• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ຝົນປາຍປາກກາດ້ວຍການອ່ານ

  ບົດຄວາມປະຈໍາສະບັບນີ້ ຜູ້ຂຽນຢາກແລກປ່ຽນກັບບັນດານັກປະພັນມືໃໝ່ ຫລື ຜູ້ທີ່ຕ້ອງການເຂົ້າສູ່ເສັ້ນທາງການປະພັນກ່ຽວກັບປື້ມວັນນະກໍາທີ່ຄວນອ່ານ. ແຕ່ຂໍບອກວ່ານີ້ຄືບົດຮຽນສ່ວນຕົວ ເພາະການອ່ານນັ້ນມັນເປັນລົດຊາດຂອງສ່ວນບຸກຄົນ ບໍ່ຕ່າງຫຍັງກັບອາຫານຈະໃຫ້ທຸກຄົນມັກຄືກັນນັ້ນ ບໍ່ໄດ້ເດັດ ຂາດ.

  ທີ່ຍົກເລື່ອງນີ້ມາເວົ້າກໍເພາະເຫັນວ່າ ການທີ່ຈະເປັນນັກຂຽນນັ້ນ ກ່ອນອື່ນໝົດກໍຕ້ອງເປັນນັກອ່ານ... ອ່ານແລ້ວອ່ານອີກ ເລີ່ມຈາກການອ່ານທຸກຢ່າງທີ່ຕໍາຕາ, ແລ້ວຕໍ່ໃສ່ການອ່ານທີ່ມີການເລືອກສັນກັ່ນຕອງປະເພດ ບໍ່ມີໃຜສາມາດເດີນທາງວັນນະກໍາສຸດເສັ້ນ ຖ້າຂີ້ຄ້ານອ່ານ.

 

ໃນເປີງເປັນນັກຮຽນປະຖົມນັ້ນ ຜູ້ຂຽນໄດ້ອ່ານປື້ມວັນນະກໍາປະເພດກາບກອນອີງທຳມະ ແລະ ນິ ທານພື້ນເມືອງ ຊຶ່ງສ່ວນໃຫຍ່ປະພັນ ຫລື ຮຽບຮຽງໂດຍທ່ານ ມະຫາສີລາ ວິລະວົງ ນັກພາສາສາດ, ນັກປະຫວັດສາດ, ນັກວັດທະນະທຳ-ວັນນະຄະດີ. ຕົກມາທ້າຍໆຊຸມປີ 1960 ຜູ້ຂຽນໄດ້ມີໂອກາດອ່ານເລື່ອງ ສັ້ນ ເປີດສາກໂດຍປື້ມ “ຂີ້ໝ້ຽງມະນຸດ” ໂດຍກຸ່ມນັກຂຽນໜຸ່ມກ້າວໜ້າຂອງລະບອບເກົ່າ ຊຶ່ງມີນັກປະພັນເສລີພາບ ມີລະໄມເປັນຫົວຫລອກ. ຄິດວ່າປື້ມໂຮມເລື່ອງສັ້ນຍັງຄົງເຫລືອຢູ່ຫ້ອງສະໝຸດແຫ່ງຊາດ. ເວົ້າໄດ້ວ່າ “ຂີ້ໝ້ຽງມະນຸດ” ເປັນປື້ມຫົວທໍາອິດທີ່ມີພະລັງດຶງດູດຜູ້ຂຽນ ເຂົ້າສູ່ວົງການປະພັນແບບຖອນຕົວບໍ່ຂຶ້ນ. ເມື່ອຂຶ້ນມາຮຽນຢູ່ວຽງຈັນ ໃນປີ 1968 ໂລກໜັງສືຂອງຜູ້ຂຽນກໍກວ້າງອອກ ຕໍ່ໃສ່ຍຸກວັນນະກໍາປະຕິ ວັດຂອງລະບອບໃໝ່. ປື້ມວັນນະຄະດີທີ່ມີອິດທິຜົນສູງຕໍ່ເສັ້ນທາງການປະພັນຂອງຜູ້ຂຽນນັ້ນລວມມີ “ກອງ ພັນທີສອງ” ຂອງ ສຸວັນທອນ ບຸບຜານຸວົງ ຊຶ່ງເປັນປື້ມເລື່ອງຍາວອີງປະຫວັດສາດການຕໍ່ສູ້ເພື່ອປົດປ່ອຍ ປະເທດຊາດ. ອ່ານເລື່ອງກອງພັນທີສອງແລ້ວ ກໍນຶກເຖິງປື້ມ “ພວກເຮົາຊາວໂຊວຽດ” ແລະ “ຄົນແທ້” ຂອງໂບຮິດ ໂປເລໂວຍ ນັກປະພັນໂຊວຽດ ທີ່ບັນທຶກເຫດການໃນສະໜາມຮົບສົງຄາມໂລກຄັ້ງທີສອງ ໄດ້ຢ່າງລະອຽດ. ປື້ມວັນນະກໍາຜູ້ຂຽນຕິດໃຈອ່ານອີກເຫລັ້ມໜຶ່ງກໍຄື “ເສັ້ນທາງແຫ່ງຊີວິດ” ຂອງ ຈັນທີ ເດືອນສະຫວັນ ນັກປະພັນນາມມະຍົດສິລະປິນແຫ່ງຊາດຄົນໜຶ່ງ. ນະວະນິຍາຍເລື່ອງນີ້ໃຫ້ທັງຄວາມຮູ້ກ່ຽວກັບຂະບວນການຕໍ່ສູ້ກູ້ຊາດ ກູ້ແຜ່ນດິນ ໃຫ້ທັງກໍາລັງໃຈໃນການໃຊ້ຊີວິດໃຫ້ມີປະໂຫຍດສູງສຸດ ຜູ້ຂຽນໄດ້ປຽບທຽບນັກປະພັນ ຈັນທີ ເດືອນສະຫວັນ ກັບ ນິໂກລາຍ ອັດສະຕຼົບສະກີ ນັກປະພັນໂຊວຽດ ຜູ້ແຕ່ງເລື່ອງ “ເຫລັກທີ່ຊຸບແລ້ວຄືແນວນີ້ລະ” ແປໂດຍ ບຸນທະນອງ ຊົມໄຊພົນ. ສຸດທ້າຍ ຜູ້ຂຽນຂໍແນະນໍາໃຫ້ອ່ານເລື່ອງສັ້ນ-ເລື່ອງຍາວ ຂອງບັນດານັກປະພັນລຸ້ນອ້າຍຮ່ວມສະໄໝ ກັບຜູ້ຂຽນຄື: ເລື່ອງ “ພາຍຸຊີວິດ” ຂອງດາວເໜືອ, “ເດືອນຄ້າງທີ່ເຊລະບໍາ” ຂອງ ພ. ພວງສະບາ, “ຕາເວັນຂຶ້ນທີ່ດອນນາງ” ຂອງ ອຸທິນ ບຸນຍາວົງ, “ປືນ ແລະ ດອກໄມ້” ຂອງ ບຸນທະນອງ ຊົມໄຊພົນ, “ຫົວໃຈສົ່ງອອກ” ຂອງ ປະຕິທິວະຊົນ, “ຫອມບໍ່ເຫີຍ” ໂຮມເລື່ອງສັ້ນຂອງ ເສລີພາບ ມິລະໄມ, “ອີ່ນາງ” ໂຮມເລື່ອສັ້ນ ຂອງ ປາກກາແດງ, “ສາມອ້າຍນ້ອງ” ຂອງ ດວງໄຊ ຫລວງພາສີ, “ຄວາມຮັກ” ເລື່ອງຍາວຂອງ ຄໍາລຽງ ພົນເສນາ, ແລະ ບັນດາເລື່ອງສັ້ນ-ເລື່ອງຍາວຂອງ ດວງຈໍາປາ ແລະ ດອກເກດ. ນອກນັ້ນ, ຂໍສະເໜີໃຫ້ຊອກອ່ານບົດວັນນະກໍາຂອງ ສົມສຸກ ສຸກສະຫວັດ, ສ. ພວງດອກຊ້ອນ ແລະ ເຫລົ່ານັກປະພັນລາງວັນຊີໄຣທຸກຄົນ ສ່ວນບົດກະວີນັ້ນ ຫ້າມແນມກາຍຜົນງານທີ່ໂດດເດັ່ນຂອງ ທອງຄໍາ ອ່ອນມະນີສອນ ແລະ ພ. ພວງສະ ບາ ເດັດຂາດ.                                                                   

   ພຽງເທົ່ານີ້ໂລກວັນນະກໍາຂອງທ່ານກໍຈະກວ້າງອອກ ແລະ ປາຍປາກກາຂອງທ່ານກໍຈະແຫລມຄົມຂຶ້ນ ບໍ່ເຊື່ອກໍລອງເບິ່ງ!.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 35  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236027
ມື້ນີ້ມື້ນີ້104
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້558
ເດືອນນີ້ເດືອນນີ້5238
ທັງໝົດທັງໝົດ236027

ຄອບຄົວຕົວແບບ