ຍ້ອງຍໍຂະບວນການກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ແລະ ຂະບວນການຕ້ານໄພນໍ້າຖ້ວມ

 

 

 

 

 

 

 

 

 

ພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ຈັດພິທີຍ້ອງຍໍຂະບວນການເປັນປະທານເຈົ້າຄອງນະຄອນຫຼວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ຂະບວນການປ້ອງກັນ ແລະ ຄວບຄຸມໄພພິບັດນໍ້າຖ້ວມຢູ່ນະຄອນຫຼວງວຽງຈັນ ປີ 2024 ຈັດຂຶ້ນໃນວັນທີ 22 ກໍລະກົດ 2025 ພາຍໃຕ້ການເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ກໍາມະການປະຈໍາພັກ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານຕາງໜ້າກໍາມະການປະຈໍາພັກ, ຕາງໜ້າພະແນການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ, ຕາງໜ້າຈາກບໍລິສັດ-ຫ້າງຮ້ານຕ່າງໆ ເຂົ້າຮ່ວມ.

ທ່ານ ນາງ ສຸມາລີ ທໍາມະວົງ ກໍາມະການພັກ, ຫົວໜ້າພະແນກພາຍໃນນະຄອນຫຼວງວຽງຈັນ ໄດ້ລາຍງານໃນພິທີນີ້ວ່າ: ການຍ້ອງຍໍໃນມື້ນີ້ສຸດທີ່ມີຄວາມໝາຍສໍາຄັນຢ່າງຍິ່ງ ບໍ່ສະເພາະແຕ່ເປັນການສະຫຼຸບຂະບວນການເທົ່ານັ້ນ ຫາກເປັນການຕີລາຄາຄວາມສາມາດ ແລະ ຄຸນນະພາບການນໍາພາ-ຊີ້ນໍາຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ກໍຄືຄະນະພັກແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພວກເຮົາຈຶ່ງສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງດ້ວຍ ຄວາມເປັນເຈົ້າການ ແລະ ການມີສ່ວນຮ່ວມຢ່າງຕັ້ງໜ້າຂອງພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ, ຕະຫຼອດຮອດປະຊາຊົນບັນດາເຜົ່າ; ຜ່ານການຈັດຕັ້ງປະຕິບັດວຽກງານຂອງບັນດາອະນຸກຳມະການຕ່າງໆ ທີ່ຖືກແຕ່ງຕັ້ງເຂົ້າຮ່ວມຮັບ ໃຊ້ໃນຂະບວນການກະກຽມ ແລະ ດຳເນີນການເປັນປະທານເຈົ້າຄອງນະຄອນຫຼວງອາຊຽນ, ກອງປະຊຸມເວທີເຈົ້ານະຄອນອາຊຽນ ໃນລະຫວ່າງວັນທີ 16-20 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ແລະ ການຈັດຕັ້ງປະຕິບັດວຽກງານຂອງຄະນະກຳມະການປ້ອງກັນໄພພິບັດຂັ້ນ ນະຄອນຫຼວງວຽງຈັນ ປີ 2024 ຄະນະພັກແຕ່ລະຂັ້ນ ລວມເຖິງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຍາມໃດກໍໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີປະສິດທິຜົນ ພ້ອມກັນປະກອບສ່ວນເປັນເຈົ້າພາບທີ່ດີ, ສາມາດແກ້ໄຂບັນຫາທີ່ປິ່ນອ້ອມໄດ້ທັນເວລາ ແລະ ທັນສະພາບການ, ມີການເຂົ້າຮ່ວມປະຊຸມສຸກເສີນ, ປຶກສາຫາລື, ຄົ້ນຄວ້າ, ໂຄສະນາເຜີຍແຜ່, ສະ ໜອງຂໍ້ມູນຂ່າວສານ, ພ້ອມທັງໃຫ້ການຮ່ວມມື, ສະໜັບສະໜູນວຽກງານດັ່ງກ່າວຢ່າງ ກວ້າງຂວາງ, ມີການລາຍງານຄວາມຄືບໜ້າຂອງການປະຕິບັດວຽກງານໃຫ້ຂັ້ນເທິງໄດ້ຮັບຊາບ ເປັນແຕ່ລະໄລຍະ, ຕໍ່ກັບການວາງແຜນການປະຕິບັດໜ້າທີ່ຢ່າງຮອບດ້ານ, ມີການປ້ອງກັນ ເວນຍາມຕະຫຼອດ 24 ຊົ່ວໂມງ; ສາມາດປຸກລະດົມກຳລັງແຮງງານ, ລວມເຖິງວັດຖຸ, ທຶນຮອນ, ເຕັກນິກວິຊາການຈາກທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມວຽກງານດັ່ງກ່າວຢ່າງກວ້າງຂວາງ ເປັນຂະບວນການຟົດຟື້ນ ແລະ ມີຜົນສໍາເລັດຢ່າງຈົບງາມ.

 

ສ່ວນບັນດາອະນຸກຳມະການທີ່ສ້າງຂະບວນການແຂ່ງຂັນໃນບັ້ນດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ປີ 2024 ເພື່ອໃຫ້ມີຄວາມເປັນເອກະພາບໃນການຍ້ອງຍໍສັນລະເສີນ ບຸກຄົນ ແລະ ກົມກອງລວມໝູ່ທີ່ໄດ້ປະກອບສ່ວນເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸທຶນຮອນ ເຂົ້າໃນຂະບວນ ການດັ່ງກ່າວ ແມ່ນໄດ້ສະເໜີການຍ້ອງຍໍຂັ້ນລັດຖະບານ ຕາມແຈ້ງການ ຂອງເຈົ້າຄອງນະຄອນຫຼວງວຽງຈັນ ສະບັບເລກທີ 01/ຈນວ, ລົງວັນທີ 22 ມີນາ 2024 ວ່າດ້ວຍການສ້າງຂະບວນການ ແຂ່ງຂັນ ແລະ ຄັດເລືອກການຍ້ອງຍໍບັ້ນກະກຽມ ແລະ ດໍາເນີນການເປັນປະທານ ອາຊຽນ ຂອງ ສປປ ລາວ ປີ 2024.

ເພື່ອເປັນການປະເມີນ, ສະຫຼຸບຕີລາຄາ ຂະບວນການແຂ່ງຂັນ ແລະ ຄັດເລືອກການຍ້ອງຍໍ ຜົນງານ, ຄຸນງາມຄວາມດີ ຂອງກົມກອງລວມໝູ່ ແລະ ບຸກຄົນທີ່ມີຜົນງານດີເດັ່ນປະກອບສ່ວນທາງດ້ານ ເຫື່ອແຮງ, ສະຕິປັນຍາ ແລະ ວັດຖຸທຶນຮອນ ເຂົ້າຮ່ວມຂະບວນການດັ່ງກ່າວ ໃຫ້ມີຄວາມຖືກຕ້ອງ ສອດຄ່ອງຕາມມາດຕະຖານເງື່ອນໄຂ ລາຍລະອຽດດັ່ງນີ້: ໃບຍ້ອງຍໍເຈົ້າຄອງນະຄອນຫຼວງວຽງຈັນ ຂະບວນການເຈົ້າຄອງນະຄອນຫຼວງອາຊຽນ ຈໍານວນ 571 ທ່ານ, ຍິງ 191 ທ່ານ; ໃບຍ້ອງຍໍເຈົ້າຄອງນະຄອນຫຼວງວຽງຈັນ ຂະບວນການປ້ອງກັນໄພພິບັດນໍ້າຖ້ວມ; ກົມກອງ ແລະ ບຸກຄົນ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ທຶນຮອນ ຈໍາ ນວນ 75 ກົມກອງ ແລະ 11 ທ່ານ; ບຸກຄົນ ທີ່ຊ່ວຍເຫຼືອທາງດ້ານກໍາລັງ, ເຫື່ອແຮງ ແລະ ສະຕິປັນຍາ ຈໍານວນ 2,563 ທ່ານ, ຍິງ 604 ທ່ານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa