ຄະນະໂຄສະນາອົບຮົມເມືອງຫາດຊາຍຟອງ ຮ່ວມກັບ ຫ້ອງວ່າການເມືອງຫາດຊາດຟອງ ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 10 ສະໄໝທີ XI ຂອງພັກ ຕິດພັນກັບການປາຖະກາຖາວັນສໍາຄັນຊາດ, ຂອງພັກ ຢູ່ທີ່ສະໂມສອນເມືອງຫາດຊາຍຟອງ ໃນວັນທີ 15 ສິງຫາ 2025 ພາຍໃຕ້ການເປັນປະທານ ແລະ ເປັນຜູ້ເຜີຍແຜ່ເຊື່ອມຊຶມ ຂອງສະຫາຍ ບົວໃສ ລຸນນະວົງສາ ເລຂາພັກເມືອງ, ປະທານກວດກາພັກ-ລັດ ເມືອງ, ໂດຍມີບັນດາສະຫາຍກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານຫ້ອງການ, ເລຂາພັກບ້ານ, ທະຫານ-ຕຳຫຼວດ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ໃນທີ່ປະຊຸມ, ປະທານກອງປະຊຸມໄດ້ຍົກໃຫ້ເຫັນ ແລະ ໄດ້ຕີລາຄາຢ່າງພາວະວິໄສ ຕໍ່ກັບບັນດາຜົນສໍາເລັດພື້ນຖານ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາ 06 ເດືອນ ຕົ້ນປີ 2025, ຊຶ່ງເຫັນວ່າ ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ທຸກຂັ້ນ ໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາເຄັ່ງຮ້ອນໃຫ້ຜ່ອນຄາຍລົງ, ເຮັດໃຫ້ປະເທດເຮົາສາມາດຜ່ານຜາ ແລະ ແກ້ໄຂບັນຫາໄດ້ໂດຍພື້ນຖານ, ການພັດທະນາເສດຖະກິດ-ສັງຄົມ ຍັງຮັກສາໄດ້ຈັງຫວະການຂະຫຍາຍຕົວຢ່າງຕໍ່ເນື່ອງ ເປັນຕົ້ນ ການຜະລິດສິນຄ້າ, ການຈັດ ເກັບລາຍຮັບງົບປະມານ ປະຕິບັດໄດ້ຕາມຄາດໝາຍ; ຍັງຮັກສາໄດ້ສະຖຽນລະພາບທາງ ການເມືອງ ແລະ ສັງຄົມມີຄວາມສະຫງົບ-ປອດໄພ ໂດຍພື້ນຖານ.
ກອງປະຊຸມ ໄດ້ຕີລາຄາຢ່າງກົງໄປກົງມາ ຕໍ່ຂໍ້ຄົງຄ້າງ ແລະ ສາເຫດ ທີ່ເຮັດໃຫ້ເກີດມີ ຂໍ້ຄົງຄ້າງ ເປັນຕົ້ນ ແມ່ນກົນໄກ, ຂອດຂັ້ນໃນການນໍາພາ ຂອງເລຂາຄະນະພັກ, ຄະນະພັກ ແລະ ການບໍລິຫານ-ຄຸ້ມຄອງ ຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງແຕ່ລະຂັ້ນ ກໍຄື ການປະຕິບັດກົດໝາຍ, ລະບຽບການຕ່າງໆ ຍັງບໍ່ທັນເຂັ້ມງວດເທົ່າທີ່ຄວນ: ການແກ້ໄຂບັນຫາ ຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ອັດຕາແລກປ່ຽນ, ອັດຕາເງິນເຟີ້, ຄ່າຄອງຊີບສູງ ແລະ ປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມ ເປັນຕົ້ນ ບັນຫາຢ່າເສບຕິດ, ການຄ້າມະນຸດ, ອຸບັດຕິເຫດຕາມທ້ອງຖະໜົນ, ການປະລະການຮຽນ-ການສອນ ແລະ ບັນຫາແຮງງານ ທີ່ຫຼັ່ງໄຫຼໄປຕ່າງປະເທດ ຍັງບໍ່ທັນໄດ້ດີເທົ່າທີ່ຄວນ.