ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດການຈັດຕັ້ງລະຫວ່າງ ຄະນະຈັດຕັ້ງ, ພະແນກພາຍໃນ, ຫ້ອງວ່າການ ແລະ ພະແນກການເງິນ ນະຄອນຫຼວງວຽງຈັນ ຊຶ່ງຈັດຂຶ້ນໃນວັນທີ 26 ສິງຫາ 2025 ຢູ່ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານ ຂອງທ່ານ ຄໍາມາ ແສງມີໄຊ ກໍາມະການປະຈໍາພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມມີພະແນກພາຍໃນ, ຫ້ອງວ່າການ, ພະແນກການເງິນ, ເລຂາພັກເມືອງ 9 ເມືອງ, ຫົວໜ້າຄະນະຈັດຕັ້ງ 9 ເມືອງ ພ້ອມດ້ວຍ ຫ້ອງການພາຍໃນ 9 ເມືອງ ເຂົ້າຮ່ວມ.
ໃນທີ່ປະຊຸມ ທ່ານ ນາງ ສຸມາລີ ທໍາມະວົງ ກໍາມະການພັກ, ຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກຜ່ານມາ ພ້ອມທັງວຽກ ແລະ ພະນັກງານ-ລັດຖະກອນ ທີ່ຈະໂອນໃຫ້ຄະນະຈັດຕັ້ງ, ຫ້ອງວ່າການ ແລະ ພະແນກການເງິນ ນະຄອນຫຼວງວຽງຈັນ ແລະ ທ່ານ ວິລະພົງ ອິນທິລາດ ຮອງຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ກໍໄດ້ຂຶ້ນຜ່ານຂໍ້ຕົກລົງມອບ ແລະ ໂອນພະນັກງານ-ລັດຖະກອນ; ຜ່ານຂໍ້ຕົກລົງລໍຖ້າຮັບບໍານານ; ຜ່ານຂໍ້ຕົກລົງແຕ່ງຕັ້ງຫົວໜ້າ, ຮອງຫົວໜ້າຄະນະຈັດຕັ້ງ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງ. ພ້ອມທັງໄດ້ມອບຂໍ້ຕົກລົງຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຜູ້ທີ່ລໍຖ້າຮັບບໍານານ.
ພະນັກງານ-ລັດຖະກອນ ທີ່ຈະໂອນໃຫ້ຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ປະກອບມີ: 18 ທ່ານ, ຍິງ 10 ທ່ານ; ຫ້ອງວ່າການນະຄອນຫຼວງວຽງຈັນ ປະກອບມີ 5 ທ່ານ, ຍິງ 1 ທ່ານ ແລະ ພະແນກການເງິນ ນະຄອນຫຼວງວຽງຈັນ ປະກອບມີ 5 ທ່ານ, ຍິງ 4 ທ່ານ.