທາງການເມືອງຢ່າງໜັກແໜ້ນ ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ວຽກງານປ້ອງກັນຊາດ ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ຊີວິດການເປັນຢູ່ຂອງປະຊາຊົນຫວຽດນາມ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ ການພົວພັນຮ່ວມມືກັບສາກົນໄດ້ຮັບການເປີດກວ້າງ ໄດ້ເຮັດໃຫ້ບົດບາດ ອິດທິພົນຂອງພັກ-ລັດ ຫວຽດນາມ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ ສ້າງປະເທດຫວຽດນາມ ເປັນລັດສັງຄົມນິຍົມ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງຂຶ້ນເລື້ອຍໆ.
ທ່ານ ອານຸພາບ ຕຸນາລົມ ຍັງໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ ສອງລັດ ແລະ ປະຊົນສອງຊາດ ລາວ-ຫວຽດນາມ ທີ່ນັບມື້ນັບມີຄວາມເລິກເຊິ່ງ ໃນທຸກຂົງເຂດວຽກງານ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ນັບຫຼາຍຂຶ້ນ ພ້ອມນັ້ນຍັງໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ຕໍ່ພັກ ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຢ່າງໃຫຍ່ຫຼວງ ລ້ຳຄ່າ ມີປະສິດທິຜົນ ແລະ ທັນການ ໃຫ້ແກ່ ສປປ ລາວ ໃນໄລຍະຕໍ່ສູ້ ເພື່ອປົດປ່ອຍຊາດໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນານະຄອນຫຼວງວຽງຈັນໃນປັດຈຸບັນໃຫ້ເຂັ້ມແຂງຂຶ້ນ.
ທ່ານ ຫວງຽນ ມິງເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ອານຸພາບ ຕຸນາລົມ ທີ່ໄດ້ນຳພາຄະນະ ມາອວຍພອນໃນໂອກາດວັນສຳຄັນດັ່ງກ່າວ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ລາວ-ຫວຽດນາມ ໃນຕະຫຼອດໄລຍະຜ່ານມາ ກໍຄື ປັດຈຸບັນ ຕີລາຄາສູງບັນດາຜົນສຳເລັດຂອງປະຊາຊົນລາວ ທີ່ຍາດມາໄດ້ ພາຍໃຕ້ການນຳພາຂອງພັກ ປະຊາຊົນປະຕິວັດ ລາວ ແລະ ໄດ້ອວຍພອນໃຫ້ ປະຊາຊົນລາວ ກໍຄືຊາວນະຄອນຫຼວງວຽງຈັນ ພາຍໃຕ້ການນຳພາຂອງພັກ ປະຊາຊົນ ປະຕິວັດລາວ ຈົ່ງຍາດໄດ້ຜົນສຳເລັດ ໃໝ່ໃຫຍ່ຫຼວງກວ່າເກົ່າໃນການສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າ.