ມອບໂອນວຽກສື່ມວນຊົນຂຶ້ນກັບໂຄສະນາອົບຮົມ ນວ.
ພິທີປະກາດປັບປຸງກົງຈັກການຈັດຕັ້ງພະແນກວັດທະນະທຳ ແລະ ການທ່ອງທ່ຽວ ນະຄອນຫຼວງວຽງຈັນ (ນວ) ແລະ ມອບໂອນວຽກສື່ມວນຊົນ (ຖະແຫຼງຂ່າວ) ໄປຂຶ້ນກັບຄະນະໂຄສະນາອົບຮົມ ນວ ຈັດຂຶ້ນວັນທີ 1 ກັນຍາ 2025 ຢູ່ພະແນກດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຊົງເລົ່າ ຢົງນູ່ ຮອງເລຂາຄະນະພັກນວ, ມີທ່ານ ນາງ ວຽງພອນ ແກ້ວຄູນສີ ຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທ່ຽວ ນວ ທ່ານ ພູທອນ ແກ້ວດວງມະນີ ຫົວໜ້າຄະນະໂຄສະນາອົບຮົມ ນວເຂົ້າຮ່ວມ.
ໃນພິທີໄດ້ຜ່ານຂໍ້ຕົກລົງຂອງເຈົ້າຄອງ ນວ ວ່າດ້ວຍການສັບຊ້ອນພະນັກງານ-ລັດຖະກອນທີ່ຮັບຜິດຊອບວຽກງານສື່ມວນຊົນ(ຖະແຫຼງຂ່າວ) ທີ່ຂຶ້ນກັບພະແນກ ຖວທ ນວ ໄປປະຈຳການຢູ່ ຄະນະໂຄສະນາອົບຮົມ ນວ ເຊິ່ງມີພະນັກງານທັງໝົດ 43 ທ່ານ ຍິງ 27 ທ່ານ ຜ່ານມະຕິຕົກລົງຂອງຄະນະປະຈຳພັກ ນວ ວ່າດ້ວຍການແຕ່ງຕັ້ງ ທ່ານ ວຽງຄຳ ສີສຸວົງ ຮອງຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ (ຜູ້ຊີ້ນຳວຽກງານສື່ມວນຊົນ) ເປັນຮອງຫົວໜ້າຄະນະໂຄສະນາອົບຮົມ ນວ ແຕ່ງຕັ້ງທ່ານ ນາງ ແກ້ວຊ້ອນ ຈັນທະນາມ ເປັນຫົວໜ້າກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ,ທ່ານ ບຸນທະວີ ສົມສີ ເປັນຫົວໜ້າກອງວິຊາການວິທະຍຸ-ໂທລະພາບ ພ້ອມທັງຜ່ານມະຕິຕົກລົງ ຄະນະປະຈຳພັກ ນວ ວ່າດ້ວຍການໂອນໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນວ ຄື: ໜ່ວຍພັກ ກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ-ສັງຄົມ ແລະ ກອງວິຊາການວິທະຍຸ-ໂທລະພາບ ນວ ເຊິ່ງມີສະມາຊິກພັກທັງໝົດ 33 ສະຫາຍ ຍິງ 18 ສະຫາຍ ໄປຂຶ້ນກັບຄະນະພັກ ຮາກຖານຄະນະໂຄສະນາອົບຮົມ ນວ ຕື່ມອີກ.