ຄະນະນໍາ, ພະນັກງານ-ຄູອາຈານ ແລະ ນັກສຶກໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ນວ

ກອງປະຊຸມ ພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະນໍາ, ພະນັກງານ-ຄູອາຈານ ແລະ ນັກສຶກໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ ທັດສະນະສຶກສາ ແລະ ແລກປ່ຽນບົດຮຽນຢູ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 29 ສິງຫາ 2025 ຢູ່ທີ່ສະໂມສອນໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຮ່ວມຂອງສະຫາຍ ພົງສະຫວັນ ສີລິພັນ ກໍາມະການພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ສະຫາຍ ຄໍາຟອງ ພັດທະນາວົງ ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງແຂວງອຸດົມໄຊ. ບັນດາສະຫາຍຄະນະຮັບຜິດຊອບ, ຄູອາຈານ ແລະ ນັກຮຽນທັງສອງຝ່າຍ ເຂົ້າຮ່ວມ.

 

 

 

 

 

 

 

 

 

 

ສະຫາຍ ພົງສະຫວັນ ສີລິພັນ ກໍາມະການພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ກໍໄດ້ກ່າວຕ້ອນຮັບ ແລະ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຮັບຕ້ອນ ສະຫາຍ ຄຳຟອງ ພັດທະນາວົງ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ທີ່ໄດ້ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ນະຄອນຫຼວງວຽງຈັນ ເວົ້າລວມ ເວົ້າສະເພາະ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ. ຖືໂອກາດນີ້ ຕາງໜ້າໃຫ້ ຄະນະນໍາໂຮງ ຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ພ້ອມດ້ວຍຄະນະ ມາໃນໂອກາດນີ້ດ້ວຍ. ການມາຢ້ຽມຢາມ ແລະ ແລກປ່ຽນບົດຮຽນ ຂອງພວກສະຫາຍໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນທີ່ສຸດ ເພາະຢູ່ໃນຊວງເວລາທີ່ນະຄອນຫຼວງວຽງຈັນ ກຳລັງກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຄາດວ່າຈະເປີດຂຶ້ນໃນທ້າຍເດືອນກັນຍານີ້ ຊຶ່ງຄະນະນໍາໂຮງຮຽນ ຂອງພວກເຮົາໄດ້ເປັນສ່ວນໜຶ່ງທີ່ສໍາຄັນໃນການກະກຽມດ້ານເນື້ອໃນ ລາຍງານການເມືອງ, ແຜນພັດທະນາເສດຖກິດ-ສັງຄົມ ແລະ ເອກະສານປິ່ນອ້ອມ ຊຶ່ງເປັນອົງປະກອບທີ່ສໍາຄັນ ໃນການດໍາເນີນກອງປະຊຸມໃຫຍ່ ຂອງພັກ. ຕິດພັນກັບການສະເຫຼີມສະຫຼອງ 3 ວັນ ປະຫວັດສາດທີ່ສໍາຄັນຂອງພັກ, ຂອງຊາດ, ສ້າງຂະບວນການຮອບດ້ານກ້າວເຂົ້າສູ່ ກອງປະຊຸມໃຫຍ ຄັ້ງທີ XII ຂອງພັກ ຊຶ່ງຈະເປີດຂຶ້ນໃນຕົ້ນປີ 2026 ດ້ວຍຄວາມເປັນເຈົ້າການ.

ໂຮງຮຽນການເມືອງ ແລະ ການຍົກຄອງ ນະຄອນຫຼວງວຽງຈັນ ໄດ້ເຊັນບົດບັນທຶກຮ່ວມມື ກັບໂຮງຮຽນການເມືອງ ແລະ ການປົກຄອງ ແຂວງຫູໜານ, ຄັ້ງວັນທີ 05 ກັນຍາ 2023 ທີ່ນະຄອນຫຼວງວຽງຈັນ ສປປ ລາວ, ມີກຳນົດເວລາໄລຍະ 5 ປີ. ຊຶ່ງມີເນື້ອໃນທີ່ທັງສອງຝ່າຍ ເຫັນດີເພີ່ມທະວີການຮ່ວມມືໃນຂະແໜງການຕ່າງໆ ຕາມສະພາບຕົວຈິງ ຄື: ແລກປ່ຽນປະສົບການໃນການກໍ່ສ້າງພັກ; ການສຶກສາຝຶກອົບຮົມພະນັກງານ; ການບຳລຸງສ້າງຄູ-ອາຈານ ແລະ ແລກປ່ຽນດ້ານວິຊາການ; ການແລກປ່ຽນແຫຼ່ງຫໍສະໝຸດ ແລະ ຂໍ້ມູນຄົ້ນຄວ້າດ້ານວິທະຍາສາດ: ແລະ ຂະແໜງການອື່ນໆ. ພ້ອມນັ້ນ, ສອງຝ່າຍເຫັນດີເປັນເອກະພາບກັນ ໃນການຂຶ້ນປ້າຍ ຢູ່ 2 ຝ່າຍ ຄື: ຢູ່ໂຮງຮຽນການເມືອງ ແລະ ການປົກຄອງຫູໜານ (ໂຮງຮຽນການເມືອງ ແຂວງຫູໜານ) ຂຶ້ນປ້າຍເປັນ “ເຂດຝຶກອົບຮົມ ການບຳລຸງ-ກໍ່ສ້າງພະນັກງານ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ” ແລະ ຢູ່ໂຮງຮຽນ ການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ຂຶ້ນປ້າຍ “ເຂດຝຶກອົບຮົມ ການບຳລຸງ-ກໍ່ສ້າງພະນັກງານ ໂຮງຮຽນການເມືອງ ແລະ ການປົກຄອງຫູໜານ (ໂຮງຮຽນການເມືອງ ແຂວງຫູໜານ)”; ເປີດການນໍາໃຊ້ໃນຄັ້ງ ວັນທີ 26 ເມສາ 2025, ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ.

ໄດ້ເຊັນບົດບັນທຶກຮ່ວມມີ ກັບ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງປັກກິ່ງ, ຄັ້ງວັນທີ 19 ຕຸລາ 2023, ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ມີກຳນົດໄລຍະເວລາ 5 ປີ. ທັງສອງຝ່າຍ ເຫັນດີເພີ່ມທະວີການຮ່ວມມືໃນຂະແໜງການຕ່າງໆ ຕາມສະພາບຕົວຈິງລົງເລິກໃສ່ວຽກງານກໍ່ສ້າງພັກ-ພະນັກງານ; ຄົ້ນຄວ້າດ້ານວິທະຍາສາດ; ຫັນເປັນທັນສະໄໝມູນເຊື້ອການນໍາພາ ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງປັກກິ່ງ ແລະ ຂະແໜງການອື່ນໆ.

ສໍາລັບ ສສ ຫວຽດນາມ ພວກເຮົາໄດ້ມີການພົວພັນຮ່ວມມືກັບ ໂຮງຮຽນກໍ່ສ້າງພະນັກງານເລຣັ່ງຟອງ ນະຄອນຫຼວງຮ່າໂນ້ຍ, ສະຖາບັນກໍ່ສ້າງພະນັກງານໂຮ່ຈິມິນ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ການພົວພັນຮ່ວມມືແມ່ນກ່ຽວກັບບົດຮຽນການກໍ່ສ້າງ-ບຳລຸງພະນັກງານ ດ້ານທິດສະດີການເມືອງ-ການປົກຄອງ, ການຄົ້ນຄວ້າວິທະຍາສາດ, ຄົ້ນຄວ້າສະພາບການພັດທະນາເສດຖະກິດ-ສັງຄົມ ແລະ ແລກປ່ຽນບົດຮຽນການສິດສອນ, ການບຳລຸງກໍ່ສ້າງຄູ-ອາຈານ ທີ່ສອງຝ່າຍມີຄວາມສົນໃຈ ໃຫ້ເກີດປະໂຫຍດສູງສຸດ.

ທັງສອງຝ່າຍ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ມີການປະກອບຄໍາຄິດ ຄໍາເຫັນ ເຂົ້າໃນການຮຽນ-ການສອນ ພ້ອມທັງວຽກງານທີ່ກ່ຽວຂ້ອງອື່ນໆ ເພື່ອຈະໄດ້ນໍາໄປສືບຕໍ່ພັດທະນາຂະແໜງການຂອງຕົນ ໃຫ້ມີປະສິດທິພາບສູງຂຶ້ນກວ່າເກົ່າ. ພາຍຫຼັງສໍາເລັດການພົບປະແລກປ່ຽນບົດຮຽນ ທັງສອງຝ່າຍ ກໍໄດ້ສ້າງກິດຈະກໍາຮ່ວມກັນ ຢູ່ທີ່ເດີນກິລາຂອງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ເພື່ອສ້າງມິດຕະພາບ ແລະ ຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa