
ຄະນະຮັບຜິດຊອບຂັ້ນສູນກາງ, ລົງຊຸກຍູ້ການກະກຽມດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ນໍາພາໂດຍ ສະຫາຍ ວັນໄຊ ແພງຊຸມມາ ກໍາມະການສູນກາງພັກ, ຄະນະປະຈໍາພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະ ເຊິ່ງຈັດຂຶ້ນໃນຕອນບ່າຍຂອງວັນທີ 3 ກໍລະກົດ 2025 ຢູ່ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ຕ້ອນຮັບໂດຍສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າອະນຸກໍາມະການເນື້ອໃນກະກຽມດໍາເນີນກອງປະຊຸມໃຫຍ່ ຂັ້ນນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສະຫາຍ ຄະນະຮັບຜິດຊອບອະນຸກໍາມະການຕ່າງໆ ຂັ້ນນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ ເພື່ອປຶກສາຫາລື, ແນະນໍາ ແລະ ແລກປ່ຽນບົດຮຽນກ່ຽວກັບການກະກຽມເນື້ອໃນຮ່າງລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງວຽງຈັນ ແລະ ເອກະສານປິ່ນອ້ອມທັງໝົດ ກໍຄືການກະກຽມຄວາມພ້ອມຮອບດ້ານ ໃຫ້ແກ່ກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນ ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຄັ້ງທີ VIII. ໃນນີ້, ແຕ່ລະອະນຸກໍາມະການໄດ້ລາຍງານສະພາບການກະກຽມ ແລະ ດໍາເນີນແຜນວຽກຈຸດສຸມ. ຫຼັງຈາກນັ້ນ, ທັງສອງຝ່າຍໄດ້ມີການແລກປ່ຽນທາງດ້ານວິສາການ ເພື່ອຮັບປະກັນໃຫ້ເນື້ອໃນຮ່າງລາຍງານການເມືອງຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ອຸດົມສົມບູນຂຶ້ນ ເປັນຕົ້ນ ທາງດ້ານເນື້ອໃນຮ່າງລາຍງານການເມືອງ ໃຫ້ສະແດງເຫັນເຖິງຜົນງານການນໍາພາ-ຊີ້ນໍາ ຂອງອົງຄະນະພັກ ໃນໄລຍະຜ່ານມາ, ບົນພື້ນຖານທ່າແຮງບົ່ມຊ້ອນ ຂອງນະຄອນຫຼວງວຽງຈັນ.