ຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໄຂກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ IV ກອງປະຊຸມໃຫຍ່ ຄັ້ງທີ IV ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໄດ້ຈັດຂຶ້ນໃນວັນທີ 18 ມີນາ 2024 ເປັນປະທານຂອງສະຫາຍ ສົມຊາຍ ແສງປະດິດ ກໍາມະການປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ທະວີໄຊ ເໝົາຊົມພູ ກໍາມະການພັກ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງສີໂຄດຕະບອງ. ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງທັງສອງພາກ ແຕ່ປີ ...