ນະຄອນຫຼວງວຽງຈັນ ຫວນຄືນວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ແລະ ວັນຢືດອໍານາດ 23 ສິງຫາ

ນະຄອນຫຼວງວຽງຈັນ ຫວນຄືນວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ແລະ ວັນຢືດອໍານາດ 23 ສິງຫາ

ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ  ຈັດພິທີປາຖະກະຖາ ວັນສ້າງຕັ້ງລັດຖະທໍາມະນູນແຫ່ງຊາດ ຄົບຮອບ 34 ປີ ແລະ ວັນຢຶດອຳນາດ 23 ສິງຫາ ຄົບຮອບ 50 ປີ. ໃນວັນທີ 20 ສິງຫາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງຄະນະໂຄສະນາອົບຮົມສູນກາງພັກ ໂດຍໃຫ້ກຽດເປັນປະທານ ແລະ ປາຖະກະຖາຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີບັນສະຫາຍ ກໍາມະການພັກ, ກຳມະທິການສະພາປະຊາຊົນ, ກອງບັນຊາການທະຫານ-ກອງບັນຊາການປ້ອງກັນຄວາມສະຫງົບ, ເລຂາພັກເມືອງ-ເຈົ້າເມືອງ, ກໍາມະການປະຈໍາພັກເມືອງ-ກໍາມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ອ້ອມຂ້າງນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ສົມສະຫວາດ ເລັ່ງສະຫວັດ ໄດ້ຍົກໃຫ້ເຫັນເຖິງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງວັນລັດຖະທໍາມະນູນ ຊຶ່ງລັດເຮົາໄດ້ຄົ້ນຄວ້າ ແລະ ປະກາດໃຊ້ກົດໝາຍໃນແຕ່ລະຂະແໜງການ, ແຕ່ລະຂົງເຂດ ໄດ້ຈໍານວນທັງໝົດ 171 ສະບັບ. ໃນນັ້ນ, ຂົງເຂດການປົກຄອງ ແລະ ຍຸຕິທໍາ ຈໍານວນ 32 ສະບັບ;  ຂົງເຂດເສດຖະກິດ ຈໍານວນ 77 ສະບັບ; ຂົງເຂດວັດທະນາທໍາ-ສັງຄົມ ຈໍານວນ 45 ສະບັບ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຈໍານວນ 12 ສະບັບ; ຂົງເຂດການຕ່າງປະເທດ ຈໍານວນ 2 ສະບັບ; ວັນລັດຖະທຳມະນູນແຫ່ງຊາດ ແມ່ນການກໍານົດເອົາວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ສະບັບທຳອິດ (ວັນທີ 15 ສິງຫາ 1991) ເປັນລັດຖະທຳມະນູນແຫ່ງຊາດ. ພາຍຫຼັງລັດເຮົາ ໄດ້ຫັນເອົາແນວທາງປ່ຽນແປງໃໝ່ ຮອບດ້ານ ມີຫຼັກການຂອງພັກ ມາເປັນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ໄດ້ປະກາດໃຊ້ຢ່າງເປັນທາງການ ໃນວັນ ທີ 15 ສິງຫາ 1991, ສະພາແຫ່ງຊາດ ຊຸດທີ III (1992-1996) ໄດ້ຕົກລົງກໍານົດເອົາວັນດັ່ງກ່າວມາເປັນວັນລັດຖະທຳ ມະນູນແຫ່ງຊາດ ເພື່ອໃຫ້ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ໄດ້ມີໂອກາດຫວນຄືນ ແລະ ລະນຶກເຖິງວັນປະກາດໃຊ້ລັດຖະທຳມະນູນ ແຫ່ງ ສປປ ລາວ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈທີ່ຖືກຕ້ອງ, ຍົກສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມໃຫ້ສູງຂຶ້ນ. ລັດຖະທຳມະນູນ ສະບັບປີ 2025 ມາດຕາ 120 ວັກທີສາມ ໄດ້ກຳນົດເອົາວັນທີ 15 ສິງຫາ 1991 ເປັນວັນລັດຖະທຳມະນູນແຫ່ງຊາດ.

ພ້ອມກັນນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ຍັງໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນຂອງວັນຢຶດອຳນາດ 23 ສິງຫາ ປີ 1975 ເພາະວ່າ: ເປັນວັນແຫ່ງໄຊຊະນະ ແລະ ເປັນໝາກຜົນແຫ່ງການຕໍ່ສູ້ປະຕິວັດອັນຍືດເຍື້ອຍາວນານ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ; ມັນແມ່ນ ຜົນທີ່ເກີດຈາກຄວາມກ້າຫານປະດິດສ້າງແຫ່ງການນໍາໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຢຶດອໍານາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊໍ້າ ນໍ້າບໍ່ຂຸ່ນ”; ມັນແມ່ນໄຊຊະນະຂອງແນວທາງປະຕິວັດ ອັນຖືກຕ້ອງ ແລະ ການນໍາພາອັນສະຫຼາດສ່ອງໃສຂອງພັກ ທີ່ຮູ້ຫມູນໃຊ້ລັດທິມາກ-ເລນິນ ເຂົ້າໃນພຶດຕິກຳຕົວຈິງຂອງການປະຕິວັດລາວ ຢ່າງປະດິດສ້າງ; ມັນແມ່ນໄຊຊະນະຂອງກຳລັງແຮງ ແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນຂອງປວງຊົນທັງຊາດ, ຄວາມເປັນອັນໜຶ່ງອັນດຽວກັນຂອງ ກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ແມ່ນໄຊຊະນະຂອງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງ ປະຊາຊົນ 3 ຊາດ ຄື: ລາວ, ສັງຄົມນິຍົມຫວຽດນາມ ແລະ ກຳປູເຈຍ ທີ່ໄດ້ຄຽງບ່າຄຽງໄຫລ່ກັນຕ້ານສັດຕູໂຕດຽວກັນຕະຫຼອດໄລຍະການປະຕິວັດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດໃນປະຈຸບັນ.

ພ້ອມນັ້ນ ກໍເປັນໄຊຊະນະຂອງການຊ່ວຍເຫຼືອ, ສະໜັບສະໜູນອັນແຂງແຮງ ແລະ ປະເສີດເລີດລໍ້າ ສາທາລະນະລັດ ປະຊາຊົນຫວຽດນາມ ແລະ ບັນດາປະເທດສັງຄົມນິຍົມອ້າຍນ້ອງ ເປັນຕົ້ນແມ່ນອະດີດສະຫະພາບໂຊວຽດ, ສາທາລະນະລັດ ປະຊາຊົນຈີນ ແລະ ຂອງປະຊາຊົນຜູ້ກ້າວໜ້າໃນໂລກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa