ພິທີເປີດຮຽນທິດສະດີການເມືອງການປົກຄອງຊັ້ນຕົ້ນ ຮຸ່ນທີ 39
ພິທີເປີດຊຸດຮຽນທິດສະດີການເມືອການປົກຄອງຊັ້ນຕົ້ນຮຸ່ນທີ 39 ພະແນກສາທາລະນະສຸກນ.ວ ຊຸດທີ 1 ໄດ້ຈັດຂຶ້ນໃນວັນທີ 18 ພຶດສະພາ 2022 ຢູ່ທີ່ພະແນກດັ່ງກ່າວໂດຍການເຂົ້າຮ່ວມຂອງທ່ານ ຊົງເລົ່າ ຢົງນູ ກໍາມະການປະຈໍາພັກ ຫົວຫນ້າຄະນະໂຄສະນາອົບຮົມ ນ.ວ, ມີຮອງຫົວ ຫນ້າກົມຈັດຕັ້ງກະຊວງສາທາລະນະສຸກ, ຫົວຫນ້າພະແນກສາທາລະນະສຸກ ນ.ວ ພ້ອມດ້ວຍນັກ ສຶກສາເຂົ້າຮ່ວມ.
ກຸ່ມບໍລິສັດ FLC ສົນໃຈລົງທຶນຢູ່ນະຄອນຫລວງວຽງຈັນ
ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານນາງ ເຮືອງເຈີນ ກ້ຽວຢຸງ ຮອງປະທານ ຜູ້ປະຈຳການກຸ່ມບໍລິສັດ ການເງິນອະສັງຫາລິມະຊັບ ແລະການຄ້າ (FLC) ສສ ຫວຽດນາມ ພ້ອມຄະນະ ໃນວັນທີ 23 ມີນາ 2022 ທີ່ຫ້ອງວ່າການ, ໃນໂອກາດທີ່ເດີນທາງຕິດຕາມທ່ານ ລັດຖະມົນ ຕີກະຊວງແຜນການ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ມີນາ 2022.
ເປີດການນຳໃຊ້ລົດເມໄຟຟ້າ
ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍທ່ານ ພູຂົງ ບັນ ນະວົງ ຮອງເຈົ້າຄອງ ໄດ້ເປັນກຽດເຂົ້າຮ່ວມພິທີເປີດທົດລອງການນໍາໃຊ້ລົດເມໄຟຟ້າ ເພື່ອບໍລິການຂົນສົ່ງສາທາລະນະໃນນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 23 ມີນາ 2022.
ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານນາງ ວິໄລຄໍາ ໂພສາລາດ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ອີມ ມູຮົງ ເອກອັກຄະລັດຖະທູດ ສ ເກົາຫລີ ປະຈໍາສປປ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງໂຄງການປ້ອງກັນຕາຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄລຍະ II ທີ່ຈັດຂຶ້ນໃນວັນທີ 4 ມີນາ 2022 ຢູ່ເຂດແຄມຂອງ ເມືອງສີສັດຕະນາກ.
ໃນວັນທີ 25 ມັງກອນ 2022 ຜ່ານມາ ອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງການແນວລາວສ້າງຊາດ ແລະ ມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ຊັ້ນ 4. ໃຫ້ກຽດເປັນປະທານຂອງທ່ານ ຖະໝອມ ຖໍາທອງ ກໍາມະການປະຈໍາພັກ, ປະທານອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີພຣະເຖລານຸເຖລະ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າຈາກອະນຸກໍາມະການແນວລາວສ້າງຊາດ 07 ພາກສ່ວນ, ປະທານ, ຮອງປະທານແນວລາວສ້າງຊາດ 09 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.