ແລກປ່ຽນບົດຮຽນດ້ານວຽກງານການເມືອງ-ແນວຄິດ
ສະຫາຍ ເຂັມເພັດ ແພງດວງຈັນ ກຳມະການພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ໄດ້ນຳພາຄະນະ ຈຳນວນ 10 ສະຫາຍ ເດີນທາງຢ້ຽມຢາມ ແລະແລກປ່ຽນບົດຮຽນຮ່ວມກັບຄະນະໂຄສະນາສຶກສາ ນະຄອນຫລວງຮ່າໂນ້ຍ ສສ ຫວຽດນາມ ລະຫວ່າງ ວັນທີ 25-29 ພະຈິກ 2019.
ວັນທີ 26 ພະຈິກ ເວລາ 8:15’ ຄະນະໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ເລ ແມ໋ງ ຮຸ່ງ ຮອງຫົວໜ້າຄະນະໂຄ ສະນາສຶກສາ ສູນກາງພັກກອມມູນິດຫວຽດນາມ ເວລາ 8:55’ ເຂົ້າຢ້ຽມຂໍ່ານັບ-ພົບປະກັບສະຫາຍ ນາງ ໂງ ທິ ແທ໋ງ ຮັ່ງ ກຳມະການສູນກາງພັກ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫລວງຮ່າໂນ້ຍ ທັງເປັນຜູ້ປະຈຳ ການ ແລະ ໃນເວລາ 9:30’ ສອງຝ່າຍໄດ້ພົບປະ ແລະແລກປ່ຽນບົດຮຽນຮ່ວມກັນ ໂດຍສະຫາຍ ເຂັມເພັດ ແພງດວງຈັນ ກຳມະການພັກ ຫົວໜ້າຄະນະໂຄສະນາອົບຮົມ ແລະສະຫາຍ ຫງວຽນ ວັນ ຟອງ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສາ ເຊິ່ງສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງສອງນະ ຄອນຫລວງໃຫ້ກັນຊາບ ໂດຍສະເພາະແມ່ນວຽກງານເປັນເສນາທິການ ແລະເປັນອົງການວິຊາສະເພາະໃຫ້ຄະນະປະຈຳພັກ-ຄະນະບໍລິຫານງານພັກ ດ້ານວຽກງານໂຄສະນາອົບຮົມ ກໍຄືວຽກງານການເມືອງ-ແນວຄິດ ທັງດຳເນີນການເຮັດວຽກງານຕົວຈິງ ແລະທັງຕິດຕາມ ຊຸກຍູ້ ກວດກາຕີລາຄາ ສະຫລຸບລາຍງານສະພາບ ແລະຮັບປະກັນໃຫ້ວຽກງານໂຄສະນາອົບຮົມ ກໍຄືວຽກງານການເມືອງ-ແນວຄິດຂອງຄະນະພັກຂັ້ນຕ່າງໆ ໃຫ້ໄປຕາມຫລັກການລວມສູນເປັນເອກະພາບ ສອງຝ່າຍຍັງໄດ້ປຶກສາຫາລື ແລະເປັນເອກະພາບໃນບົດບັນທຶກການຮ່ວມມື ແຕ່ນີ້ເເຖິງປີ 2020 ເຊິ່ງສອງຝ່າຍເຫັນດີໃນການແລກປ່ຽນການຮ່ວມມື ພັດທະນາກ່ຽວກັບວຽກງານການເມືອງ-ແນວຄິດ ແລະທິດສະດີ ວຽກງານວາລະສານ ການຜັນຂະຫຍາຍແນວທາງນະໂຍບາຍ ມະຕິຂອງພັກໄປສູ່ພະນັກງານ ສະມາຊິກພັກ ແລະປະຊາຊົນ.
ວັນທີ 27 ພະຈິກ ຄະນະຜູ້ແທນກໍໄດ້ເດີນທາງຢ້ຽມຢາມແຂວງ ແຄ່ງຮວາ ແລະໄດ້ພົບປະ ແລະແລກປ່ຽນບົດຮຽນກັບສະຫາຍ ໂຮ່ ວັນ ມຶ່ງ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາສຶກສາແຂວງ ແຄ່ງຮວາ ແຄ່ງຮວາ ມີເນື້ອທີ່ທັງໝົດ 5.217,7 ກມ2 ມີປະຊາກອນ 1,2 ລ້ານກວ່າຄົນ ມີ 9 ເມືອງ 2 ນະຄອນ 1 ເທດສະ ບານ ເສດຖະກິດຕົ້ນຕໍແມ່ນມາຈາກທະເລ ແລະການເພິ່ມຂຶ້ນສະເລ່ຍ 7,5%/ປີ ລາຍຮັບສະເລ່ຍ 2.800 ໂດລາ/ຄົນ/ປີ ມີສະໜາມບິນສາກົນ ແລະມີເສັ້ນທາງຫລວງເຊື່ອມຕໍ່ແຂວງພູພຽງ ແລະ ໄດ້ມີການພົວພັນແຮກສ່ຽວກັບແຂວງອັດຕະປື ແລະແຂວງຈຳປາສັກ ການຢ້ຽມຢາມຄັ້ງນີ້ ຄະນະຜູ້ແທນຍັງໄດ້ຢ້ຽມຊົມສະຖານທີ່ທ່ອງທ່ຽວປະ ຫວັດສາດ ວັດທະນະທຳຢູ່ນະຄອນຫລວງຮ່າໂນ້ຍ ແລະນະຄອນຢາຈາງ ອີກດ້ວຍ.
ມີ 12 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 97 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 551 |
![]() | ເດືອນນີ້ | 5231 |
![]() | ທັງໝົດ | 236020 |