
ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກ ສະໄໝ XII ຮອບທີ 1 ຈັດຂຶ້ນວັນທີ 12 ກັນຍາ 2025 ທີ່ສະໂມສອນກອງບັນຊາການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມບັນດາສະຫາຍກຳມະການປະຈຳພັກ, ກໍາມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນະຄອນຫຼວງວຽງຈັນ ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ຈະໄດ້ໄຂຂຶ້ນ ໃນຕົ້ນປີ 2026, ເຊິ່ງເປັນບາດລ້ຽວສໍາຄັນໃນການນໍາພາຂອງພັກ ເພື່ອສ້າງລະບອບປະຊາທິປະໄຕ ປະຊາຊົນໃຫ້ມີຄວາມເຂັ້ມແຂງ, ໝັ້ນຄົງ ແລະ ກ້າວສູ່ຈຸດໝາຍ ທີ່ພັກເຮົາໄດ້ກຳນົດໄວ້.
ໃນກອງປະຊຸມໃຫຍ່ຄັ້ງນີ້ ແມ່ນຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຢ່າງມີປະຊາທິປະໄຕ ເພື່ອຮັດແໜ້ນຄວາມສາມັກຄີເປັນຈິດໜຶ່ງໃຈດຽວພາຍໃນພັກ, ຮັບປະກັນມາດຕະຖານ, ເງື່ອນໄຂຖືກຕ້ອງຄົບຖ້ວນ ແລະ ມີລັກສະນະສືບທອດຕໍ່ເນື່ອງ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ພັກ ແລະ ປະເທດຊາດໄດ້ມອບໝາຍໃຫ້; ໃນສະພາບແວດລ້ອມ ສາກົນ ແລະ ພາກພື້ນ ທີ່ພວມຜັນແປໄປຢ່າງສັບສົນ, ສະຫຼັບສັບຊ້ອນ ແລະ ຄາດຄະເນໄດ້ຍາກ, ຊຶ່ງສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ຄວາມໝັ້ນຄົງ ແລະ ສະພາບເສດຖະກິດຂອງໂລກ ເວົ້າລວມ, ເວົ້າສະເພາະ ຢູ່ໃນປະເທດພວກເຮົາ ກໍ່ພວມປະເຊີນກັບຄວາມຫຍຸ້ງຍາກຫຼາຍດ້ານ ເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການຮັກສາຄວາມໝັ້ນຄົງຂອງຊາດ ມັນເລັ່ງທວງໃຫ້ພັກເຮົາຕ້ອງເພີ່ມທະວີບົດບາດ ແລະ ຄວາມສາມາດນໍາພາຂອງຕົນໃຫ້ສູງຂຶ້ນ ໂດຍສະເພາະແມ່ນບັນດາສະຫາຍ ກຳມະການຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ຕ້ອງເປັນໃຈກາງແຫ່ງການນໍາພາ ຮອບດ້ານໃຫ້ເຂົ້າສູ່ລວງເລິກ, ແທດຕົວຈິງໃນທົ່ວພັກ, ທົ່ວປວງຊົນ, ມີຄວາມເຂັ້ມແຂງເດັດຂາດ, ຍຶດໝັ້ນຫຼັກການນໍາພາຂອງພັກຢ່າງເຂັ້ມງວດ ແລະ ເພີ່ມຄວາມສະດຸ້ງໄວ, ມີຄວາມເສຍສະຫຼະ, ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກ, ມີຄວາມຈິງໃຈ, ເຮັດແທ້ທຳຈິງ, ເປັນແບບຢ່າງ ນໍາໜ້າ, ມີຄວາມສາມັກຄີເປັນປຶກແຜ່ນໃນພັກໃນລະດັບສູງ ເພື່ອນໍາພາປະເທດຊາດ ຜ່ານຜ່າໃຫ້ໄດ້ ຄວາມຫຍຸ້ງຍາກດ້ານເສດຖະກິດ ແລະ ກ້າວເດີນຕາມອຸດົມການຂອງພັກ, ນໍາພາປະຊາຊົນກ້າວໄປ ສູ່ຄວາມຈະເລີນຜາສຸກ ແລະ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
