45 ປີ ຂອງການພັດທະນາເສດຖະກິດນະຄອນຫລວງວຽງຈັນ

45 ປີ ຂອງການພັດທະນາເສດຖະກິດນະຄອນຫລວງວຽງຈັນ

(23 ສິງຫາ 1975-23 ສິງຫາ 2020)

......................

ເມື່ອ​ທົບ​ທວນ​ຫວນ​ຄືນ​ແລ້ວການຍຶດອໍານາດ 23 ສິງຫາ ຢູ່ນະຄອນວຽງຈັນ ໃນ 44 ປີກ່ອນ ນັ້ນແມ່ນ​ ​ເປັນ​ເຫດ​ການ​ການ​ເມືອງ ​ທີີ່​ມີ​ຄວາມ​ໝາຍ​ສໍາຄັນ​ຍິ່ງ​ຂອງ​ຊາດ​ລາວ, ກໍ​ຄື​ຊາວ​ນະ​ຄອນຫລວງ, ການ​ຢຶດ​ອໍານາດ 23 ສິງ​ຫາ​ ຢູ່ນະ​ຄອນ​ວຽງ​ຈັນ ເປັນການໂມ່ງບາດຄ້ອນມະຫັດສະຈັນເຂົ້າໃສ່ “ກໍາແພງ” ສຸດທ້າຍຂອງ ອິດທິກໍາລັງຈັກກະພັດຜູ້ຮຸກຮານ ແລະ ພວກປະຕິການຂາຍຊາດ ໃຫ້ມຸ່ນທະລາຍໄປຢ່າງສິ້ນເຊີງ, ເປັນການໄຂເສັ້ນທາງສູ່ໄຊຊະ ນະອັນສົມບູນ ຂອງການປະຕິວັດປົດປ່ອຍຊາດ, ປະ​ທິປະ​ໄຕ ​ແລະ ​ເປັນ​ພຶ້ນຖານ​ ຫລື ເປັນອາ​ລຸນ​ວັນ​ໃໝ່​ ຂອງ​ການ​ສ້າງ​ຕັ້ງ​ລະບອບ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ໃນ​ວັນ​ທີ 2 ທັນວາ 1975, ທັງແມ່ນ​ໝາກຜົນ​ຂອງ​ການ​ຕໍ່ສູ້​ປະຕິວັດ​ອັນ​ຍືດ​ເຍື້ອຍາວ​ນານ ທີ່​ເຕັມ​ໄປດ້ວຍ​ຄວາມ​ທຸກ​ຍາກ​ລໍາບາກ, ​ພິລະ​ອາດ​ຫານ, ການ​ເສຍ ສະຫລະ​ຊີວິດ ​ແລະ ​ເລືອດ​ເນື້ອ​ຂອງ​ປະຊາຊົນ​ລາວບໍ່​ຈັກ​ວ່າ​ເທົ່າ​ໃດ; ​ທັງ​ແມ່ນ​ໝາກຜົນ​ຂອງ​ການ​ນໍາ​ໃຊ້​ສາມ​ບາດ​ຄ້ອນ​ຍຸດ​ທະ​ສາດບຸກ​ໂຈມ​ຕີ​ສັດຕູ “ແບບ​ບົວ​ບໍ່​ຊໍ້ານໍ້າບໍ່​ຂຸ່ນ”,​ ທັງແມ່ນກຽດອັນສູງສຸດຂອງນັກຮັກຊາດ, ຊົນຊັ້ນກໍາມະກອນ, ນັກຮຽນຮູ້ປັນຍາຊົນ ແລະ ຜູ້ອອກແຮງງານ ຊາວນະຄອນວຽງຈັນ !

ພາຍຫລັງການຢຶດອໍານາດ 23 ສິງຫາ ​ແລະ ​ໄດ້ສ້າງຕັ້ງລະບອບສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ​​ໃນ​ວັນ​ທີ 2 ທັນວາ 1975 ​ແລ້ວ, ການປະຕິວັດລາວໄດ້ກ້າວສູ່ໄລຍະໃໝ່​​ໄລຍະແຫ່ງ​ການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ສໍາລັບຢູ່​ນະ​ຄອນ​ວຽງ​ຈັນຫລັງ​ຈາກ​ຢຶດ​ອໍ​າ​ນາດ​ການ​ປົກ​ຄອງ​ແລ້ວ,  ອົງຄະນະພັກນະຄອນວຽງຈັນ ສະ​ໄໝ​ຊຸດ​ທໍາອິດ ໄດ້ຈັດ​ຕັ້ງ​ນໍາພາ​ອໍານາດ​ການ​ປົກ​ຄອງ​ໃໝ່ ແລະ ປະ​ຊາ​ຊົນ​ແຂວງ-ກໍາແພງ​ນະ​ຄອນ​ວຽງ​ຈັນ​ເຮັດ​ໜ້າ​ທີ່ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ, ຈັດ​ຕັ້ງ​ນໍາພາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ, ປົວແປງ ແລະ ຍົກລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆມາ ອັນ​ທີ່​ພົ້ນ​​ເດັ່ນກໍ​ແມ່ນ​ການ​ສ້າງຄູ​ກັນ​ນໍ້າຂອງ​ໄລຍະ​ທໍາອິດ, ຕໍ່​ມາ​ກໍ່​ແມ່ນ​ການ​ສ້າງ​ຊົນລະປະທານ​ແກ້​ໄຂ​ຄວາມ​ຂາດ​ເຂີນ​ເຂົ້າ​ກິນ ​ແລະ ຕໍ່​ມາໃນຫລາຍ​ສະ​ໄໝ​ແຫ່ງ​ກາ​ນ​ນໍາພາ​ຂອງ​ອົງ​ຄະ​ນະ​ພັກ ໂດຍ​ສະ​ເພາະຫລັງ​ຈາກ​ມີ​ແນວ​ທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ໃນ​ປີ 1986 ເປັນ​ຕົ້ນ​ມາ, ນະຄອນຫລວງວຽງຈັນ ໄດ້ຮັບການຊີ້ນຳໂດຍກົງຈາກສູນກາງພັກ ແລະ ລັດຖະບານ ອັນໄດ້ເຮັດໃຫ້ ນວ ໄດ້ຮັບການພັດທະນາຢ່າງຮອບດ້ານ ແລະ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ອັນພົ້ນເດັ່ນແມ່ນ ນະຄອນຫລວງວຽງຈັນ ໄດ້ຮັບການແກ້ໄຂຄວາມທຸກຍາກຢ່າງມີຜົນສຳເລັດ, ເສດຖະ ກິດ ເຕີບໂຕສູງຢ່າງຕໍ່ເນື່ອງ, ປີ 2019 ລວມຍອດຜະລິດຕະພັນພາຍໃນບັນລຸ 48.860 ຕື້ກີບ, ເທົ່າກັບ 29,76% ຂອງທົ່ວປະເທດ (164.147 ຕື້ກີບ), ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ບັນລຸ 5.699 ໂດລາ, ທຽບໃສ່ປີ 1975 ເພີ່ມຂື້ນ 29 ເທື່ອ. ຈັດເກັບລາຍຮັບງົບປະມານໄດ້ 10.300 ຕື້ກີບ (ລວມຍອດລາຍຮັບທັງໝົດໃນຂອບເຂດ ນວ). ກວມເອົາຫລາຍກ່ວາ 40% ຂອງລາຍຮັບພາຍໃນປະເທດ (25.744 ຕື້ກີບ). ສຳລັບປີ 2020 ເຖິງວ່າຈະໄດ້ຮັບຜົນກະທົບຈາກການລະບາດຂອງ ພະຍາດໂຄວິດ-19 ຢ່າງໜັກໜ່ວງກໍ່ຕາມ, ຄາດຄະເນລວມຍອດພະລິດຕະພັນພາຍໃນຈະບັນລຸໄດ້ 52.509 ຕື້ກີບ, ເທົ່າກັບ 29,88% ຂອງທົ່ວປະເທດ (175.720 ຕື້ກີບ), ລວມຍອດພະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນ ຄາດວ່າຈະບັນລຸ 6.004 ໂດລາ, ຄາດຄະເນຈັດເກັບລາຍຮັບງົບປະມານຈະໄດ້ 9.090 ຕື້ກີບ (ລວມຍອດລາຍຮັບທັງໝົດໃນຂອບເຂດ ນວ). ກວມເອົາຫລາຍກ່ວາ 40% ຂອງລາຍຮັບພາຍໃນປະເທດຕາມແຜນດັດແກ້ (ສະພາແຫ່ງຊາດຮັບຮອງ 28.997 ຕື້ກີບ, ແຜນດັດແກ້ 22.725 ຕື້ກີບ), ດ້ວຍຈັງຫວະການພັດທະນາເສດຖະກິດ-ສັງຄົມ ຄືແນວນັ້ນ ປະຈຸບັນ ນະຄອນຫລວງວຽງຈັນ ມີໂສມໜ້າໃໝ່ຂອງຕົວເມືອງນັບມື້ເດັ່ນຊັດຂື້ນ, ການຮ່ວມມືກັບນະຄອນຫລວງ, ນະຄອນ ແລະ ແຂວງ ຂອງບັນດາປະເທດເພື່ອນມິດສາກົນ ນັບມື້ນັບກ້ວາງຂວາງ.

ໃນຕະຫລອດໄລຍະເວລາ 44 ປີ ຜ່ານມາ ເພື່ອລະນຶກວັນປະກາດຢຶດອໍານາດການປົກຄອງ ວັນທີ 23 ສິງຫາ ຄົບຮອບ 45 ປີ (23 ສິງຫາ 1975-23 ສິງຫາ 2020) ບົນເສັ້ນທາງອັນສະຫວ່າງສະໄຫວຂອງຍຸກສະ ໄໝພາຍໃຕ້ການນຳພາຂອງພັກ-ລັດຖະບານ ນະຄອນຫລວງວຽງຈັນ ໄດ້ຮັບການພັດທະນາດີຂື້ນເປັນກ້າວໆ ເຊີ່ງສະແດງອອກ ດັ່ງນີ້:

  1.  ການປ່ຽນແປງໃໝ່ ແລະ ຜົນສຳເລັດ 45 ປີ ຂອງການພັດທະນາ ເສດຖະກິດນະຄອນ ຫລວງວຽງຈັນ.

ພາຍຫລັງກອງປະຊຸມໃຫຍ່ ຄັ້ງທີ III  ຂອງພັກປະຊາຊົນ ປະຕິວັດລາວ ໄດ້ກຳນົດທິດທາງ, ແຜນການ ແລະ ໜ້າທີ່ລວມຂອງປະເທດຊາດ ໃນໄລຍະກ້າວຂື້ນສັງຄົມນິຍົມ, ລວມທັງຮັບຮອງເອົາທິດທາງ, ໜ້າທີ່ແຜນ ການພັດທະນາເສດຖະກິດ-ສັງຄົມ 5 ປີ ເທື່ອທີ I (1981-1985), ຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ໄດ້ຫັນມະຕິຂອງກອງປະຊຸມໃຫຍ່ ດັ່ງກ່າວ ເປັນແຜນຍຸດທະສາດ, ເປັນແຜນການອັນລະອຽດ. ສຳລັບນະຄອນຫລວງວຽງຈັນໄດ້ສືບຕໍ່ດຳເນີນການປະຕິວັດ 3 ດ້ານຄື: ດ້ານການຜະລິດກະສິກຳ, ດ້ານວິທະຍາສາດ-ເຕັກໂນໂລຊີ ແລະ ດ້ານວັດທະນະທຳ-ສັງຄົມ. ເຊີ່ງໃນຕະຫລອດໄລຍະ 10 ປີ (1975-1985) ຜ່ານມາ ລາຍຮັບສ່ວນໃຫຍ່ຂອງນະຄອນວຽງຈັນ ແມ່ນມາຈາກການຜະລິດກະສິກຳ, ອຸດສາຫະກຳ ແລະ ຫັດຖະກຳ ເປັນຕົ້ນຕໍ.

ຕະຫລອດຊຸມປີທີ່ຫຍຸ້ງຍາກ ໃນບາດກ້າວທຳອິດ ຂອງການສ້າງເສດຖະກິດນະຄອນວຽງຈັນ ເຖີງວ່າຈະປະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານ ເປັນຕົ້ນແມ່ນ ບັນຫາການກໍ່ຄວາມບໍ່ສະຫງົບດ້ານເສດຖະກິດ-ສັງຄົມ ທີ່ຍັງບໍ່ທັນມີກົນໄກຄຸ້ມຄອງອັນແໜ້ນໜາ ແຕ່ພາຍໃຕ້ການນຳພາຂອງພັກ-ລັດຖະບານ ໂດຍສະເພາະແມ່ນ ຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ເພື່ອກໍ່ສ້າງພື້ນຖານເສດຖະກິດ ຊີວິດການເປັນຢູ່ສົມທົບກັບກຳລັງແຮງຂອງຊາດ, ຂອງຍຸກສະໄໝ ມາເຖີງວັນທີ 13/3/1986 ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫລວງວຽງຈັນ ຄັ້ງທີ I ໄດ້ໄຂຂື້ນຢ່າງເປັນທາງ ກອງປະຊຸມຄັ້ງນີ້ຖືເປັນບາດລ້ຽວປະຫວັດສາດທີ່ສຳຄັນຍີ່ງໃນການວາງແນວ ທາງນະໂຍບາຍ ເພື່ອນຳພານະຄອນຫລວງວຽງຈັນ ກ້າວຂື້ນສູ່ຄວາມຈະເລີນສີວິໄລຕາມທິດສັງຄົມນິຍົມ ເຊີ່ງໄດ້ເປັນບ່ອນອີງ ແລະ ໄຂສັງກາດໃໝ່ ໃຫ້ແກ່ລະບົບການກໍ່ສ້າງພື້ນຖານໂຄ່ງລ່າງເສດຖະກິດ ໂດຍສະເພາະການກຳນົດທິດທາງນະໂຍບາຍ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີຄັ້ງທີ II,III,IV ແລະ V ຂອງຕົນ ແຕ່ປີ 1986-2000;

ເພື່ອໃຫ້ເຫັນບາດກ້າວເລີ່ມຕົ້ນຂອງການພັດທະນາເສດຖະກິດ ນະຄອນຫລວງວຽງຈັນ ໃນລະຍະດັ່ງກ່າວ (ແຕ່ປີ 1986-2010) ເຊີ່ງສະແດງໃຫ້ເຫັນສະຖິຕິໂດຍສັງເຂບດັ່ງນີ້:

 

 

ສົມທຽບແຜນການປີ

ທຽບໃສ່ແຜນພັດທະ ນາ 5 ປີຄັ້ງທີ II

                         

 

ສົກປີ (1986-1990)

ທຽບໃສ່ແຜນພັດທະນາ 5 ປີຄັ້ງທີ III

ສົກປີ 1991-1995

ທຽບໃສ່ແຜນພັດທະນາ 5 ປີຄັ້ງທີ IV

ສົກປີ 1996-2000

ທຽບໃສ່ແຜນພັດທະນາ 5 ປີຄັ້ງທີ V

ສົກປີ 2001-2005

ທຽບໃສ່ແຜນພັດທະນາ 5 ປີຄັ້ງທີ VI

ສົກປີ 2006-2010

ລວມຍອດຜະລິດ

ຕະພັນພາຍໃນ (%)

 

9,15%

9,67%

9,79%

12,10%

ກະສິກຳ (%)

12,2%

 

8,53%

7,40%

8,39%

ອຸດສາຫະກຳ (%)

10%

 

10,72%

10,82%

14,24%

ການບໍລິການ (%)

11,7%

 

7,62%

12,50%

22%

ລາຍໄດ້ສະເລ່ຍຕໍ່ຫົວຄົນ (USD)

 

459 (USD)

762 (USD)

1.075 (USD)

1.755 (USD)

 

  • ເສດຖະກິດ ນະຄອນຫລວງວຽງຈັນ ພາຍຫລັງສະເຫລີມສະຫລອງວຽງຈັນ 450 ປີ.

ພາຍຫລັງ ນວ ໄດ້ຈັດຕັ້ງປະຕິບັດແຜນງານ ແລະ ໂຄງການສະເຫລີມສະຫລອງວຽງຈັນ 450 ປີ (2010) ມານີ້ເສດຖະກິດກໍຍິ່ງເຕີບໃຫຍ່, ຂະຫຍາຍຕົວໃນອັດຕາສູງ; ໄດ້ຊຸກຍູ້ການພັດທະນາຕົວເມືອງ ເພື່ອເຮັດໃຫ້ຕົວເມືອງວຽງຈັນ ຫລຸດພົ້ນຈາກສະພາວະດ້ອຍພັດທະນາ ໄດ້​ກຳ­ນົດ​ຄາດ­ ໝາຍ​ສູ້​ຊົນ​ໃຫຍ່ ມີ 13 ແຜນ​ງານ 160 ໂຄງ­ການ​ຈຸດ​ສຸມ ນະຄອນຫລວງວຽງຈັນ ສາມາດປິດອອກຈາກບັນຊີເມືອງທຸກຍາກ ໃນປີ 2014 (ເມືອງສັງທອງ); ນະຄອນຫລວງວຽງຈັນ ໄດ້ຮູ້ແຮງການພັດທະນາເສດຖະກິດ ບົນພື້ນຖານກົນໄກເສດຖະກິດການຕະຫລາດ ແລະ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ, ຍູ້ແຮງການຂະຫຍາຍກຳລັງການຜະລິດເປັນຕົ້ນຕໍ, ສົ່ງເສີມການຜະລິກເປັນສິນຄ້າ ແລະ ການແກ້ໄຂບັນຫາທາງດ້ານການເງິນ ເຮັດໃຫ້ໂຄງປະກອບເສດຖະກິດໄດ້ຫັນປ່ຽນຖືກທິດ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ.

ໃນໄລຍະຂອງການດຳເນີນ ພາລະກິດປ່ຽນແປງໃໝ່, ການປະຕິບັດນະໂຍບາຍເຊື່ອມໂຍງສາກົນ ແລະ ແຜນການ 5 ປີຄັ້ງທີ V, VI, VII ແລະ ຄັ້ງທີ VIII, ເສດຖະກິດກໍຍິ່ງເຕີບໃຫຍ່, ຂະຫຍາຍຕົວໃນອັດຕາສູງ; ໂດຍອີງຕາມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ ປະຈຳປີ 2019 ສາມາດປະຕິບັດໄດ້ດັ່ງນີ້:

ເສດຖະກິດ ຂອງນະຄອນຫລວງວຽງຈັນ ສືບຕໍ່ຂະຫຍາຍຕົວ ຢູ່​ໃນ​ລະດັບ 9,58% ລື່ນແຜນການທີ່ຄາດຄະເນໄວ້ 0,08% (ມະຕິ ສປນວ 9,5%), ຄິດໄລ່ມູນຄ່າເພີ່ມໃນປີແມ່ນ 48.895,51 ຕື້ກີບ (ມະຕິ ສປນວ

48.860 ຕື້ກີບ), ສະເລ່ຍຕໍ່ຫົວຄົນ 5.699 ໂດລາສະຫະລັດ (ມະຕິ ສປນວ 5.695 ໂດລາສະຫະລັດ); ໃນນັ້ນ:

  • ກະສິກຳ-ປ່າໄມ້ ເພີ່ມຂຶ້ນ 3,54%, ກວມເອົາ 13,87% ຂອງ GDP (ມະຕິ ສປນວ ເພີ່ມຂຶ້ນ 4,2%, ກວມເອົາ 14,5% ຂອງ GDP);  
  • ອຸດສາຫະກຳ ເພີ່ມຂຶ້ນ 12,79%, ກວມເອົາ 50,28% ຂອງ GDP (ມະຕິ ສປນວ ເພີ່ມຂຶ້ນ 12,5%, ກວມເອົາ 48% ຂອງ GDP);
  • ການບໍລິການ ລວມທັງພາສີ-ອາກອນຜະລິດຕະພັນສຸດທິ ເພີ່ມຂຶ້ນ 9,30%, ກວມເອົາ 35,85% ຂອງ GDP (ມະຕິ ສປນວ ເພີ່ມຂຶ້ນ 9,5%, ກວມເອົາ 37,5% ຂອງ GDP).

ສຳລັບປີ 2020 ອີງຕາມຂໍ້ຕົກລົງຂອງ ເຈົ້າຄອນ ນະຄອນຫລວງວຽງຈັນ, ສະບັບເລກທີ 155/ຈນວ, ລົງວັນທີ 27/02/2020 ໄດ້ວາງຄາດໝາຍສູ້ຊົນ ຄືດັ່ງນີ້:

ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງໃນລະດັບສູງ, ລວມຍອດຜະລິດຕະພັນພາຍໃນນະ ຄອນຫລວງວຽງຈັນ ເພີ່ມຂຶ້ນບໍ່ຫລຸດ 9,5% ຄາດຄະເນມູນຄ່າ GDP ໃຫ້ໄດ້ໃນລະດັບ 54.080 ຕື້ກີບ; ສະເລ່ຍຕໍ່ ຫົວຄົນ 6.120 ໂດລາ; ໃນນັ້ນ:

+        ກະສິກຳ-ປ່າໄມ້ ເພີ່ມຂຶ້ນ   4,5%         ກວມເອົາ         14%  ຂອງ   GDP

+        ອຸດສາຫະກຳ    ເພີ່ມຂຶ້ນ 12,5%         ກວມເອົາ         49%  ຂອງ   GDP

         +        ການບໍລິການ (ລວມທັງພາສີ-ອາກອນຜະລິດຕະພັນສຸດທິ) ເພີ່ມຂຶ້ນ 10% ກວມເອົາ 37% ຂອງ GDP.

ນັ້ນແມ່ນຂໍ້ມູນ ຈຳນວນໜື່ງ ກ່ຽວກັບວຽງຈັນ, ເມື່ອທຽບໃສ່ປີ 1975 ເຫັນວ່າເມືອງວຽງຈັນປະຈຸບັນປ່ຽນແປງຢ່າງໃຫຍ່ຫລວງ ເມື່ອສົມທຽບໃສ່ 17 ແຂວງຂອງປະເທດ, ນະຄອນຫລວງວຽງຈັນ ກໍ່ນຳໜ້າທຸກດ້ານ, ທຽບໃສ່ນະຄອນຫລວງຂອງປະເທດອາຊຽນ ຂອງອາຊີ ແລະ ຂອງໂລກ ນະຄອນຫລວງວຽງຈັນ ເປັນນະຄອນບໍ່ໃຫຍ່, ລະດັບລາຍໄດ້ພໍປານກາງ, ທັງໝົດນີ້ບົ່ງບອກໃຫ້ພວກເຮົາເຫັນວ່າ ວຽງຈັນພວມຢູ່ໃນສະພາວະກຳລັງກ້າວອອກຈາກຄວາມດ້ອຍພັດທະນາ, ນີ້ຄືຄວາມເປັນຈິງ, ນີ້ຄືຈຸດທີ່ພວກເຮົາຕ້ອງຄຳນື່ງ ເພື່ອກ້າວໄປໜ້າ, ທັງເປັນຄວາມຮຽກຮ້ອງໃຫ້ພວກເຮົາຕ້ອງ ພ້ອມກັນຍົກ, ພ້ອມກັນຍໍ ພ້ອມກັນສ້າງກໍ່ ໃຫ້ເມືອງຫລວງຂອງພວກເຮົາ ກ້າວຂື້ນ.

  1.  ທ່າອ່ຽງຂະຫຍາຍຕົວ ແລະ ສະຖຽນລະພາບການຫັນປ່ຽນເສດຖະກິດ ຂອງ ນວ
    1. ບາງຂໍ້ຫຍຸ້ງຍາກ, ສິ່ງທ້າທາຍອຸປະສັກ ທີ່ກະທົບຕໍ່ການພັດທະນາ

- ການພັດທະນາເສດຖະກິດ-ສັງຄົມໄດ້ຂະຫຍາຍຕົວໄວ ແລະ ເປັນໄປຕາມກົນໄກເສດຖະກິດຕະຫລາດ, ແຕ່ຍັງມີສິ່ງທ້າທາຍດ້ານການຈັດສັນແຫຼ່ງທຶນ ເຂົ້າໃນການພັດທະນາ, ການຈັດເກັບລາຍຮັບ ແລະ ບັນຫາໜີ້ສິນສາທາ ລະນະ ຍັງເປັນສິ່ງໜັກໜ່ວງ ທ່ວງດຶງຄວາມຕ້ອງການຢາກພັດທະນາໄວ ຂອງນະຄອນຫລວງວຽງຈັນ.

ຂາດຖັນແຖວວິສາຫະກິດທີ່ມີລະດັບພຽງພໍ ມີຄວາມສາມາດປະດິດຄິດສ້າງສິ່ງໃໝ່, ນະວັດຕະກຳໃໝ່ ແລະ ວາງເປົ້າໝາຍວິໄສທັດໃນການດຳເນີນກິດຈະການຂອງຕົນໃຫ້ກ້າວໄປໜ້າຢ່າງຍືນຍົງເທື່ອ; ສ່ວນຫລາຍຫົວ   ໜ່ວຍວິສາຫະກິດ, ທຸລະກິດ ທີ່ດຳເນີນກິດຈະການໃນນະຄອນ ຢູ່ລະດັບກາງ-ນ້ອຍ ເຮັດໃຫ້ການຍົກສູງປະສິດ ທິພາບ ແລະ ການແຂ່ງຂັນກັບຫົວໜ່ວຍທຸລະກິດລາຍໃຫຍ່ທັງພາຍໃນ ແລະ ພາກພື້ນ ເປັນຕົ້ນ ຕະຫລາດແຮງງານ, ຕະຫລາດທຶນ, ຕະຫລາດຫຸ້ນ ແລະ ຕະຫລາດເງີນຕາ... ບໍ່ທັນສົມດູນ ແລະ ບໍ່ທັນສອດຄ່ອງກັບການຂະຫຍາຍ ຕົວຂອງກົນໄກການຕະຫລາດ.

- ທ່າແຮງບົ່ມຊ້ອນຂົງເຂດການທ່ອງທ່ຽວ, ການບໍລິການ, ການຜະລິດກະສິກຳ, ເຄື່ອງຫັດຖະກຳຕ່າງໆ, ການໝູນໃຊ້ຊັບພະຍາກອນທຳມະຊາດທີ່ສາມາດສ້າງລາຍຮັບໃຫ້ນະຄອນຫລວງວຽງຈັນ ມີຢ່າງຫລວງຫລາຍ ແຕ່ການບໍລິຫານຄຸ້ມຄອງຍັງບໍ່ທັນເປັນລະບົບ, ແຜນງານຂອງບັນດາໂຄງການທີ່ວາງອອກແມ່ນດີ ແຕ່ການນຳມາປະຕິບັດຕົວຈິງ ຍັງບໍ່ທັນມີຕົ້ນແບບທີ່ດີ ເພື່ອສະແດງໃຫ້ເຫັນໝາກຜົນເກັບກ່ຽວອັນພົ້ນເດັ່ນ.

- ການເພີ່ມຂື້ນ ແລະ ການເຄື່ອນຍ້າຍຂອງປະຊາກອນໃນຕົວເມືອງ ເປັນບັນຫາສຳຄັນ ແລະ ເປັນສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ການຊອກຫາທີ່ຢູ່ອາໄສ ແລະ ອາຊີບ, ບັນຫາການຊອກວຽກເຮັດງານທຳ, ລວມເຖີງປະກົດການຫຍໍ້ທໍ້ຕ່າງໆເຊັ່ນ: ການລັກຊັບ, ປຸ້ນຈີ້, ໂສເພນີ, ຢາເສບຕິດ, ອຸປະຕິເຫດ ແລະ ອາດຊະຍາກຳ...

- ຄວາມຮຽກຮ້ອງຕ້ອງການໃນການພັດທະນາຕົວເມືອງ ແລະ ຊານເມືອງນັບມື້ສູງຂຶ້ນ, ແຕ່ຄວາມສາມາດສະໜອງງົບປະມານຂອງລັດຈໍາກັດ ເພື່ອພັດທະນາພື້ນຖານໂຄ່ງລ່າງເຊັ່ນ: ຖະໜົນຫົນທາງ, ການບໍລິການສາທາ ລະນະປະໂຫຍດຕ່າງໆ ຍັງບໍ່ພຽງພໍກັບຄວາມຕ້ອງການ; ນອກນີ້ຍັງມີຜົນກະທົບຈາກໄພທຳມະຊາດ, ນ້ຳອັ່ງຂັງໃນຕົວເມືອງ, ນ້ຳຂອງ-ນ້ຳງື່ມຖ້ວມ, ລົມພາຍຸລະດູຮ້ອນ ແລະ ພະຍາດຕິດຕໍ່-ພະຍາດລະບາດຕ່າງໆ... ຕໍ່ສິ່ງທ້າທາຍດັ່ງກ່າວ ຈະເຮັດໃຫ້ມີທ່າອ່ຽງການພັດທະນາເສດຖະກິດເຕີບໂຕຖົດຖອຍ.

- ການຈັດຕັ້ງປະຕິບັດ ແບບປົກກະຕິຂອງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ການດຳລົງຊີວິດພາຍຫລັງການລະບາດຂອງພະຍາດໂຄວິດ-19 ດ້ວຍການດຳລົງຊີວິດດຳລົງຊີວິດແບບປົກກະຕິໃໝ່ (New Normal) ທີ່ຕ້ອງໄດ້ສຸມໃສ່ ການປັບປຸງ, ປ່ຽນແປງ ແລະ ປັບຕົວ. ໂດຍສະເພາະແມ່ນ 3 ຂະ ແໜງການທີ່ເປັນໃຈກາງຂອງການຂະຫຍາຍຕົວຂອງເສດຖະກິດ ຄື: ຂະແໜງກະສິກຳ, ອຸດສາຫະກຳ-ການຄ້າ, ການບໍລິການ-ການທ່ອງທ່ຽວ.

  1. ການພັດທະນາ ເສດຖະກິດ ຂອງນະຄອນຫລວງວຽງຈັນ ໄລຍະປີ 2010-2020.

+ ຕາຕະລາງສົມທຽບຕົວເລກການຂະຫຍາຍຕົວ ຂອງ  GDP ຂອງ ນວ.

 

ປີ

ລວມຍອດຜະລິດຕະພັນ (ຕື້ກີບ)

GDP (%)

ສົມທຽບ GDP ຂອງທົ່ວປະເທດ

ປີ 2010

14.916

12,65

23,68%

ປີ 2011

16.021

12,41

22,86%

ປີ 2012

19.166

12,20

23,48%

ປີ 2013

25.215

12,70

26,86%

ປີ 2014

29.106

12,54

27,25%

ປີ 2015

35.400

12,8

30,19%

ປີ 2016

37.447

10,92

27,41%

ປີ 2017

41.182

9,63

29,25%

ປີ 2018

44.620

9,3

29,33%

ປີ 2019

48.895

9,58

29,78%

ປີ 2020

52.509,87

6,32

29,88%

 

+ ຕາຕະລາງສົມທຽບການຫັນປ່ຽນໂຄງປະກອບເສດຖະກິດ ຂອງນະຄອນຫລວງວຽງຈັນ (%)

 

ຂົງເຂດເສດຖະກິດ

2010

2011

2012

2013

2014

2015

2016

2017

2018

2019

2020

ກະສິກຳ-ປ່າໄມ້

20,29

19,24

20,10

19,40

17,07

16

16,44

15,56

14,2

13,87

14,06

ອຸດສາຫະກຳ-ການຄ້າ

40,15

42,84

45,30

45,40

48,76

47

46

46,43

49,3

50,28

49,44

ການບໍລິການ

39,56

37,92

34,60

35,20

34,17

37

37,56

38,01

36,5

35,85

36,50

 

+ ຕາຕະລາງສົມທຽບ GDP ລາຍຮັບສະເລ່ຍຕໍ່ຫົວຄົນ ຂອງ ນວ.

 

 

2010

2011

2012

2013

2014

2015

2016

2017

2018

2019

2020

ລາຍຮັບສະເລ່ຍ

ຕໍ່ຫົວຄົນ (USD)

2.190

2.340

2.768

3.346

3.737

4.390

4.784

5.028

5.328

5.699

6.004

 

+ ຕາຕະລາງສົມທຽບ ການຈັດເກັບລາຍຮັບງົບປະມານ ຂອງ ນວ.

 

 

 

ການຈັດເກັບລາຍຮັບພູດ (ສູນກາງ)

ການຈັດເກັບລາຍຮັບ

ພູດ (ທ້ອງຖິ່ນ)

ຜົນການຈັດຕັ້ງປະຕິບັດ

ທຽບໃສ່ແຜນການປີ

ສູນກາງ

ທ້ອງຖິ່ນ

ປີ 2010

 

437,291.88

 

115.06%

ປິ 2011

2,030,214.46

545,761.52

102.58%

118.91%

ປີ 2012

2,141,390.94

931,271.15

89.08%

123.33%

ປີ 2013

2,208,507.38

995,196.81

88.65%

859.20%

ປີ 2014

2,298,476.54

1,201,929.06

86.89%

87.37%

ປີ 2015

2,416,074.86

1,214,578.87

77.12%

82.96%

ປີ 2016

813,840.74

214,803.76

117.19%

96.89%

ປີ 2017

2,820,595.89

1,038,966.96

76.40%

94.39%

ປີ 2018

2,886,746.75

1,284,674.12

86.74%

105.07%

ປີ 2019

3,033,013.98

1,399,229.96

88.56%

101.69%

ປີ 2020

2,858,270

1,186,190

94.23%

84.77%

 

                          + ຕາຕະລາງສົມທຽບ ອັດຕາເງິນເຟີ້ ຂອງ ນວ ປີ 2011-2019.

- ສຳລັບຜົນການຈັດຕັ້ງປະຕິບັດບັນດາຄາດໝາຍ ແຜນພັດທະນາເສດຖະກິດ-ສັງຄົມ ໃນ 6​ ເດືອນຕົ້ນປີ 2020 ສະແດງອອກແຕ່ລະຄາດໝາຍຄື:

ກ. ຄາດໝາຍດ້ານເສດຖະກິດ:

+ ການຂະຫຍາຍຕົວຂອງເສດຖະກິດ: ຄາດຄະເນໝົດປີ 2020 ເສດຖະກິດ ຂອງນະຄອນຫລວງວຽງຈັນ (GDP) ຈະຂະຫຍາຍຕົວຢູ່ໃນລະດັບ 6,3% (ສະພາປະຊາຊົນນະຄອນຫລວງວຽງຈັນ ຮັບຮອງ 9,5%), ຈະມີມູນຄ່າໃນປີ ປະມານ 52.509 ຕື້ກີບ (ແຜນການວາງໄວ້ແມ່ນ 54.080 ຕື້ກີບ), ສະເລ່ຍຕໍ່ຫົວຄົນຈະບັນລຸໄດ້ 6.004 ໂດລາສະຫະລັດ (ແຜນການວາງໄວ້ແມ່ນ 6.120 ໂດລາສະຫະລັດ); ໃນນັ້ນ:

  • ຂະແໜງກະສິກຳ ແລະ ປ່າໄມ້: ຄາດວ່າຈະຂະຫຍາຍຕົວໃນລະດັບ 3,2%, ຫລຸດແຜນການ 1,3%, ກວມເອົາ 14% ຂອງ GDP.
  • ຂະແໜງ ອຸດສາຫະກໍາ ການກໍ່ສ້າງ: ຄາດວ່າຂະຫຍາຍຕົວໃນ ລະດັບ  7,8%, ຫລຸດແຜນການ 4,7%, ກວມເອົາ 49,4% ຂອງ GDP.
  • ຂະແໜງບໍລິການ ແລະ ການຄ້າ: ຄາດວ່າຂະຫຍາຍຕົວໃນ ລະດັບ 5,1%, ຫລຸດແຜນການ 4,9%, ກວມເອົາ 35,9% ຂອງ GDP.
  • ພາສີອາກອນຜະລິດຕະພັນ ແລະ ນໍາເຂົ້າສຸດທິ: ຄາດວ່າຂະຫຍາຍຕົວໃນ ລະດັບ 0,15%, ກວມເອົາ 0,7% ຂອງ GDP.

 

+ ຄາດໝາຍການປະຕິບັດງົບປະມານ:

  • ດ້ານລາຍຮັບ: ຕົວເລກການເກັບລາຍຮັບເຂົ້າງົບປະມານ (ທ້ອງຖິ່ນ+ສູນກາງ) ທີ່ລັດຖະບານມອບໃຫ້ ນະຄອນຫລວງ​ວຽງຈັນ ຈັດເກັບປະຕິບັດໄດ້ 1.713,39 ຕື້ກີບ, ທຽບໃສ່ແຜນການປີ (5.245,78 ຕື້ກີບ) ເທົ່າກັບ 32,66% ​ ໃນນັ້ນ:
  1. ລາຍ​ຮັບ​ຂອງ​ທ້ອງ​ຖິ່ນ ປະຕິບັດໄດ້ 466,76 ຕື້ກີບ; ເທົ່າກັບ 30,58% ໃນນີ້:
  • ລາຍຮັບພາສີ-ສ່ວຍສາອາກອນ                                             442,26 ຕື້ກີບ.
  • ລາຍຮັບບໍ່ແມ່ນ ພາສີ-ສ່ວຍສາອາກອນ                                    24,50 ຕື້ກີບ.       
  1. ລາຍຮັບພູດສູນກາງ ປະຕິບັດໄດ້ 1.246,64 ຕື້ກີບ; ເທົ່າກັບ 33,52% ໃນນີ້:
  • ລາຍຮັບພາສີ-ສ່ວຍສາອາກອນ                                            1.245,84 ຕື້ກີບ.
  • ລາຍຮັບບໍ່ແມ່ນ ພາສີ-ສ່ວຍສາອາກອນ                                   0,80 ຕື້ກີບ.
  • ດ້ານລາຍຈ່າຍ: ປະຕິບັດລາຍຈ່າຍ ທັງໝົດ 247,11 ຕື້ກີບ, ເທົ່າກັບ 35,19%; ໃນນັ້ນ:
  • ​ເງິນ​ເດືອນ ​ແລະ ​ເງິນ​ນະໂຍບາຍ                                           199,44 ຕື້ກີບ.
  • ເງິນ​ບໍລິຫານ, ດັດສົມ-ສົ່ງເສີມ,ຊື້ໃຫມ່, ​ເງິນ​ແຮ ແລະ ​ອື່ນໆ            22,08 ຕື້ກີບ.
  • ລາຍຈ່າຍການລົງທຶນຂອງລັດ                                                25,58 ຕື້ກີບ.
  • ດຸ່ນດ່ຽງໃຫ້ສູນກາງ: 138,92 ຕື້ກີບ, ເທົ່າກັບ 16,85%. 

 

+ ຄາດໝາຍດ້ານ​ການ​ລົງທຶນໂດຍລວມ:

ການລົງທຶນທົ່ວສັງຄົມ ປະຕິບັດໄດ້ 12.747,47 ຕື້ກີບ, ເທົ່າກັບ 76,33% ແຜນການປີ (16.700 ຕື້ກີບ); ໃນນັ້ນ:

  •  ການລົງທຶນຂອງລັດ ປະຕິບັດໄດ້ 341 ໂຄງການ, ມູນຄ່າ 39,13 ຕື້ກີບ, ເທົ່າກັບ 25,93% ຂອງແຜນການປີ (150,80 ຕື້ກີບ).
  •  ການຊ່ວຍເຫລືອທາງການເພື່ອການພັດທະນາ ປະຕິບັດໄດ້ 13 ໂຄງການ, ເປັນທຶນທັງໝົດ 446,75 ຕື້ກີບ, ເທົ່າກັບ 68,73% ຂອງແຜນການປີ (650 ຕື້ກີບ).
  •  ການລົງທຶນໂດຍກົງຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຍັງສືບຕໍ່ດຳເນີນໄປພາຍໃຕ້ນະໂຍ ບາຍ ແລະ ມາດຕະການປ້ອງກັນພະຍາດ ໂຄວິດ-19; ໃນ 6 ເດືອນຕົ້ນປີ ສາມາດອອກອະນຸຍາດການລົງທຶນທັງໝົດ 1.074 ຫົວໜ່ວຍ, ມີມູນຄ່າອະນຸຍາດການລົງທຶນ ທັງໝົດ 9.899,66 ຕື້ກີບ (ຄາດຄະເນການນໍາເຂົ້າທຶນປະມານ 2.969,90 ຕື້ກີບ), ເທົ່າກັບ 23,02% ຂອງ​ແຜນການປີ (12.900 ຕື້ກີບ).
  •  ການລົງທຶນໃນຮູບແບບສິນເຊື່ອຈາກທະນາຄານ ປະຕິບັດໄດ້ 9.291,69 ຕື້ກີບ, ທຽບໃສ່ຄາດໝາຍທີ່​ວາງ​ໄວ້ (3.000 ຕື້ກີບ) ລື່ນແຜນການປີທີ່ວາງໄວ້ 2 ເທົ່າຕົວ.

 

+ ຄາດໝາຍດ້ານໂຍທາທິການ-ຂົນສົ່ງ, ການພັດທະນາ ແລະ ປະດັບປະດາຕົວເມືອງ:

  • ຄະນະພັກຮາກຖານໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍ ແລະ ແຜນວຽກພັດທະນາພື້ນຖານໂຄງລ່າງ ໂຍທາທິການ-ຂົນສ່ົງ ທົ່ວນະຄອນຫລວງ ລົງຫາເມືອງ ແລະ ບ້ານ ໂດຍຮັບປະກັນການໄປມາຫາສູ່ໄດ້ທຸກລະດູ ຊື່ງມາເຖີງປະຈຸ ບັນພື້ນຖານໂຄງ ລ່າງຄົມມະນາຄົມທົ່ວນະຄອນຫລວງວຽງຈັນ ມີຫລາຍກວ່າ 2.740 ກິໂລແມັດ, ໃນນັ້ນ:
  • ທາງປູເບຕົງ:            340,89 ກິໂລແມັດ, ໃນໄລຍະ 5 ປີ ເພີ່ມຂຶ້ນ 210,08  ກິໂລແມັດ ເທົ່າກັບ 61,6%
  • ທາງປູອັດສະຟານ:     167,03 ກິໂລແມັດ, ໃນໄລຍະ 5 ປີ ເພີ່ມຂຶ້ນ 82,03 ກິໂລແມັດ ເທົ່າກັບ    41,1%
  • ທາງປູຢາງ 2 ຊັ້ນ:     616,98 ກິໂລແມັດ, ໃນໄລຍະ 5 ປີ ເພີ່ມຂຶ້ນ  74,98 ກິໂລແມັດ ເທົ່າກັບ   12,1%
  • ທາງປູແຮ່:                1.227,64 ກິໂລແມັດ, ໃນໄລຍະ 5 ປີ ເພີ່ມຂຶ້ນ 20,64 ກິໂລແມັດ ເທົ່າກັບ  1,6%
  • ທາງທໍາມະຊາດ     387,64 ກິໂລແມັດ, ໃນໄລຍະ 5 ປີ ເພີ່ມຂຶ້ນ    28,64 ກິໂລແມັດ ເທົ່າກັບ  0,6%
  • ໄດ້ສ້ອມແປງເສັ້ນທາງຫລວງແຫ່ງຊາດ ເລກທີ 13 ເໜືອ, ທາງເລກທີ 13 ໃຕ້, ທາງເລກ 10 ແລະ ທາງເລກ 11 ຕອນເໜືອ ແລະ ສ້ອມແປງ ບັນດາເສັ້ນທາງທີ່ມີຄວາມສໍາຄັນ ລວມທັງໝົດໄດ້ 159,7 ກິໂລແມັດເປັນມູນຄ່າ 19.50 ຕື້ກີບ.
  • ການຂະຫຍາຍເສັ້ນທາງໃໝ່: ສ້າງທາງດ່ວນວຽງ​ຈັນ ໝາຍ​ເລກ 1 ແຕ່ເຂດເສດຖະກິດສະເພາະ ບຶງທາດຫລວງ-ດົງໝາກຄາຍ​ລວງຍາວ 15 ກມ, ປະ​ຕິ​ບັດ​ໄດ້ 8%, ສຳລັບ (ຊ່ວງທີ 2) ເປັນແລວທີ່ລັດຖະບານກຳນົດໃໝ່ແຕ່​ເມືອງ ໄຊ​ທາ​ນີ-ໄຊ​ເສດ​ຖາ-ຫາດ​ຊາຍ​ຟອງ ມີ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ທັງ​ໝົດ 13 ບ້ານ ຍັງຢູ່ໃນໄລຍະການ​ເກັບ​ກຳ​ຂໍ້​ມູນຕົວ​ຈິງ; ໂຄງການ ກໍ່ສ້າງທາງດ່ວນ ວຽງຈັນ-ວັງວຽງ ມີໄລຍະເສັ້ນທາງຕັດຜ່ານ ເມືອງ ນາຊາຍທອງ 31,02 ກິໂລແມັດ;ໂຄງການ ກໍ່ສ້າງເສັ້ນທາງດອນນົກຂຸ້ມ-450 ປີ ມີຄວາມຄືບໜ້າ 86,9%.
  •  ປະຕິບັດບັນດາໂຄງການ ​ສ້ອມ​ແປງ ແລະ ຟື້ນຟູໄພພິບັດປີ 2020 ຈຳນວນ 11 ໂຄງ​ການ ຊຶ່ງມີມູນຄ່າລວມ 16,47 ຕື້ກີບ, ສະເພາະ ປີ 2020 ໄດ້ຮັບງົບປະມານຈຳນວນ 10.36 ຕື້ກີບ, ປັດຈຸບັນ ກຳ​ລັງ​ປະ​ຕິ​ບັດ.
  •  ໄດ້ສືບຕໍ່ກໍ່ສ້າງປ້ອງກັນຕະຝັ່ງເຈື່ອນ ນໍ້າງື່ມ ແລະ ນໍ້າຂອງ ຈຳນວນ 5 ໂຄງການ ມີຄວາມຍາວທັງໝົດ 9.848 ແມັດ. ສຳລັບໂຄງການ ປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງ ໄລຍະ II ແຕ່ຫລັກ 3 ຫາ ຫາດດອກແກ້ວ ມູນຄ່າ 67,56 ລ້ານໂດລາ ພາຍໃຕ້ເງິນກູ້ດອກເບ້ຍຕ່ຳຂອງລັດຖະບານ ສ.ເກົາຫລີ ແມ່ນກໍາລັງກະກຽມປະມູນ.
  •  ໄດ້ສ້ອມແປງລະບົບສັນຍານ, ຂີດເສັ້ນແບ່ງຊ່ອງ, ຕິດຕັ້ງປ້າຍ ຈະລາຈອນ ແລະ ໄດ້ທາສີຂອບທາງຄືນໃຫມ່ 7 ເສັ້ນທາງ ສໍາເລັດ 100%.
  • ໄດ້ຄົ້ນຄ້ວາປັບປຸງແຜນຜັງເມືອງຮອດປີ 2030, ຄຸ້ມຄອງວຽກງານຜັງເມືອງ ຕິດຕາມການປຸກສ້າງ, ການຖົມດິນ ໃຫ້ຖືກຕ້ອງຕາມລະບຽບການ, ອະນຸມັດການກໍ່ສ້າງເຄຫາສະຖານ 154 ເອກະສານ ແລະ ອອກອະນຸຍາດຖົມດິນ 6 ເອກະສານ, ມີເນື້ອທີ່ 125.800 ຕາແມັດ; ໄດ້ວາງສີລາລືກຂະຫຍາຍນໍ້າປະປາດົງບັງຊຶ່ງມີ ກໍາລັງການຜະລິດ 24.000 ມ3 ຕໍ່ມື້, ປັດຈຸບັນກໍາລັງດໍາເນີນການກໍ່ສ້າງ.
  •  ໄດ້ກວດກາຈັດສັນ ຄວາມບໍ່ເປັນລະບຽບຮຽບຮ້ອຍ ຕາມເສັ້ນທາງສາຍຫລັກ ຢ່າງເປັນປົກກະຕິ, ແກ້ໄຂການຖິ້ມຂີ້ເຫຍື້ອຊະຊາຍ ຢູ່ດິນເປົ່າຫວ່າງ ແລະ ຕາມແຄມທາງ.
  •  ອານາໄມຮ່ອງນໍ້າສາຍແມ່, ສາຍສຳຮອງ ໄດ້ 5.655 ແມັດຍາວ, ທຽບໃສ່ແຜນການ ປະຕິບັດໄດ້ 22.61% (25.016 ແມັດຍາວ).
  •  ໄດ້ອານາໄມປັດກວາດເສັ້ນທາງ 17 ເສັ້ນທາງສາຍຫລັກ, ກວດກາ ແລະ ແກ້ໄຂ ຮ່ອງລະບາຍນໍ້າ ຕາມຖະໜົນ ເປັນປົກກະຕິ.
  •  ໄດ້ປະຕິບັດໂຄງການ ວຽງຈັນສະອາດ ແລະ ວຽງຈັນສີຂຽວ ດ້ວຍການສ້າງຂະບວນການອອກແຮງງານວັນເສົາແດງ ໄດ້ 21 ຄັ້ງ, ຊົ່ວໂມງວຽງຈັນສະອາດ ທຸກວັນພຸດ ໂດຍເນັ້ນໃສ່ 6 ເສັ້ນທາງຕົວແບບ ທີ່ໄດ້ກໍານົດໄວ້ ຄື: ຖະໜົນຫລວງພະບາງ, ສາມແສນໄທ, ທ່າເດື່ອ, ໄກສອນ ພົມວິຫານ, ກໍາແພງເມືອງ ແລະ ຖະໜົນ ອາຊຽນ.

 

ສັງລວມແລ້ວ 6 ເດືອນ ຕົ້ນປີ 2020 ເຖິງວ່າ ດຳເນີນໄປພາຍໃຕ້ສະພາບການພາຍໃນ ແລະ ພາຍນອກ ມີຄວາມຫຍຸ້ງຍາກ, ມີເຫດການລະບາດຂອງ ພະຍາດໂຄວິດ-19 ກໍ່ຕາມ, ແຕ່ແຜນວຽກຈຸດສຸມ ແລະ ບັນດາຄາດໝາຍຕົ້ນຕໍຂອງແຜນພັດທະນາເສດຖະກິດ-ສັງຄົມ, 12 ຄາດໝາຍໃຫຍ່ ແລະ 77 ຄາດໝາຍຍ່ອຍ ທີ່ມະຕິ 005/ສປນວ ໄດ້ຮັບຮອງສາມາດບັນລຸເປັນສ່ວນໃຫຍ່); ນວ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໂດຍພື້ນຖານ; ເສດຖະກິດໂດຍລວມ ຍັງໃນລະດັບປານກາງ 6-6,5%; ການພັດທະນາຕົວເມືອງ ດຳເນີນການເປັນປົກກະຕິ, ຊີວິດການເປັນຢູ່ຂອງປະຊາຊົນ ຊາວນະຄອນຫລວງວຽງຈັນ ສ່ວນໃຫຍ່ຢູ່ໃນເກນເກືອບປົກກະຕິ; ການພົວພັນຮ່ວມມືກັບບັນດານະຄອນ ແລະ ແຂວງຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນຍັງດຳເນີນການພາກຕົວຈິງ ໄດ້ໃນລະດັບດີຢູ່.

ເຖີງຢ່າງໃດກໍຕາມ ເມື່ອທຽບລະດັບການພັດທະນາຂອງບັນດານະຄອນຫລວງ ຂອງຫລາຍປະເທດ, ເຫັນວ່າ ນະຄອນຫລວງວຽງຈັນ ຍັງເປັນນະຄອນຫລວງ ດ້ອຍພັດທະນາເປັນຕົ້ນ: ຍັງມີໜີ້ສິນສາທາລະນະສູງ, ການຄົມມະນາຄົມຂອງຕົວເມືອງ, ກິດຈະການສາທາລະນະປະໂຫຍດ ບໍ່ທັນຕອບສະໜອງຕາມຄວາມຕ້ອງການ, ການບໍລິຫານຈັດການຕົວເມືອງ ແລະ ການຄຸ້ມຄອງ, ຈັດສັນຜັງເມືອງ ຍັງບໍ່ທັນເຂັ້ມງວດ, ປະກົດການຫຍໍ້ທໍ້ໃນສັງຄົມຍັງເກີດຂື້ນຫລາຍ ເປັນຕົ້ນ: ບັນຫາຢາເສບຕິດ, ອຸປະຕິເຫດຕາມທ້ອງຖະໜົນ, ຂໍ້ຂັດແຍ້ງການນຳໃຊ້ທີ່ດິນ ແລະ ອື່ນໆ. ສາເຫດຂອງບັນຫາດັ່ງກ່າວ ຍ້ອນສະຖານະພາບ ແລະ ຈຸດເລີ່ມຕົ້ນການພັດທະນານະຄອນຫລວງວຽງຈັນ ຢູ່ໃນລະດັບຕ່ຳ, ມີຄວາມຫຍຸ້ງຍາກດ້ານທຶນຮອນ, ນະໂຍບາຍ, ແຜນ ຜັງຕົວເມືອງ, ກົນໄກການບໍລິຫານເມືອງຫລວງ, ແຜນພັດທະນາເສດຖະກິດ-ສັງຄົມ ຍັງບໍ່ທັນຈະແຈ້ງ ແລະ ເປັນລະບົບຄົບຊຸດ. ການຂຸດຄົ້ນທ່າແຮງບົມຊ້ອນດ້ານທີ່ຕັ້ງທີ່ເປັນເມືອງຫລວງຂອງປະເທດ ຍັງບໍ່ທັນເສີມຂະຫຍາຍຢ່າງແຂງແຮງ, ບໍ່ທັນສາມາດເປັນເຈົ້າຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ການປະຕິບັດພັນທະ, ໜ້າທີ່ ແລະ ຄວາມຮັບຜິດຊອບໃນການມີສ່ວນຮ່ວມພັດທະນາຂອງຊາວເມືອງຫລວງ ຍັງບໍ່ທັນສູງ.

ຍ້ອນເຫັນໄດ້ສະພາບການດັ່ງກ່າວ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ດ້ວຍຄວາມຮັບຜິດຊອບການເມືອງ, ຄວາມບຸກເບີນສູ້ຊົນຂອງຄະນະພັກ, ອົງການປົກຄອງນະຄອນຫລວງວຽງຈັນ ເພື່ອຕອບສະໜອງການເລັ່ງທວງດ້ານການພັດທະນາ ກໍຄືສ້າງບັນດາປັດໄຈພື້ນຖານອັນໜັກແໜ້ນແກ່ນະ ຄອນຫລວງວຽງຈັນ ເຂົ້າສູ່ຄຸນນະພາບໃໝ່ ກົມການເມືອງສູນກາງພັກຈື່ງໄດ້ອອກມະຕິ ສະບັບເລກທີ107/ກມສພ, ລົງວັນທີ 30 ເມສາ 2020 ວ່າດ້ວຍການພັດທະນານະຄອນຫລວງວຽງຈັນໃນໄລຍະໃໝ່ ເຊີ່ງເປັນເທື່ອທຳອິດ ທີ່ນຳເອົາແບບແຜນ, ນະໂຍບາຍການພັດທະນາຕົວເມືອງໃນ ສປປ ລາວ ໂດຍສະເພາະລົງເລີກໃນ ນະຄອນຫລວງວຽງຈັນ ມາເປັນຄາດໝາຍທິດສະດີ ແລະ ພຶດຕິກຳ ໃຫ້ການພັດທະນາພື້ນຖານໂຄ່ງລ່າງ,  ແຜນຜັງຕົວເມືອງ, ສ້າງຄວາມໝັ້ນຄົງເຂັ້ມແຂງໃຫ້ນະຄອນຫລວງວຽງຈັນ ກ້າວໄປສູ່ການພັດທະນາເສດຖະກິດ ໃນໄລຍະໃໝ່.

  1. ທິດທາງ, ຄາດໝາຍ ແລະ ໜ້າທີ່ການພັດທະນາເສດຖະກິດ ນວ 10 ປີ ຂ້າງໜ້າ (2020-2030)

 ການພັດທະນານະຄອນຫລວງວຽງຈັນ ແມ່ນຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ອົງການປົກ ຄອງ, ສະພາປະຊາຊົນ ແລະ ຊາວນະຄອນຫລວງວຽງຈັນ, ພ້ອມນັ້ນກໍ່ເປັນຄວາມຮັບຜິດຊອບຂອງສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ອົງການອ້ອມຂ້າງສູນກາງ ໂດຍຖືວ່ານະຄອນຫລວງວຽງຈັນ ແມ່ນສູນລວມຂອງຊາດ, ເປັນໃຈກາງເຕົ້າຮ່ວມຄວາມສາມັກຄີຂອງປະຊາຊົນລາວບັນດາເຜົ່າ ເຊີ່ງມີໜ້າທີ່ພເຂົ້າຮ່ວມປ້ອງກັນ, ປົກປັກຮັກສາ ແລະ ສ້າງສາພັດທະນາ ນະຄອນຫລວງຂອງປະເທດ ໃຫ້ຈະເລີນວັດທະນາ. ເພື່ອສ້າງນະຄອນຫລວງວຽງຈັນ ເປັນຫົວໜ່ວຍຍຸດທະສາດທີ່ເຂັ້ມແຂງຂອງປະເທດ ສາມາດ ການແຂ່ງຂັນ ແລະ ພັດທະນານະຄອນຫລວງວຽງຈັນ ໃຫ້ຫຍັບເຂົ້າໃກ້ ແລະ ເທົ່າທຽມການພັດທະນາຂອງບັນດານະຄອນຫລວງ ໃນພາກພື້ນ ຄຽງຄູ່ ກັບການພັດທະນາກາຍຍະພາບຂອງຕົວເມືອງທີ່ທັນສະໄໝ ແລະ ຈະເລີນວັດທະນາ ໄດ້ນັ້ນພວກເຮົາຈົ່ງພ້ອມກັນປະຕິບັດຕາມ 4 ທິດທາງ, 4 ຄາດໝາຍ, 6 ໜ້າທີ່ ຕົ້ນຕໍຂອງການພັດທະນານະຄອນຫລວງວຽງຈັນ ດັ່ງນີ້:

+ 4 ທິດທາງ:

  1. ສ້າງນະຄອນວຽງຈັນ ໃຫ້ເປັນນະຄອນໜ່າຢູ່ ( Livable city) ສ້າງນະຄອນຫລວງວຽງຈັນ ໃຫ້ບັນລຸຕົວຊີ້ວັດ (6 ສ) ຄື: ສ ສະຫງົບ ຕົວເມືອງສາມາດກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ສ ສະອາດ ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍ; ສ ສີຂຽວ ຕົວເມືອງມີສະພາບແວດລ້ອມທຳມະຊາດທີ່ດີ; ສ ສະຫວ່າງ ຕົວເມືອງມີລະບົບແສງສະຫວ່າງໄຟຟ້າຄອບຄຸມທົ່ວເຖີງ (ລະບົບໄຟເຍືອງທາງ, ໄຟປະດັບເຄຫາສະຖານ-ສວນສາທາລະນະ ແລະ ພື້ນທີ່ສາທາລະນະປະໂຫຍດຕ່າງໆ);  ສ ສະເໜ່ ຕົວເມືອງມີວັດທະນະທຳ-ສັງຄົມ (ເອກະລັກຊາດ, ຮີດຄອງປະເພນີ ຕິດພັນການດຳລົງຊີວິດຂອງຄົນເມືອງຫລວງ ແຫ່ງຍຸກສະໄໝ); ສ ສີວິໄລ ຕົວເມືອງມີກາຍຍະພາບຕົວເມືອງທີ່ດີ (ພື້ນຖານໂຄ່ງລ່າງ, ເຄຫາສະຖານເປັນໄປຕາມແຜນຜັງຕົວເມືອງ, ມີລະບົບສາທາລະນະປະໂຫຍດອຳນວຍຄວາມສະດວກ ທີ່ທັນສະໄໝ, ໄດ້ຮັບການຍົກລະດັບສູ່ຄຸນນະພາບໃໝ່).
  2. ສ້າງເປັນນະຄອນວຽງຈັນ ໃຫ້ເປັນນະຄອນຍືນຍົງ ( Sustainable City) ສ້າງຕົວເມືອງທີ່ມີຄວາມທົນທານຕໍ່ຜົນກະທົບຈາກໄພທຳມະຊາດ (ຕະຝັ່ງເຈືອນ, ນ້ຳຖ້ວມ, ນ້ຳເປື້ອນ-ນ້ຳອັ່ງຂັງ ໃນຕົວເມືອງ ແລະ ຊານເມືອງ, ອັກຄີໄຟ, ໄຟໄໝ້ລາມປ່າ...) ອັນສຳຄັນແມ່ນຮັບປະກັນໃຫ້ມີແຫຼ່ງນ້ຳທຳມະຊາດທີ່ສະອາດ, ມີອາກາດທີ່ບໍລິສຸດ (ສາມາດຄວບຄຸມ ແລະ ມີແຜນປ້ອງກັນມົນລະພິດທາງອາກາດ), ມີເຂດປ່າໄມ້ສີຂຽວໃຈ ກາງເມືອງ, ມີຄອງນ້ຳໃຫຍ່, ມີໜອງນ້ຳ, ບຶງ ແລະ ປ່າສະຫງວນທີ່ດົກໜາ. ຮັບປະກັນໂຄງປະກອບການບໍລິການມີຄວາມສົມສ່ວນກົມກຽວຢ່າງຍາວນານ ກັບການພັດທະນາອຸດສາຫະກຳສະອາດ ແລະ ຍຶດໝັ້ນການກະສິກຳສີຂຽວເປັນເສົາຄ້ຳ, ສ້າງເງື່ອນໄຂໃຫ້ປະຊາຊົນ ສາມາດທຳມາຫາກິນ ແລະ ສ້າງຄວາມຮັ່ງມີເຂັ້ມແຂງຂື້ນເລື້ອຍໆ.
  3. ສ້າງນະຄອນວຽງຈັນ ໃຫ້ເປັນນະຄອນອັດສະລິຍະ (Smart City) ໂດຍນຳໃຊ້ ICT ແລະ ເຄື່ອງມືທັນສະໄໝເຂົ້າໃນການພັດທະນາຂະແໜງການ, ວິຊາຊີບຕ່າງໆ ບົນພື້ນຖານວິທະຍາສາດ, ເຕັກໂນໂລຊີໃໝ່ ໂດຍສະເພາະໃນຂົງເຂດການຄຸ້ມຄອງ-ບໍລິຫານລັດ, ການຄ້າ, ການເງິນ, ການທ່ອງທ່ຽວ, ການຂົນສົ່ງ, ການສຶກສາ, ການສ້າງຊັບພະຍາກອນມະນຸດ ແລະ ອື່ນໆ. ຍົກລະດັບການເຄື່ອນໄຫວຊີວິດສັງຄົມໃຫ້ໄປສູ່ການນຳໃຊ້ເຄື່ອງມື, ອຸປະກອນທີ່ທັນສະໄໝ ໃຫ້ກວມອາຕາສ່ວນສູງ.
  4. ຫັນເປັນຕົວເມືອງ (Urbannization) ດ້ວຍການສ້າງເຂດພັດທະນາໃໝ່ (ເຂດບຶງທາດຫລວງ, ເຂດກວມລວມໄຊເສດຖາ, ເຂດລ່ອງແທັງ, ເຂດແຄມຂອງ, ເຂດໜອງຈັນ, ໜອງບົວໃໝ່, ໜອງທາ, ໜອງອໍ້ ແລະ ອື່ນໆ...) ໃຫ້ກາຍເປັນເຂດຕົວເມືອງທັນສະໄໝ ແລະ ມີມາດຖານຕົວເມືອງອັດສະລິຍະ (Smart City) ແຕ່ຫົວທີ; ປັບປຸງຍົກລະດັບເຂດຊຸມຊົນຕົວເມືອງເກົ່າ ທີ່ຍັງເປັນເຄີ່ງຕົວເມືອງ-ເຄີ່ງຊົນນະບົດ, ສ້າງບ້ານໃນເຂດຊານເມືອງໃຫ້ເປັນເຂດຕົວເມືອງນ້ອຍທີ່ໜ່າຢູ່, ຍົກລະດັບການພັດທະນາເຂດເທດສະບານຕົວເມືອງຕ່າງໆ. ຈັດຕັ້ງປະຕິບັດແຜນຜັງສະບັບທີ III ໄລຍະຮອດປີ 2030 ແລະ ຄົ້ນຄ້ວາແຜນຜັງສະບັບທີ IV ໄລຍະແຕ່ປີ 2030-2060. ກຳນົດມາດຖານເຮືອນຢູ່, ຫ້ອງນອນຂອງຄົວເຮືອນໃຫ້ ເໝາະສົມ ເພື່ອຫລຸດຜ່ອນການສີ້ນເປືອງທີ່ບໍ່ຈຳເປັນ. ສ້າງລະບົບຂົນສົ່ງສາທາລະນະທີ່ທັນສະໄໝ ເຊື່ອມຈອດກັບສະໜາມບິນ, ສະຖານີລົດໄຟ, ສະຖານີລົດເມ...ຍົກລະດັບການນຳໃຊ້ລົດສາທາລະນະ ທີ່ແລ່ນດ້ວຍນ້ຳມັນເຊື້ອເພີງໄປສູ່ລະບົບໄຟຟ້າ ແລະ ເພື່ອຫລຸດຜ່ອນການນຳໃຊ້ລົດສ່ວນຕົວ ເພື່ອແກ້ໄຂມົນລະພິດຈາກຄັວນພາຫະນະໃນຕົວເມືອງ.

+ 4 ຄາດໝາຍ:

1) ສ້າງນະຄອນວຽງຈັນ ໃຫ້ບັນລຸ 7 ຕົວຊີ້ວັດ ຂອງການເປັນຫົວໜ່ວຍຍຸດທະສາດທີ່ເຂັ້ມແຂງ ແລະ ບັນລຸ 3 ໃນ 6 ຕົວຊີ້ວັດ ຂອງເມືອງໜ້າຢູ່ ຄື: ສ ສະຫງົບ, ສ ສະອາດ ແລະ ສ ສີຂຽວ; ແກ້ໄຂຄວາມດ້ອຍພັດທະນາດ້ານພື້ນຖານໂຄງລ່າງໃນເຂດເທດສະບານ, ແກ້ໄຂ ແລະ ຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍດ້ານທີ່ຢູ່ອາໄສ (ຊຸມຊົນແອອັດ) ແລະ ດ້ານການຈາລະຈອນໃນຕົວເມືອງ ແລະ ຊານເມືອງ. ຮອດໄລຍະກາລະໂອກາດສະເຫລີມສະຫລອງວຽງຈັນ ຄົບຮອບ 470 ປີ (ຄ.ສ 2030) ບັນລຸຕື່ມອີກ 3 ຕົວຊີ້ວັດ ຄື: ສ ສະຫວ່າງ, ສ ສະເໜ່ ແລະ ສ ສີວິໄລ ສ້າງໃຫ້ນະຄອນຫລວງມີລະດັບການພັດທະນາ ເທົ່າທຽມກັບບັນດາ ປະເທດອາຊຽນ ແລະ ມີຄວາມທັນສະໄໝ ໃນລະດັບປານກາງ.

2) ສ້າງໃຫ້ຊາວນະຄອນວຽງຈັນ ມີຄວາມເປັນເຈົ້າຕົນເອງ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໃນລະດັບສູງ ບົນຈິດໃຈ ຕົນເອງເພື່ອທຸກຄົນ ແລະ ທຸກຄົນເພື່ອຕົນເອງ ແລະ ມີສະຕິຕື່ນຕົວປະຕິບັດກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໃນລະດັບດີ.

3) ອົງການຈັດຕັ້ງພັກ-ລັດ ແລະ ພົນລະເມືອງ ທີ່ອາໄສ ແລະ ເຂົ້າມາອາໄສ ຢູ່ໃນນະຄອນຫລວງວຽງຈັນ ຕ້ອງຍືດໝັ້ນຄວາມເປັນເອກະພາບ, ມີຄວາມຮັບຜິດຊອບ ແລະ ມີຄວາມຕື່ນຕົວໃນລະດັບສູງ ເຂົ້າໃນການພັດທະນານະຄອນຫລວງວຽງຈັນ ຍຶດຖືການປະຕິບັດພັນທະເພື່ອນະຄອນຫລວງເປັນສິດທີ່ຄົນເມືອງຫລວງຕ້ອງປະຕິ ບັດ ເປັນຕົ້ນ ລັດຖະບັນຍັດວ່າດ້ວຍເມືອງຫລວງ, ລັດຖະບັນຍັດວ່າດ້ວຍອາກອນຕົວເມືອງ ແລະ ນິຕິກຳໃຕ້ກົດໝາຍ ເພື່ອຮັບໃຊ້ການຄຸ້ມຄອງ ແລະ ບໍລິຫານຕົວເມືອງ.

4) ສ້າງແຜນຜັງການພັດທະນາຕົວເມືອງ ສະບັບທີ III ໄດ້ຮັບການຈັດຕັ້ງປະຕິບັດໄປຕາມ 3 ວິໄສທັດຄື: ຫັນເປັນຕົວເມືອງທີ່ໜ້າຢູ່, ຍືນຍົງ ແລະ ອັດສະລິຍະ. ແກ້ໄຂສິ່ງທ້າທາຍ ແລະ ອຸປະສັກ ທີ່ກີດຂວາງ ແລະ ທວງດຶງການພັດທະນາໄວຂອງນະຄອນຫລວງ, ແບບແຜນການດຳລົງຊີວິດເອກາທິປະໄຕ ໃນຕົວເມືອງໄດ້ຮັບການແກ້ໄຂຢ່າງເຂັ້ມງວດ.

+ 6 ໜ້າທີ່ຕົ້ນຕໍ:

1) ດ້ານຄວາມໝັ້ນຄົງ, ການເມືອງ ແລະ ການປົກຄອງ: ປັບປຸງກໍ່ສ້າງອົງຄະນະພັກ ແລະ ຮາກຖານພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປັບປຸງອົງການລັດໃຫ້ມີປະສິດທິພາບ, ປະສິທິຜົນສາມາດປະຕິບັດພາລະບົດບາດຄຸ້ມຄອງລັດ-ຄຸ້ມຄອງສັງຄົມດ້ວຍກົດໝາຍ ທີ່ເຂັ້ມງວດ, ສັກສິດ ແລະ ຍຸຕິທຳ.

2) ດ້ານການພັດທະນາເສດຖະກິດ: ສູ້ຊົນໃຫ້ນະຄອນວຽງຈັນ ມີລາຍໄດ້ສູງກ່ວາລະດັບສະເລ່ຍທົ່ວປະເທດ 2 ເທື່ອ, ເທົ່າກັບ 10.000 ໂດລາ/ຄົນ/ປີ; ຮອດປີ 2030 ເປັນນະຄອນຫລວງ ທີ່ມີລາຍໄດ້ປານກາງຂອງອາຊຽນ ບັນລຸ 15.000 ໂດລາ/ຄົນ/ປີ. ຍົກລະດັບຊີວິດການເປັນຢູ່ຂອງປະຊາກອນໃນຕົວເມືອງໃຫ້ສູງຂື້ນ; ສຸມໃສ່ການພັດທະນາການຜະລິດກະສິກຳ ແລະ ອຸດສາຫະກຳເມືອງຫລວງທີ່ສະອາດ, ເປັນມິດກັບສິ່ງແວດລ້ອມ, ນຳໃຊ້ເຕັກນິກຂັ້ນສູງ, ສ້າງໃຫ້ເກີດມີນິຄົມອັດສະລິຍະ (Smart Farm), ເສດຖະກິດຮ່ວມມື, ສະຫະກອນແບບໃໝ່, ຍູ້ແຮງການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃຫ້ຫລາຍ, ປົດປ່ອຍແຮງງານດ້ວຍການຫັນໄປສູ່ການນຳໃຊ້ກົນຈັກປະເພດຕ່າງໆ ທີ່ໃຫ້ປະສິດທິຜົນສູງ; ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ່ IX, ຄັ້ງທີ X ບັນດາແຜນງານ ແລະ ໂຄງການໃຫຍ່ລະດັບຊາດເຊັ່ນ: ການບໍລິການຜ່ານປະຕູດຽວ, ການຜະລິດປຸງແຕ່ງສິນຄ້າ, ການຄ້ຳປະກັນສະບຽງອາຫານ,ການກະເສດທັນສະໄໝ, ທາງລົດໄຟ, ທາງດ່ວນ ແລະ ອື່ນໆ... ຫັນປ່ຽນໂຄງສ້າງເສດຖະກິດ ໃຫ້ສອດຄ່ອງກັບກົນໄກເສດຖະກິດຕະຫລາດ, ນຳໃຊ້ກາລະໂອກາດຈາກນະໂຍບາຍ ໜື່ງແລວທາງໜື່ງເສັ້ນທາງທາງລົດໄຟລາວ-ຈີນ, ການເຊື່ອມໂຍງເສດຖະກິດກັບອາຊຽນ (AEC), ນະໂຍບາຍຫັນເປັນອຸດສາຫະກຳ-ທັນສະໄໝ (ເສດຖະກິດ 4.0), ຫັນສູ່ນະວັດຕະກຳໃໝ່, ການນຳໃຊ້ເຕັກໂນໂລຊີໃໝ່, ເລັ່ງລັດການນຳໃຊ້ອຸປະກອນເຄື່ອງມືທີ່ທັນສະໄໝ, ນຳໃຊ້ ICT ເຂົ້າໃນການບໍລິຫານ-ຄຸ້ມຄອງ, ການຜະລິດ-ທຸລະກິດ, ປະຕິ ບັດນະໂຍບາຍພັດທະນາເສດຖະກິດ ຕາມທິດສີຂຽວ ແລະ ຍືນຍົງ.

3) ດ້ານວັດທະນະທຳ-ສັງຄົມ, ການສຶກສາ ແລະ ວິທະຍາສາດ: ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ດ້ານໃນສັງຄົມ, ໄພສັງຄົມ, ຄ້າມະນຸດ, ອາຊະຍາກຳ, ບັນຫາຂໍ້ຂັດແຍ້ງ ແລະ ຄະດີຄວາມໃນສັງຄົມ ປະຕິບັດໂຄງການ 3 ຫລຸດ: ຫລຸດອຸປະຕິເຫດ, ຫລຸດຢາເສບຕິດ, ຫລຸດປະກົດການຫຍໍ້ທໍ້ອື່ນໆ. ສ້າງຊຸມຊົນພັດທະນາ, ສັງຄົມສາມັກຄີປອງດອງ ສ້າງໃຫ້ຄົນເມືອງຫລວງມີແບບແຜນທີ່ກ້າວໜ້າ, ສີວິໄລ ມີນ້ຳໃຈຮັກຊາດ, ຮັກຄວາມເປັນທຳ, ມີລະບຽບວິໄນ, ເຄົາລົບກົດໝາຍ, ເຄົາລົບນັບຖື ແລະ ຮູ້ບຸນຄຸນຕໍ່ພໍ່ແມ່, ຕໍ່ພັກ-ລັດ, ຕໍ່ຜູ້ນຳ ແລະ ວິລະຊົນ ຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດຊາດ; ຈັດຕ້ັງປະຕິບັດຍຸດທະສາດການສຶກສາ, ຍົກລະດັບການຄົ້ນຄ້ວາ ແລະ ນຳໃຊ້ວິທະຍາສາດ-ເຕັກໂນໂລຊີ ໃນໄວເກນອາຍຸຊັ້ນມັດທະຍົມຕອນຕົ້ນ-ຕອນປາຍ ແລະ ມະຫາວິທະຍາໄລ; ພົນລະເມືອງອັດຕາສ່ວນຫລາຍ ມີລະດັບຮຽນຮູ້ພາສາສາກົນຢ່າງ  ໜ້ອຍໜື່ງພາສາ; ມີຖັນແຖວນັກວິຊາການ, ຊ່ຽວຊານ ສາມາດຄົ້ນຄ້ວາ, ນຳໃຊ້ ແລະ ຕອບສະໜອງໂດຍພື້ນຖານກັບຍຸດທະສາດດ້ານວິທະຍາສາດ, ວິທະຍາການ ກັບຍຸດທະສາດການພັດທນະາເສດຖະກິດ ຢ່າງມີປະສິດທິຜົນ.

4) ດ້ານການພັດທະນາຕົວເມືອງ: ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ, ແກ້ໄຂສະຖານະພາບຄວາມດ້ອຍພັດທະນາໃນເຂດໃຈກາງເມືອງ, ແກ້ໄຂບັນຫາຊຸມຊົນແອອັດ, ເຮືອນຮ້າງຊຸດໂຊມ, ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍຕາມເສັ້ນທາງ, ລົດຕິດ...ຂະຫຍາຍຕົວເມືອງວຽງຈັນ ໃຫ້ເປັນຕົວເມືອງທີ່ມີຂະໜາດປານກາງ, ສ້າງເງື່ອນໄຂໃຫ້ປະຊາກອນໄດ້ມີທີ່ຢູ່ອາໄສ ແລະ ມີວຽກເຮັດງານທຳທີ່ໝັ້ນຄົງ, ຢຸດຕິການຂະຫຍາຍໝູ່ບ້ານ ໃນເຂດດິນກະສິກຳ; ຮີບຮ້ອນປະຕິບັດໂຄງການຂົນສົ່ງສາທາລະນະ, ໂຄງການສ້າງຄັນຄູປ້ອງກັນນ້ຳຂອງ ໄລຍະ 2, ໂຄງການສຳຫລວດ ແລະ ອອກແບບສ້າງຄັນຄູປ້ອງກັນນ້ຳຖ້ວມ ແລະ ພັດທະນາ 2 ຟາກແມ່ນ້ຳງື່ມ, ປັບປຸງແຜນຜັງຄອງລະບາຍທາງນ້ຳ, ນ້ຳເປື້ອນ-ນ້ຳເສຍໃນຕົວເມືອງ, ຄອງນ້ຳວຽງຈັນ, ໂຄງການສ້າງເທດ ສະບານຂອງເມືອງ ແລະ ຊົນນະບົດໃໝ່, ສຸມໃສ່ເຂດໃຈກາງເມືອງຫລວງໃຫ້ມີຄວາມໂດດເດັ່ນ, ຊັບຊ້ອນຄືນໃໝ່ບາງພູມສັນຖານ ໃນບັນດາເມືອງໃຫ້ເໝາະສົມ.

5) ດ້ານສິ່ງແວດລ້ອມ ແລະ ປ້ອງກັນໄພພິບັດ: ສ້າງຕົວເມືອງທີ່ປະຊາຊົນ ມີສຸຂະພາບ ພາລະນາໄມດີ ດ້ວຍຕົວຊີ້ວັດ 3 ອ ຄື: ອາຫານປອດໄພ, ອອກຳລັງກາຍເປັນປະຈຳ ແລະ ອາລົມຈິດປອດໂປ່ງ, ສ້າງໃຫ້ມີລະບົບທາງຍ່າງ, ທາງລົດຖີບ, ສວນສາທາລະນະໃນເຂດຕົວເມືອງ ແລະ ຊານເມືອງ, ປຸກລະດົມໃສ່ການປູກຕົ້ນໄມ້ເປັນສວນ ຂອງສ່ວນບຸກຄົນ, ສວນໄມ້ຂອງເມືອງ, ຂອງບ້ານທີ່ມີເງື່ອນໄຂ; ສົ່ງເສີມ ແລະ ອອກລະບຽບການປູກໄມ້ລຽບຕາມແຄມເສັ້ນທາງໃນຕົວເມືອງ, ທາງຫລວງແຫ່ງຊາດ ໂດຍຕິດພັນກັບຜັງການກໍ່ສ້າງເສັ້ນທາງຢ່າງເປັນລະບົບ; ສຸມໃສ່ແກ້ໄຂການຊຸດໂຊມ ແລະ ສິ່ງທ້າທາຍດ້ານສິ່ງແວດລ້ອມ ເຊັ່ນ: ໂຄງການແກ້ໄຂນ້ຳຖ້ວມ, ນ້ຳອັ່ງຂັງ, ໂຄງການບຳບັດ ແລະ ກຳຈັດນ້ຳເສຍ-ນ້ຳເປື້ອນ, ໂຄງການກຳຈັດຂີ້ເຫຍື້ອ ແລະ ການເຜົາຈູດທີ່ກໍໃຫ້ເກີດຄັວນພິດໃນຕົວເມືອງ ແລະ ຊານເມືອງ, ແກ້ໄຂມົນລະພິດຈາກຄັວນພາຫະນະ ແລະ ໂຮງຈັກ, ໂຮງງານ, ສຽງດັງເນືອງນັນລົບກວນຊຸມຊົນ ເປັນຕົ້ນ; ຈັດຕັ້ງປະຕິບັດ ວິໄສທັດ, ຍຸດທະສາດການຮັກສາສິ່ງແສດລ້ອມທຳມະຊາດ, ຟື້ນຟູຮັກສາ ແລະ ນຳໃຊ້ປ່າສະຫງວນແຫ່ງຊາດ ພູພະນັງ, ພູເຂົາຄວາຍ ແລະ ເຂດປ່າສະຫງວນ ຂອງທ້ອງຖິ່ນໃຫ້ເປັນພື້ນທີ່ສີຂຽວ, ຄຸ້ມຄອງຫ້ວຍ, ໜອງ, ບຶງທຳມະຊາດ ເພື່ອສ້າງເປັນອ່າງເກັບນ້ຳ ແກ້ໄຂບັນຫາໄພແລ້ງ ແລະ ເປັນບ່ອນຮັບນ້ຳໃນລະດູຝົນຢ່າງເປັນລະບົບ. ປະຕິບັດແຜນງານ ແລະ ໂຄງການໃຫຍ່ລະດັບຊາດ ໃນແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 10 ຂ້າງໜ້າ ເຊັ່ນ: ໂຄງການວຽງຈັນສີຂຽວ, ວຽງຈັນສະອາດ, ໂຄງການປ້ອງກັນ ແລະ ແກ້ໄຂອຸທົກກະໄພຈາກແມ່ນ້ຳງື່ມ, ນ້ຳຂອງ ແລະ ອື່ນໆ.

6) ດ້ານການພົວພັນຮ່ວມມືກັບບັນດານະຄອນຫລວງ, ນະຄອນ ແລະ ແຂວງຂອງບັນດາປະເທດເພື່ອມິດ: ເປັນເຈົ້າການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ກັບບັນດານະຄອນຫລວງ, ນະຄອນ ແລະ ແຂວງຂອງປະເທດເພື່ອມິດຍຸດທະສາດ, ປະເທດໃກ້ຄຽງ ກໍ່ຄື ປະເທດອື່ນໆ ແລະ ບັນດາອົງການຈັດຕັ້ງສາກົນ ໂດຍເລືອກເຟັ້ນໃຫ້ໄດ້ໂຄງການ ແລະ ກິດຈະການ ທີ່ນຳຜົນປະໂຫຍດ ດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ວິທະຍາສາດ-ເຕັກໂນໂລຊີ, ຫລີກລຽງໂຄງການທີ່ນຳຜົນກະທົບຕໍ່ຄວາມໝັ້ນຄົງຂອງຊາດ.

  1. ມາດຕະການຈັດຕັ້ງປະຕິບັດເພື່ອຊຸກຍູ້ການພັດທະນາເສດຖະກິດ ນະຄອນຫລວງວຽງຈັນ ໃນໄລຍະໃໝ່.

1). ບັນດາແຜນວຽກ, ແຜນງານໃຫຍ່ທີ່ເປັນຍຸດທະຍາດ ແລະ ວິໄສທັດການພັດທະນາ ນວ ແມ່ນຕ້ອງສ້າງເປັນມະຕິຕົກລົງ, ເປັນຄຳສັ່ງ ແລະ ຂໍ້ຕົກລົງ ຂອງອົງຄະນະພັກ-ອົງການປົກຄອງນະຄອນ ຫລວງວຽງຈັນ ແລ້ວນຳຜ່ານສະພາປະຊາຊົນ ນວ ເພື່ອລົງປະຊາມະຕິຮັບຮອງເພື່ອຮັບປະກັນໃຫ້ແຜນງານດັ່ງກ່າວໄດ້ດຳເນີນ ແລະ ສືບຕໍ່ຈັດຕັ້ງປະຕິບັດຈົນສຳເລັດ.

        2). ຕ້ອງສືບຕໍ່ກໍ່ສ້າງ ແລະ ປະຕິບັດສະເໝີຕົ້ນ ສະເໝີປາຍ ການສ້າງເສດຖະກິດມະຫາພາກຂອງນະຄອນ ຫລວງວຽງຈັນ ໃຫ້ເປັນປົກກະຕິ ໂດຍສະເພາະການຈັດຕັ້ງປະຕິບັດ ແບບປົກກະຕິຂອງແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ນະຄອນຫລວງວຽງຈັນ ຕ້ອງປະກາດໃຊ້ບັນດາກົນໄກ, ນະໂຍບາຍ, ມາດຕະການຊຸກຍູ້, ຟື້ນຟູ ແລະ ພັດທະນາເສດຖະກິດ, ພິຈາລະນາຍົກອອກບ້ວງເງິນກະຕຸ້ນເສດຖະກິດໃໝ່ ເພື່ອຮັກສາຄວາມດຸນການຄ້າ,ການຜະລິດ ແລະ ການດຳເນີນທຸລະກິດ ບໍ່ໃຫ້ຕົກເຂົ້າສູ່ສະພາບຊຸດໂຊມ; ກະຕຸ້ນໃຫ້ມີການບໍລິໂພກພາຍໃນໃຫ້ຫລາຍຂື້ນ, ຊຸກຍູ້ການຜະລິດພາຍໃນ, ການດຳເນີນທຸລະກິດ, ສ້າງວຽກເຮັດງານທຳ, ຫລຸດຜ່ອນອັດຕາວ່າງງານ ແລະ ໜູນຊ່ວຍສັງຄົມ ມີແຜນຮອງຮັບ, ການແນະນຳ, ຊຸກຍູ້ຜູ້ປະກອບການພາຍໃນ ແລະ ຜູ້ບໍລິໂພກ, ຜູ້ຊົມໃຊ້ຜະລິດຕະພັນພາຍໃນ ເພື່ອສ້າງຄວາມເນື້ອເຊື່ອໃຈຂອງປະຊາຊົນ, ວິສາຫະກິດຕ່າງໆ.

3). ການປະຕິບັດແຜນງານຕ້ອງຖືບຸລິມະສິດ ມາດຕະການແກ້ໄຂສະຖານນະການເງິນຂອງນະຄອນຫລວງວຽງຈັນ ແລະ ການແກ້ໄຂໜີ້ສິນສາທາລະນະ ໃຫ້ຫລຸດລົງ (ບໍ່ເພີ່ມຂື້ນຕື່ມ) ໂດຍເນັ້ນສົ່ງເສີມພາກທຸລະກິດຂະໜາດໃຫຍ່ຂະໜາດກາງ ເພື່ອຊ່ວຍໜູນການດຳເນີນໂຄງການດ້ານການພັດທະນາເສດຖະກິດຂອງລັດ ໂດຍຕ້ອງປະຕິບັດຕາມແບບ ແຜນ, ແຜນຜັງທີ່ລັດກຳນົດ ພ້ອມທັງອຳນວຍຄວາມສະດວກໃນຂອດການປະສານງານ ທີ່ສອດຄ່ອງກັບນິຕິກຳຂອງນະຄອນຫລວງວາງອອກ ກໍຄືກົດໝາຍຂອງລັດ.

4). ປັບປຸງການແບ່ງງານ, ການແບ່ງຄວາມຮັບຜິດຊອບຂອງອົງການປົກຄອງ ນວ ໃນການສືບຕໍ່ຈັດຕັ້ງປະຕິບັດ 18 ຄາດໝາຍໃຫຍ່, 6 ໂຄງການບຸກທະລຸ, 16 ໂຄງການໃຫຍ່ລະດັບຊາດ ແລະ ແຜນວຽກຈຸດສຸມທີ່ສໍາຄັນໃຫ້ສອດຄ່ອງ ແລະ ແທດເໝາະກວ່າເກົ່າ ເພື່ອສ້າງໃຫ້ເປັນຕົ້ນແບບຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ປະສົບຜົນສຳເລັດ ແລະ ຍືນຍົງ, ພ້ອມກັນນັ້ນ ຕ້ອງຕິດຕາມ, ກວດກາ ແລະ ປະເມີນຜົນເປັນໄລຍະ (3 ເດືອນ, 6 ເດືອນ ແລະ 1 ປີ) ເພື່ອສາມາດສົມທຽບໄດ້ທ່າອ່ຽງຜົນໄດ້ຮັບໃນການຈັດຕັ້ງປະຕິບັດຕົວຈິງ.

 

  • ແຫຼ່ງຂໍ້ມູນ ແລະ ເອກະສານອ້າງອີງ:
  1. ປື້ມນະຄອນຫລວງວຽງຈັນ 450 ປີ
  2. ມະຕິກົມການເມືອງສູນກາງພັກ ສະບັບເລກທີ 107/ກມສພ ວ່າດ້ວຍການພັດທະນານະຄອນຫລວງວຽງຈັນ ໃນໄລຍະໃໝ່
  3. ມະຕິ ກອງປະຊຸມໃຫຍ່ຄັ້ງທີ VI ຂອງນະຄອນຫລວງວຽງຈັນ
  4. ຂໍ້ມູນຕົວເລກເສດຖະກິດຈາກພະແນກແຜນການ ແລະ ການລົງທຶນ ນະຄອນຫລວງວຽງຈັນ
  5. ຂໍ້ມູນຕົວເລກລາຍຮັບຈາກພະແນກການເງິນ ນະຄອນຫລວງວຽງຈັນ
  6. ຂໍ້ມູນຈາກສູນສະຖິຕິນະຄອນຫລວງວຽງຈັນ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 4  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

101244
ມື້ນີ້ມື້ນີ້11
ມື້ວານນີ້ມື້ວານນີ້30
ອາທິດນີ້ອາທິດນີ້97
ເດືອນນີ້ເດືອນນີ້1042
ທັງໝົດທັງໝົດ101244

ຄອບຄົວຕົວແບບ