ຫວນຄືນມູນເຊື້ອສອງວັນປະຫວັດສາດ
ໃນວັນທີ 13 ທັນວາ 2022 ຄະນະໂຄສະນາອົບຮົມເມືອງປາກງື່ມ ໄດ້ຈັດພິທີປາຖະກະຖາວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນທີ 13 ທັນວາ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອຍ 102 ປີ ທີ່ສະໂມສອນເມືອງປາກງື່ມ ໃຫ້ກຽດປາຖະກະຖາໂດຍ ທ່ານ ບຸນທອງ ພົມມະຈັນ ອະດິດຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ມີເລຂາ-ຮອງເລຂາ, ຄະນະປະຈຳພັກ, ຄະນະພັກເມືອງ, ຫົວຫນ້າຫ້ອງການ, ພະນັກງານສະມາຊິກພັກ ແລະ ເລຂາພັກບ້ານ ເຂົ້າຮ່ວມ.
ຄະນະບໍລິຫານງານພັກ ນວ ວາງກະຕ່າດອກໄມ້ເນື່ອງໃນໂອກາດວັນຊາດ
ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນຄ້າຍເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ໄດ້ໜູນວຽນມາຮອດອີກວາລະໜຶ່ງ ວັນທີ 2 ທັນວາ 2022 ຄະນະບໍລິຫານງານພັກ ອົງການປົກຄອງ ແລະ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນຳໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ນຳເອົາກະຕ່າດອກໄມ້ທີ່ສວຍສົດງົດງາມ ແລະ ແສນຫອມຫວນ ວາງຕໍ່ໜ້າຮູບປັ້ນຫຼໍ່ປະທານໄກສອນ ພົມວິຫານ ທີ່ສໍານັກງານປົກຄອງນະຄອນຫຼວງວຽງຈັນ.
ລະນຶກເຖິງວັນສຳຄັນຂອງພັກ, ຂອງຊາດ
ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ໄດ້ມີພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູ່ທີ່ສະໂມສອນສໍານັກງານປົກຄອງເມືອງສີສັດຕະນາກ ພ້ອມທັງມີພິທີປາຖະກະຖາ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ເດດສົງຄາມ ທໍາມະວົງ ກຳມະການປະຈໍາພັກ, ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ. ມີບັນດາສະຫາຍກໍາມະການປະຈຳພັກ, ກຳມະການພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກອງກຳລັງ ປກສ-ປກຊ, ເລຂາໜ່ວຍພັກ, ນາຍບ້ານ ທົ່ວເມືອງສີສັດຕະນາກ ເຂົ້າຮ່ວມ.
ໃນວັນທີ 1 ທັນວາ 2022 ອົງການປົກຄອງເມືອງໄຊທານີ ໄດ້ພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ປາຖະກະຖາເລົ່າມູນເຊື້ອໂດຍ ທ່ານ ພົຈວ ວັນເຮືອງ ນັນທະຈັກ ອາດີດຄະນະພັກກະຊວງປ້ອງກັນຄວາມສະຫງົບ, ອາດີດຜູ້ອຳນວຍການໂຮງຮຽນວິທະຍາຄານປ້ອງກັນຄວາມສະຫງົບ, ຮອງຄະນະກຳມະການດ້ານການເມືອງ
ໃນວັນທີ 1 ທັນວາ 2022 ອົງການປົກເມືອງສີໂຄດຕະບອງ ຈັດປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດິດກຳມະການພັກ, ຫົວໜ້າຄະໂຄສະນາອົບຮົມ ນວ, ມີຄະນະປະຈຳພັກ, ຄະນະພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາພັກບ້ານ, ນາຍບ້ານ ທົ່ວເມືອງສີໂຄດຕະບອງ ເຂົ້າຮ່ວມ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 77 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 156 |
![]() | ເດືອນນີ້ | 3651 |
![]() | ທັງໝົດ | 202524 |