• ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
  • ເຈົ້າຄອງ ນວ ຊຸກຍູ້ການພັດທະນາເຂດກວມ
  • ຄຳສັ່ງວ່າດ້ວຍການເພີ່ມທະວີການປ້ອງກ
  • ອົງຄະນະພັກ ນວ ສະຫຼຸບການຊີ້ນໍາ-ນໍາພາ
  • ເຈົ້າຄອງນະຄອນຫຼວງຢ້ຽມຢາມເຂດເສດຖະກ
  • ເຈົ້າຄອງນະຄອນຫຼວງ ເຄື່ອນໄຫວເຮັດວຽກ
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...
ເຈົ້າຄອງ  ນວ ຊຸກຍູ້ການພັດທະນາເຂດກວມລວມໄຊເສດຖາ

ເຈົ້າຄອງ ນວ ຊຸກຍູ້ການພັດທະນາເຂດກວມລວມໄຊເສດຖາ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາ...
ອົງຄະນະພັກ ນວ ສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ

ອົງຄະນະພັກ ນວ ສະຫຼຸບການຊີ້ນໍາ-ນໍາພາວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ

       ກອງປະຊຸມຄົບຄະນະບໍລິຫານງານ ນວ ສະໄໝທີ VII ຄັ້ງທີ 4 ຈັດຂຶ້ນໃນວັນທີ...
ເຈົ້າຄອງນະຄອນຫຼວງຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ

ເຈົ້າຄອງນະຄອນຫຼວງຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ

ເຈົ້າຄອງນະຄອນຫຼວງຢ້ຽມຢາມເຂດເສດຖະກິດສະເພາະບຶງທາດຫຼວງ      ວັນທີ 27 ມິຖ...
Previous
Next

ຂ່າວໃໝ່

ເຖິງເວລາແລ້ວທີ່ພວກເຮົາຕ້ອງພ້ອມກັນຕໍ່ສູ້ ເພື່ອປົກປ້ອງພາສາລາວ

     ທ່ານຜູ້ອ່ານອາດຈະຄຸ້ນເຄີຍກັບຄຳບູຮານເພີ່ນກ້າວໄວ້ວ່າ: “ວັດທະນະທຳບອກຊາດ, ມາລະຍາດບອກຕະກຸນ” ພາສາຄຳເວົ້າກໍເປັນສ່ວນໜຶ່ງຂອງວັດທະນະທຳ ຊຶ່ງເປັນສັນຍາລັກສະເພາະຂອງຊາດໃດໜຶ່ງທີ່ເປັນເອກະລາດ. ການສູນເສຍວັດທະ ນະທຳກໍແມ່ນສູນເສຍຊາດ ແລະ ພາສາຄຳເວົ້າກໍສູນເສຍໄປນຳ; ປະຫວັດສາດໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າມີຫລາຍປະເທດໃນໂລກທີ່ຕົກເປັນເມືອງຂຶ້ນຂອງຕ່າງຊາດເປັນເວລາດົນນານ ມາເຖິງປະຈຸບັນນີ້ບໍ່ມີພາສາປະຈຳຊາດຂອງຕົນເຫລືອໄວ້. ເຂົາເຈົ້າຈຳ ເປັນຕ້ອງໄດ້ນຳໃຊ້ພາສາຂອງປະເທດລ່າເມືອງຂຶ້ນ.

     

ພວກເຮົາເປັນຄົນລາວ, ຊາດລາວ ຄວນພາກພູມໃຈເປັນຢ່າງຍິ່ງທີ່ມີພາສາຄຳເວົ້າເປັນຂອງຕົນເອງ ຊຶ່ງບັນພະບຸລຸດຂອງພວກເຮົາໄດ້ປະດິດສ້າງ ແລະ ຖ່າຍທອດໄວ້ໃຫ້. ພວກເຮົາຄວນຈະປົກປັກຮັກສາ, ສົ່ງເສີມ, ນຳໃຊ້ໃຫ້ຢືນຍົງ ແລະຄົງຕົວຢູ່ຄຽງຄູ່ກັບສັງຄົມລາວຕະຫລອດໄປ.

     ໃນສະໄໝການປະຕິວັດຊາດ, ຢູ່ເຂດປົດປ່ອຍ ເຖິງວ່າມີເສີກສົງຄາມທຳລາຍການສຶກສາ-ວັດທະນະທຳ ບໍ່ທັນມີເງື່ອນໄຂໄດ້ປະຕິຮູບຢ່າງເລິກເຊິ່ງ ແລະ ຮອບດ້ານກໍຕາມ ທ່ານ ພູມີ ວົງວິຈິດ, ອະດີດການນຳຂັ້ນສູງຂອງພວກເຮົາກໍໄດ້ຂຽນປື້ມ “ໄວຍາກອນລາວ” ອອກມາຈຳໜ່າຍ. ເນື້ອໃນປື້ມດັ່ງກ່າວໄດ້ຮັບການເຜີຍແຜ່, ນຳໃຊ້ ແລະ ໄດ້ຮັບຄວາມນິຍົມຊົມຊອບຢ່າງກວ້າງຂວາງ, ມີຫລາຍປະໂຫຍກຄຳສັບໄດ້ມີການດັດແປງແກ້ໄຂໃຫ້ຖືກຕ້ອງ ແລະ ເໝາະສົມເຊັ່ນ: ຄຳນັບ ໃຫ້ປ່ຽນມາເປັນ “ ຂ່ຳນັບ”, ນັກລົບ ໃຫ້ປ່ຽນມາເປັນ “ນັກຮົບ”, ລ້ອງເພງ ປ່ຽນມາເປັນ “ຮ້ອງເພງ”, ຄອບໃຈ ປ່ຽນມາເປັນ “ຂອບໃຈ” ແລະ ອື່ນໆ. ຊຶ່ງປື້ມດັ່ງກ່າວແມ່ນເປັນປະໂຫຍດ ແລະ ມີຄຸນຄ່າສູງສຸດ ມັນຢັ້ງຢືນເຖິງຜູ້ແຕ່ງມີຄວາມຮັກ, ຄວາມເປັນຫ່ວງພາສາລາວ ແລະ ຢາກໃຫ້ຄົນລຸ້ນຫລັງນຳໃຊ້ພາສາລາວຢ່າງຖືກຕ້ອງ. ຖ້າຈະວິເຄາະໃນແງ່ການເມືອງ, ມັນແມ່ນຮູບການເຄື່ອນໄຫວຕໍ່ສູ້ທີ່ມີລັກສະນະປະຫວັດສາດ ເພື່ອການຄົງຕົວ ແລະ ຈະຫຍາຍຕົວຂອງພາສາລາວເຮົາ.

     ໃນສະໄໝສ້າງຕັ້ງລັດຖະບານປະສົມຊົ່ວຄາວຂຶ້ນຢູ່ນະຄອນຫລວງວຽງຈັນ ປີ 1973 ໃນນາມນັກຂ່າວຝ່າຍບັນດາກຳລັງຮັກຊາດ, ຂ້າພະເຈົ້າໄດ້ມາປະຈຳຢູ່ນະຄອນຫລວງແຫ່ງນີ້ ແລະ ມີໂອກາດເຂົ້າໄປຮ້ານຂາຍປື້ມ “ນາຍໄຊ” ຢູ່ສີຫອມ ກໍໄດ້ສຳຜັດກັບປື້ມເຫລັ້ມໜຶ່ງທີ່ໃສ່ຫົວຂໍ້ວ່າ: “ພາສາພາເສຍ” ຊຶ່ງເນື້ອໃນກໍມີລັກສະນະປົກປ້ອງພາສາລາວ ແລະ ຕໍ່ສູ້ຕ້ານພາສາຊອດກະຈາ, ສະນັ້ນ ສະແດງວ່າແຕ່ລະຍຸກໃນປະຫວັດສາດຂອງຊາດ ລ້ວນແຕ່ມີການໂຄສະນາ, ປຸກລະດົມ ແລະສົ່ງເສີມການ ນຳໃຊ້ພາສາຂອງຕົນໃຫ້ຖືກຕ້ອງ, ຕ້ານ ແລະ ສະກັດກັ້ນການແຊກແຊງຂອງພາສາຕ່າງຊາດ.

     ຫລັງຈາກປະເທດຊາດໄດ້ຮັບການປົດປ່ອຍ, ປື້ມໄວຍາກອນລາວຂອງທ່ານ ພູມີ ວົງວິຈິດ ກໍໄດ້ຮັບການສືບຕໍ່ເຜີຍແຜ່ ຢ່າງກວ້າງຂວາງໃນຂົງເຂດການເມືອງ, ເສດຖະກິດ, ຖະແຫລງຂ່າວ, ວັດທະນະທຳ-ສັງຄົມ ແລະ ໄດ້ນຳໃຊ້ເປັນເອກະພາບໃນທົ່ວປະເທດ. ແຕ່ກໍໜ້າເສຍດາຍນັບແຕ່ເພີ່ນລ່ວງລັບໄປແລ້ວ, ພາສາລາວກໍບໍ່ໄດ້ຮັບການຄຸ້ມຄອງ ແລະ ນຳໃຊ້ຢ່າງຖືກຕ້ອງ, ເປັນການເປີດຊ່ອງວ່າງໃຫ້ພາສາປະເທດໃກ້ຄຽງເຂົ້າມາຮຸກຮານ, ບຽດຢຶດພາສາລາວຢ່າງບໍ່ຮູ້ສຶກຕົວ.

     ກ່ອນໜ້ານີ້ສິບກວ່າປີ ທ່ານ ສົມນິດ ວັນຄຳ, ອະດີດຮອງລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ແລະທ່ອງທ່ຽວ ພາຍຫລັງຮັບບຳນານແລ້ວເພີ່ນກໍເປັນຫ່ວງເປັນໃຍຫລາຍຕໍ່ການນຳໃຊ້ພາສາລາວເຮົານີ້, ສະແດງອອກໃນບົດວິເຄາະຫລາຍໆບົດ ທີ່ເຄີຍພິມອອກໃນໜ້າໜັງສືພິມວຽງຈັນໃໝ່. ແຕ່ພາຍຫລັງເພີ່ນຈາກໄປແລ້ວປະກົດວ່າຍັງບໍ່ທັນມີທ່ານໃດເຕື້ອງເຖິງບັນຫາພາສາລາວເຮົານີ້ເລີຍ ຄິດໄປແລ້ວກໍໜ້າເປັນຫ່ວງ.

     ປະຈຸບັນນີ້, ມີບັນດາປະໂຫຍກຄຳສັບນັບບໍ່ຖ້ວນ ຖືກສູນເສຍໄປແລ້ວເຊັ່ນ: ນ້ຳກ້ອນ ປ່ຽນເປັນນ້ຳແຂງ, ພົບກັນ ປ່ຽນເປັນ ເຈິກັນ, ເຈົ້າຊູ້ ປ່ຽນເປັນ ຫລໍ່, ປະກັນແລ້ວ ປ່ຽນເປັນ ເລີກກັນແລ້ວ, ແມ່ເຮືອນ ປ່ຽນເປັນ ແມ່ບ້ານ, ອັດປະຕູ ປ່ຽນເປັນ ປິດປະຕູ, ບຶດໜຶ່ງ ປ່ຽນເປັນ ແປັບໜຶ່ງ, ໂຈນ ປ່ຽນເປັນ ຂະໂມຍ, ຊື້ເຄື່ອງມາຕ້ອນ ປ່ຽນເປັນ ຊື້ເຄື່ອງມາຝາກ, ຮັ່ງມີ ປ່ຽນເປັນ ລວຍ, ປ່ອງຢ້ຽມ ປ່ຽນເປັນ ໜ້າຕ່າງ, ແກ້ວ ປ່ຽນເປັນ ກະຈົກ, ສິນຄ້າປຸງແຕ່ງ ປ່ຽນເປັນ ສິນຄ້າແປຮູບ, ໄມ້ແປຮູບ, ໄຫລເຮືອໄຟ ປ່ຽນເປັນ ລອຍກະໂທງ ແລະ ອື່ນໆ. ນີ້ເປັນບາງຕົວຢ່າງເທົ່ານັນ, ຍັງມີຫລາຍຄຳສັບນັບທັງສັບການເມືອງກໍຍັງໃຊ້ພາສາເພີ່ນ ທັ້ງໆທີ່ພາສາເຮົາກໍມີອຸດົມສົມບູນ. ສ່ວນກະແສການຮຸກຮານພາສາລາວນັ້ນ ຕາມທັດສະນະຂອງຂ້າພະເຈົ້າແມ່ນມາຈາກຫລາຍທິດທາງຄື:

     ໜຶ່ງ: ຜົນສະທ້ອນມາຈາກພາຫະນະສື່ມວນຊົນຂອງປະເທດໃກ້ຄຽງ ເຊັ່ນ: ວິທະຍຸ, ໂທລະພາບ, ໜັງສືພິມ, ວາລະ ສານ, ອິນເຕີເນັດ... ສິ່ງເຫລົ່ານີ້ໄດ້ກະທົບຕໍ່ພວກເຮົາຕະຫລອດ 24 ຊົ່ວໂມງ, ສະນັ້ນ, ຄົນລາວນັບທັງເດັກນ້ອຍ ແລະ ຜູ້ໃຫຍ່ສາມາດຟັງ, ເວົ້າ-ອ່ານ, ພາສາເພີ່ນໄດ້ຢ່າງຄ່ອງແຄ້ວ, ເມື່ອໄດ້ເບີ່ງ, ໄດ້ຟັງ, ໄດ້ອ່ານແລ້ວ ກໍພາກັນເວົ້ານຳເພີ່ນຄືວ່າ  “ຄັກ” ຈຶ່ງຫລົງລືມພາສາແມ່ຂອງຕົນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ຂ້າພະເຈົ້າເຫັນຄວນວ່າ “ໜາມປັກຕ້ອງເອົາໜາມບົ່ງ” ສະນັ້ນ, ຕ້ອງປັບປຸງ ແລະ ຂະຫຍາຍພາຫະນະດັ່ງກ່າວໃຫ້ມີຄຸນນະພາບ ແລະ ກວ້າງຂວາງຍິ່ງຂຶ້ນ, ໃຫ້ມີເນື້ອໃນອຸດົມສົມບູນ, ມີຫລາຍຮູບຫລາຍສີ ແລະ ເຕັກນິກກໍໃຫ້ທັນສະໄໝທຽບທັນກັບສາກົນ ເພື່ອດຶງດູດຜູ້ຄົນມາໃຊ້ໃຫ້ຫລາຍຂຶ້ນ, ຢາກປະຕິບັດໄດ້ຕ້ອງຖືວຽກງານດັ່ງກ່າວເປັນສຳ ຄັນ ລັດຕ້ອງລົງທຶນໃຫ້ພັດທະນາຂົງເຂດວຽກງານນີ້, ພ້ອມນັ້ນ ກໍຕ້ອງໂຄສະນາເຜີຍແຜ່ ນຳໃຊ້ພາສາລາວ, ຫລັກໄວຍາກອນ ດ້ວຍຫລາຍຮູບການຢູ່ທຸກຂົງເຂດ, ຈະເປັນຂົງເຂດການເມືອງ, ການສຶກສາ, ເສດຖະກິດ, ວັດທະນະທຳ-ສັງຄົມ ແລະ ມີການຕິດຕາມ, ກວດກາ, ຄຸ້ມຄອງຈາກພາກລັດຢ່າງເຄັ່ງຄັດ.

     ສອງ: ຜົນສະທ້ອນຈາກອຸປະກອນ ເຄື່ອງມືຮັບໃຊ້ຂໍ້ມູນຂ່າວສານ, ອຸປະກອນ ແລະ ເຄື່ອງມືເຫລົ່ານີ້ເປັນທີ່ນິຍົມກັນໃຊ້ຢ່າງກວ້າງຂວາງ ເຊັ່ນ: ຄອມພິວເຕີ, ໂທລະສັບມືຖື, ເຄື່ອງຫລີ້ນເກມ, ເຄື່ອງຫລີ້ນແຜ່ນຊີດີ, ເຄື່ອງຟັງເພງເຄື່ອນທີ່ ແລະ ອື່ນໆ... ແຕ່ອັນທີ່ແຜ່ຫລາຍກວ່າໝູ່ແມ່ນໂທລະສັບມືຖື ມັນໄດ້ກາຍເປັນເຄື່ອງມືປະຈໍາຕົວອັນຈໍາເປັນຂອງທຸກໆຄົນຢູ່ໃນຍຸກນີ້. ສະ ເພາະເດັກນ້ອຍແມ່ນເກມ, ເລື້ອງກະຕູນທີ່ເປັນພາສາໄທ, ບັນດາປະໂຫຍກຄຳເວົ້າເຫລົ່ານັ້ນໄດ້ຖືກແຊກຊຶມ, ຝັງເລິກໄວ້ໃນມັນສະໝອງຂອງເຂົາເຈົ້າທຸກວັນ ແລ້ວຫລົງລືມພາສາຂອງຕົນ. ຕໍ່ໂທລະສັບມືຖືໃນປະຈຸບັນນີ້ ໂທລະສັບທຸກຍີ່ຫໍ້ແມ່ນມີແປ້ນພິມພາສາລາວແລ້ວ, ແຕ່ຜູ່ນຳໃຊ້ພັດບໍ່ໃຊ້ພາສາລາວ, ໄປໃຊ້ພາສາໄທ ອັນນີ້ແມ່ນຍັງມີຫລາຍຢູ່ທຸກເພດທຸກໄວ ໂດຍສະເພາະແມ່ນໄວໜຸ່ມ . ສະນັ້ນ, ຈຶ່ງມີບັນຫາຕັ້ງຂຶ້ນວ່າ: ພາສາຂອງຊາດລາວເຮົາ ຖ້າວ່າເຮົາບໍ່ໃຊ້ແລ້ວແມ່ນໃຜຊິໃຊ້? ຊິເອົາໄວ້ໃຫ້ໃຜໃຊ້?.

     ເພື່ອສະກັດກັັ້ນບັນຫານີ້ ຂ້າພະເຈົ້າເຫັນວ່າບັນດາອົງການລັດທີ່ກ່ຽວຂ້ອງ ຄວນຈະມີຂໍ້ກຳນົດກົດລະບຽບອອກມາ ແນະ ນຳການນຳໃຊ້ຢ່າງເໝາະສົມ. ພ້ອມກັນນັ້ນກໍຕ້ອງຄຸ້ມຄອງ, ກວດກາສິນຄ້າທີ່ນຳເຂົ້າປະເພດນີ້ຕ້ອງຕິດສະຫລາກພາສາລາວ, ບັນທຶກພາສາລາວ ແລະ ແປພາສາລາວໃສ່ເນື້ອໃນແຜ່ນຊີດີ ກະຕູນຊີດີ, ຮູບເງົາ ແລະຊີດີເກມສາກ່ອນ ຈຶ່ງອະນຸຍາດໃຫ້ຈຳໜ່າຍ. ຢູ່ບັນດາປະເທດໃກ້ຄຽງເພີ່ນມີຄວາມສີວິໄລກວ່າພວກເຮົາ, ຊັບພະຍາກອນມະນຸດ ເພີ່ນກໍໄດ້ຮັບການພັດທະນາສູງ   ກວ່າພວກເຮົາ, ເພີ່ນກໍບໍ່ໄດ້ນຳໃຊ້ພາສາຕ່າງປະເທດ, ສິນຄ້ານຳເຂົ້າເພີ່ນກໍມີການດັດແປງ, ມີການບັນທຶກພາສາຊາດເພີ່ນເສຍກ່ອນຈຶ່ງນຳອອກໄປຈຳໜ່າຍ ແລະ ຊົມໃຊ້ໄດ້.

     ສາມ: ຜົນສະທ້ອນຈາກຮ້ານອາຫານ, ໂຮງແຮມ, ເຮືອນພັກ, ສະຖານທີ່ທ່ອງທ່ຽວ, ຍ້ອນແລ່ນນຳທຸລະກິດ, ເມົາມົວນຳແຕ່ແຂກໂດຍບໍ່ຄຳນຶງເຖິງວ່າ ອັນໃດຄວນໃຊ້ເປັນພາສາລາວ, ອັນໃດຄວນໃຊ້ເປັນພາສາສາກົນ. ບັນຫາທີ່ພົ້ນເດັ່ນທີ່ສຸດ ແມ່ນລາຍການອາຫານລາວ ແມ່ນໃກ້ຈະສູນພັນແລ້ວ, ມີຫລາຍໆບ່ອນໃຊ້ຊື່ຮ້ານອາຫານລາວ ແຕ່ອ່ານເບິ່ງເມນູອາຫານ, ອາຫານລາວຍັງເຫລືອແຕ່ “ລາບ” ນອກນັ້ນ ເປັນອາຫານຕ່າງປະເທດໝົດແລ້ວເຊັ່ນ: ເຂົ້າຂົ້ວ ກາຍເປັນ ເຂົ້າຜັດ, ແກງ ກາຍເປັນ ຕົ້ມຍຳ, ຈືນກຸ້ງ, ຈືນປາ ກາຍເປັນ ທອດກຸ້ງ, ທອດປາ, ອົບເປັດ, ອົບຂາໝູ, ກາຍເປັນ ຕຸ້ນເປັດ, ຕຸ້ນຂາໝູ, ຜັກທຽມ ກາຍເປັນ ກະທຽມ, ໃສ່ກັບເມືອເຮືອນ ກາຍເປັນ ໃສ່ກ່ອງກັບບ້ານ, ນອກນັ້ນ ຢູ່ບັນດາໂຮງແຮມ, ເຮືອນພັກ, ຮ້ານບັນເທີງ, ຮ້ານກິນດື່ມ, ຮ້ານເບຍ, ສະຖານທີ່ທ່ອງທ່ຽວອື່ນໆ... ກໍມີຫລັກສະນະຄ້າຍຄືກັນ ຊຶ່ງບັນດາຄຳສັບເຫລົ່ານັ້ນລື້ງເຄີຍ ແລະ ຕິດປາກໃນຊີວິດປະຈຳວັນ. ຂ້າພະເຈົ້າເຫັນວ່າບັນດາເມນູທີ່ພິມອອກມາຄວນຈະໄຈ້ແຍກລະອຽດ, ອັນໃດເປັນອາຫານລາວ, ອັນໃດເປັນອາຫານໄທ, ອັນໃດເປັນອາຫານຈີນ ແລະ ອັນໃດເປັນອາຫານຫວຽດນາມ. ການໂຄສະນາຮ້ານ, ການໂຄສະນາແຫລ່ງທ່ອງທ່ຽວ ຄວນຈະຄຽງຄູ່ກັບການໂຄສະນາອາຫານລາວ ແລະ ພາສາລາວໄປພ້ອມກັນ. ຜ່ານມາກໍຄືປະຈຸບັນບໍ່ຮູ້ວ່າ ແມ່ນອົງການໃດຄຸ້ມຄອງ, ກວດກາ ແລະ ຊີ້ນຳ ຈຶ່ງເກີດມີສະພາບເຊັ່ນນີ້, ພວກເຮົາຈະປະປ່ອຍໃຫ້ເປັນໄປແນວນີ້ຕະຫລອດໄປບໍ່?.

     ສີ່: ຜົນສະທ້ອນຈາກບັນດາປ້າຍ, ປ້າຍຫ້າງຮ້ານ, ປ້າຍໂຄສະນາ, ໂປສເຕີ, ແຜ່ນພັບ... ທີ່ຍັງບໍ່ໄດ້ຮັບການກວດກາ, ຮຽບຮຽງຢ່າງເຄັງຂັດ ແລະ ຖືກຕ້ອງເຊັ່ນ: ຈຳໜ່າຍເຄື່ອງກອງນ້ຳ, ຂາຍບັດເຕີມເງິນ, ຮັບເຕີມມືກພິມ, ຈອດກະຈົກລົດ, ບໍລິການດູດສ້ວມ, ເສີມສວຍ, ແຈກຟີ, ມີລຸ້ນໂຊກ, ສຸດຄຸ້ມ, ບ້ານພັກ ແລະ ອື່ນໆ... ຊຶ່ງພາສາລາວກໍມີໄວ້ ແລະ ຍັງເປັນຄຳສັບທີ່ມ່ວນຫູອີກ ແຕ່ບໍ່ນຳໃຊ້ເຊັ່ນ: ເຄື່ອງຕອງນ້ຳ, ຂາຍບັດຕື່ມເງິນ, ຮ້ານຕື່ມເມີກພິມ, ຈອດແກ້ວລົດ, ບໍລິການດູດວິດ       (ສ້ວມແມ່ນບ່ອນນອນ), ເສີມຄວາມງາມ, ແຈກຢາຍລ້າ, ມີຊີງໂຊກ, ກຸ້ມຄ່າ, ເຮືອນພັກ ຫລື ເຮືອນຮັບແຂກ... ຢູ່ທົ່ວນະຄອນຫລວງວຽງຈັນ ຜ່ານມາຂ້າພະເຈົ້າເຄີຍເຫັນຮ້ານເສີມຄວາມງາມຮ້ານດຽວຄື: ຮ້ານພວງມະໄລ ເສີມຄວາມງາມ; ຊື່ເຈົ້າຂອງຮ້ານແມ່ນ ອະດີດໂຄສົກເອກວິທະຍຸກະຈາຍສຽງຝ່າຍປະເທດລາວສະໄໝສົງຄາມກູ້ຊາດ, ໂຄສົກເອກໂທລະພາບແຫ່ງຊາດ ໄລຍະປະເທດຊາດຫາກໍປົດປ່ອຍໃໝ່. ນອກນັ້ນ ມີແຕ່ຮ້ານເສີມສວຍທັງໝົດ ຄຽງຄູ່ກັນນັ້ນ, ບັນດາທ່ານຜູ້ອ່ານອາດຈະເຫັນປ້າຍຮ້ານຂອງຊາວຄ້າຂາຍທີ່ເປັນຄົນຕ່າງຊາດຍັງຊະຊາຍ ແລະ ບາງປ້າຍໄດ້ກາຍເປັນຄຳເວົ້າຕະຫລົກຊວນຫົວ. ສະນັ້ນ, ເຫັນຄວນວ່າອົງການທີ່ອອກໃບອະນຸຍາດກໍຄວນຈະຄຳນຶງເຖິງພາສາລາວ ຄຽງຄູ່ກັບເນື້ອໃນປ້າຍເພື່ອບໍ່ໃຫ້ເກີດມີບັນຫາຄືຊູ່ມື້ນີ້.

     ຫ້າ: ຜົນສະທ້ອນຈາກສະຫລາກສິນຄ້າ ປື້ມຄູ່ມືນໍາໃຊ້ສິນຄ້າ ສິນຄ້ານໍາເຂົ້າ ຢູ່ຕາມຫ້າງຮ້ານຕ່າງໆໃນປະເທດເຮົາ ສ່ວນຫລາຍບໍ່ມີພາສາລາວ ແລະ ຕົວໜັງສືລາວ. ປື້ມຄູ່ມືນຳໃຊ້ກໍຄືກັນ, ເປັນຕົນແມ່ນເຄື່ອງໃຊ້ໄຟຟ້າ, ເຄື່ອງໃຊ້ອີເລັກໂທຣນິກ, ລົດ, ນໍ້າຢາ, ເຄມີອາຫານ, ຢາປົວພະຍາດ ແລະ ອື່ນໆ ທີ່ຕິດພັນກັບຊີວິດປະຈໍາວັນຂອງພວກເຮົາ. ອັນໃດເຮັດໃຫ້ການສື່ສານ, ສິດສອນ, ແນະນຳ, ຖ່າຍທອດຄວາມຮູ້ໃຫ້ກັນເປັນພາສາຂອງເພີ່ນ. ພວກເຮົາຄວນມີບໍ່ຂໍ້ບັງຄັບໃຫ້ຜູ້ຈຳໜ່າຍສິນຄ້າຕ້ອງແປປື້ມຄູ່ມື ແລະ ສະຫລາກສິນຄ້າເປັນພາສາລາວ ໂດຍມີການກວດກາຈາກອົງການຄຸ້ມຄອງສາກ່ອນ ຈຶ່ງອະນຸຍາດໃຫ້ຈຳໜ່າຍ.ຄຽງຄູ່ກັນນັ້ນ ຜະລິດຕະພັນພາຍໃນພວກເຮົາມີລາຍປະເພດສິນຄ້າກໍຍັງເວົ້ານຳເພີ່ນເຊັ່ນ: ຢາຮັກສາໂຣກ, ຢາບັນເທົາອາການ, ໝົດອາຍຸ; ແທນທີ່ຊີແມ່ນຢາປົວພະຍາດ, ຢາດີໄຂ້, ຢາດີເຈັບຫົວ, ຢາດີເຈັບທ້ອງ, ໝົດກຳນົດ... ຄັນວ່າໝົດອາຍຸແມ່ນໃຊ້ກັບສີ່ງທີ່ມີຊີວິດ, ສີ່ງທີ່ບໍ່ມີຊີວິດແມ່ນສຳລັບນັກວິທະຍາສາດ, ນັກຄົ້ນຄວ້າ ນັກຄົ້ນພົບ ວັດຖຸສີ່ງໃດໜຶ່ງທີ່ມັນກຳເນີດມາດົນນານ. ນອກນັ້ນ ຍັງໄດ້ຮັບຜົນສະທ້ອນຈາກການພົວພັນຄ້າຂາຍ, ໄປມາຫາສູ່ຢູ່ລຽບຊາຍແດນ. ຊຶ່ງຈຸດພິເສດຂອງຄົນລາວເຮົາຈຳນວນໜຶ່ງມັກຖືກຽດ, ມັກສະແດງຕົວ, ບໍ່ຍອມເວົ້າພາສາລາວ ທັງທີ່ເວົ້າພາສາເພີ່ນກໍບໍ່ເຂົ້າໃຈ, ຈະຢູ່ບ້ານເພີ່ນ ຫລື ບ້ານເຮົາກໍຕ້ອງໃຫ້ໄດ້ “ເວົ້າໄທ” ຈຶ່ງພໍໃຈ. ສະນັ້ນ ເຮັດໃຫ້ລື້ງປາກ ແລະ ກາຍເປັນນິດໄສ.

    ຫົກ: ຜົນສະທ້ອນຈາກຂົງເຂດວຽກງານການເມືອງ, ເອກະສານການເມືອງ, ເອກະສານທາງລັດຖະການ ຍິ່ງມີຄວາມສຳຄັນ ແລະ ຈຳເປັນຕ້ອງໃຊ້ຄຳເວົ້າ, ຄຳສັບໃຫ້ຖືກຕ້ອງຊັດເຈນ. ເພາະວ່າມັນແມ່ນສັນຍາລັກຂອງອຳນາດລັດໜຶ່ງ, ປະເທດໜຶ່ງທີ່ເປັນເອກະລາດ. ໄລຍະຜ່ານມາຍັງມີຫລາຍທ່ານທີ່ແຕ່ງເອກະສານ ຫລື ຂຶ້ນກ່າວປາໄສ ບໍ່ໄດ້ຄຳນຶງເຖິງພາສາລາວ,  ແຕ່ວ່າມັນຄ່ອງປາກແລ້ວກໍຂຽນ ແລະ ເວົ້າໄປໂລດ ເຊັ່ນ: ຈັງວະເຕີບໂຕ, ປະເດັນ, ຊ່ອງໂວ່, ເຝົ້າລະວັງ, ໂປ່ງໄສ, ແປຮູບ ແລະ ອື່ນໆ... ພວກເຮົາຄວນຄິດນຳກັນວ່າຈະແລ່ນນຳຄຳເວົ້າບ້ານເພີ່ນເຮັດຫຍັງລະ? ພາສາຊາດເຮົາກໍມີຢູ່, ທ່ານ ໄກສອນ ພົມວິຫານ ແລະ ທ່ານ ພູມີ ວົງວິຈິດ ກໍເຄີຍພາພວກເຮົາໃຊ້ກັນມາຄື: ຈັງວະເຕີບໂຕ ເຄີຍໃຊ້ວ່າ ຈັງວະຂະຫຍາຍຕົວ, ປະເດັນ ເຄີຍໃຊ້ວ່າ ບັນຫາ, ຊ່ອງໂວ່ ເຄີຍໃຊ້ວ່າ ຊ່ອງວ່າງ, ເຝົ້າລະວັງ ເຄີຍໃຊ້ວ່າ ຕິດຕາມຢ່າງໃກ້ຊິດ, ໂປ່ງໄສ ເຄີຍໃຊ້ວ່າ ປອດໃສ, ແປຮູບ ເຄີຍໃຊ້ວ່າ ປຸງແຕ່ງ... ພາຍຫລັງທີ່ພວກເພີ່ນລ່ວງລັບໄປແລ້ວເປັນຫຍັງພວກເຮົາຈຶ່ງບໍ່ໃຊ້ມັນ? ມັນບໍ່ຖືກຕ້ອງຢູ່ບ່ອນໃດ? ໃນອະດີດຂ້າພະເຈົ້າຍັງຈື່ໄດ້ວ່າມີເທື່ອໜຶ່ງ ລາຍການຖ່າຍທອດສົດທາງໂທລະພາບກ່ຽວກັບກອງປະຊຸມສະພາຂອງປະເທດໄທ ສະໄໝ ຊວນຫລີກໄພ ເປັນນາຍົກ, ມີຜູ້ແທນທ່ານໜຶ່ງເປັນຄົນອິສານ ໄດ້ກ່າວໂຈມຕີລັດຖະມົນຕີທ່ານໜຶ່ງຢ່າງຮຸນແຮງວ່າ: “ ເປັນໝາເຝົ້າບ້ານ ” ປະທານກອງປະຊຸມໄດ້ຕົບໂຕະໃສ່ ແລະ ກ່າວເຕືອນທັນທີວ່າໃຫ້ຖອນຕໍ່ຄຳເວົ້າ “ໝາ” ມາເປັນ “ສຸນັກ” ບໍ່ດັ່ງນັ້ນຈະຂັບໄລ່ອອກຈາກທີ່ປະຊຸມ. ອັນນີ້ສະແດງໃຫ້ເຫັນວ່າຢູ່ປະເທດເພີ່ນມີຄວາມເຂັ້ມງວດສ່ຳໃດໃນການໃຊ້ພາສາຄຳເວົ້າຂອງຊາດ ໃນທາງລັດຖະການຢູ່ປະເທດເຮົາເດ! ມີໃຫ້ຄິດນຳເລື່ອງນີ້ ຫລື ບໍ?

     ເຈັດ: ຜົນສະທ້ອນຈາກສື່ມວນຊົນ ແລະ ການພິມຈໍາໜ່າຍຂອງລາວເຮົາເອງ ປະຈຸບັນນີ້ ລັດໄດ້ເປີດກວ້າງອະນຸຍາດໃຫ້ເອກະຊົນ ເຮັດທຸລະກິດໃນດ້ານນີ້, ພວກເຮົາຈະເຫັນ ວາລະສານ ໜັງສືພິມ, ປື້ມອ່ານ, ສຳນັກພິມ, ໂຮງພິມ ເກີດຂຶ້ນຢ່າງຫລວງຫລາຍ ຊຶ່ງອົງການລັດບໍ່ໄດ້ຄຸ້ມຄອງ, ກວດກາ ທາງດ້ານເນື້ອໃນຢ່າງທົ່ວເຖິງ. ຊ້ຳບໍ່ໜຳ ຈຳນວນໜຶ່ງພັດສົ່ງໄປພິມຢູ່ຕ່າງປະເທດ ແລະ ນຳເຂົ້າມາຈຳໜ່າຍ, ເປົ້າໝາຍຈຳໜ່າຍແມ່ນຫົວໜ່ວຍທຸລະກິດ, ນັກຮຽນ, ນັກສຶກສາ ແລະ ງານບຸນຕ່າງໆ. ສະນັ້ນ, ຈຶ່ງເຮັດໃຫ້ຜູ້ອ່ານເວົ້ານຳ, ຂຽນນຳ, ບໍ່ຮູ້ວ່າມັນຜິດ ຫລື ຖືກ ທ່ານຜູ້ອ່ານລອງຄິດນຳກັນເບິ່ງວ່າ ຖ້າອະນຸຍາດອອກໄປແລ້ວ ເຮົາຊີ້ນຳກວດກາ, ຄຸ້ມຄອງບໍ່ທົ່ວເຖິງ ຊິມີຄວາມໝັ້ນໃຈບໍ່ວ່າເປັນເຄື່ອງມືເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ? ຂ້າພະເຈົ້າຄິດວ່າມັນອາດຈະເປັນມີດສອງຄົມກໍເປັນໄດ້.

     ນອກນັ້ນ, ບັນດານັກຂ່າວ, ນັກປະພັນ, ນັກກະວີ, ໂຄສົກວິທະຍຸ, ໂທລະພາບ ທີ່ເປັນມືອາຊີບ ແລະ ເພື່ອຮ່ວມງານຈຳນວນໜຶ່ງຍັງໜຸ່ມນ້ອຍ, ກຳແນວທາງບໍ່ແໜ້ນ, ຄວາມຮູ້ກ່ຽວກັບພາສາລາວບໍ່ເລິກເຊີ່ງ, ຂຽນອອກມາຕາມອາລົມຂອງຕົນເອງ ຊຶ່ງເຄີຍພົບເຫັນຢູ່ໃນບົດຂ່າວ ແລະ ບາງລາຍການຫລາຍຢ່າງບໍ່ຖືກຕ້ອງເຊັ່ນ: ປູກປ່າ, ແປງຖູຟັນ, ຊີງເຂັມຄັດ, ບັນໄດກ້າວຂຶ້ນ, ມອບລົດເຂັນໃຫ້ອົງຄະທຽມ, ອີກຄັ້ງ, ສຸດມັນ, ໂລກໃບນີ້ ແລະ ອື່ນໆ... ແທນທີ່ຈະຂຽນວ່າ: ປູກຕົ້ນໄມ້, ຟອຍຖູ ແຂ້ວ, ຊີງສາຍແອວ, ຂັ້ນໄດກ້າວຂຶ້ນ, ມອບລໍ້ໃຫ້ອົງຄະທຽມ, ອີກເທື່ອໜຶ່ງ, ມ່ວນທີ່ສຸດ, ໂລກໜ່ວຍນີ້... ຂ້າພະເຈົ້າຍັງຈື່ໄດ້ບົດໂອ້ລົມຂອງທ່ານ ພູມີ ວົງວິຈິດ ຕໍ່ບັນດານັກສຶກສາ, ເວລານັ້ນຫາກໍປົດປ່ອຍໃໝ່ ເພີ່ນເປັນລັດຖະມົນຕີວ່າການກະຊວງສຶກສາ, ມີຕອນໜຶ່ງເພີ່ນເວົ້າວ່າ: ຄຳວ່າ “ມ່ວນຂະໜາດ” ນັ້ນແມ່ນຂະໜາດໃດ? ຂະໜາດນ້ອຍ, ຂະໜາດກາງ? ຫລື ຂະໜາດ ແຕ່ນີ້ຫາດົງໂດກບໍ່? ມີບາງຄົນຊອກເອົາແຕ່ຄຳສັບຍາກໆມາຂຽນອອກ ເພື່ອໃຫ້ຜູ້ອື່ນຍ້ອງໂຕວ່າເກ່ງພາສາລາວ ຜູ້ເກ່ງພາສາລາວບໍ່ແມ່ນແນວນັ້ນ, ຜູ້ເກ່ງແມ່ນຜູ້ທີ່ຂຽນ ຫລື ເວົ້າແນວໃດໃຫ້ຄົນເຂົ້າໃຈງ່າຍ.

       ບັນດາປະໂຫຍກຄຳເວົ້າທີ່ບໍ່ຖືກຕ້ອງ ຊຶ່ງຂ້າພະເຈົ້າກ້າວມານັ້ນ, ພໍ່ແມ່ພວກເຮົາ, ອາຈານພວກເຮົາບໍ່ໄດ້ສັ່ງສອນ, ສີ່ງທີ່ພວກເພີ່ນສັ່ງສອນພວກເຮົາພັດບໍ່ໄດ້ນຳໃຊ້, ໄປນຳໃຊ້ພາສາປະເທດເພີ່ນ, ເປັນແບບນີ້ບໍ່ແມ່ນພວກເຮົາທໍລະຍົດຕໍ່ປູ່ຍ່າຕາຍາຍ ແລະ ຜູ້ມີພະຄຸນຕໍ່ພວກເຮົາບໍ່?

ຂ້າພະເຈົ້າກ່າວມາຂ້າງເທີງນີ້ ບໍ່ໄດ້ໝາຍຄວາມວ່າປະຕິເສດການຢືມໃຊ້ພາສາຕ່າງປະເທດຢ່າງສີ້ນເຊີງ. ສີ່ງໃດທີ່ເຮົາບໍ່ມີກໍຈຳເປັນຕ້ອງໄດ້ນຳໃຊ້ພາສາຂອງເພີ່ນ ເພາະວ່າປະເທດທີ່ມີເສດຖະກິດ-ສັງຄົມຂະຫຍາຍຕົວສູງເທົ່າໃດ, ພາສາຄຳເວົ້າກໍຍິ່ງອຸດົມສົມບູນ, ຍ້ອນວ່າການຄົ້ນຄວ້າທາງວິທະຍາສາດ, ການຜະລິດສິນຄ້າອັນໃໝ່ອອກມາຕ້ອງໃສ່ຊື່ໃໝ່ໃຫ້ມັນ, ເປັນຄຳສັບ  ໃໝ່ເກີດຂຶ້ນເຊັ່ນ: ກາຣະວັດ ຫລື ເນັກໄທ, ນັອດ, ຟີມ, ວີດີໂອ, ຣີໂມດ, ແອເຢັນ, ຄອມພິວເຕີ, ໂນດບຸກ ແລະ ຊື່ທາງວິທະຍາສາດອື່ນໆ...

     ຂ້າພະເຈົ້າກ່າວມາຂ້າງເທີ່ງນັ້ນເປັນພຽງປະໂຫຍກຄຳເວົ້າສ່ວນໜຶ່ງເທົ່ານັ້ນທີ່ເຫັນວ່າບໍ່ຖືກຕ້ອງ, ຍັງມີຫລາຍໆຕົວຢ່າງທີ່ຍັງບໍ່ທັນໄດ້ເວົ້າເຖິງ, ຖ້າພວກເຮົາບໍ່ຮີບຮ້ອນເກັບກູ້ປະໂຫຍກຄຳເວົ້າທີ່ຖືກຕ້ອງເຫລົ່ານັ້ນຄືນມາ ແນ່ນອນມັນຈະຄ່ອຍໆສູນຫາຍໄປ ແລະ ຄົນລຸ້ນໃໝ່ຈະບໍ່ຮູ້ຈັກມັນອີກ.

     ເພື່ອເປັນການປົກປັກຮັກສາ, ສົ່ງເສີມ ແລະ ນຳໃຊ້ພາສາລາວໃຫ້ຖືກຕ້ອງສົມບູນ, ມັນເຖິງເວລາແລ້ວທີ່ພວກເຮົາທຸກຄົນທຸກພາກສ່ວນ, ທຸກເຂດແຂວງຂອງຊາດລາວຈະຕ້ອງຮ່ວມມືກັນສະກັດກັ້ນ, ເຄື່ອນໄຫວເຮັດທຸກສິ່ງທຸກຢ່າງເພື່ອການຄົງຕົວ ແລະ ຂະຫຍາຍຕົວຂອງພາສາລາວ. ອົງການລັດທີ່ກ່ຽວຂ້ອງຄວນຈະມີຂໍ້ກຳນົດ ລະບຽບ ອອກມານຳໃຊ້ໃຫ້ຖືກຕ້ອງເຊັ່ນ: ອັນໃດຄວນໃຊ້ໃນທາງລັດຖະການ ໃນໂມງການ, ອັນໃດເປັນພາສາເວົ້າ, ອັນໃດເປັນພາສາຂຽນ, ຜ່ານມາຢູ່ໂຮງຮຽນກໍຍັງເອີ້ນຊື່ຫລິ້ນ, ເອີ້ນພໍ່, ເອີ້ນແມ່, ເອີ້ນລູກ, ຫລານ... ທ່ານເຫັນວ່າເໝາະສົມບໍ່? ຂ້າພະເຈົ້າເຄີຍເຫັນລະບອບປົກຄອງເກົ່າໃນໂມງການ, ຢູ່ຫ້ອງການ ເອີ້ນທ່ານ,​ຖ້າຂຽນປະຫວັດ, ເອກະສານໃສ່ທ້າວ, ນາງ ໝົດທຸກຄົນເປັນເອກະພາບ ນັບທັງຜູ້ຕ່ຳ ແລະ ຜູ້ສູງ. ເອີ້ນຊື່ກັນ ແມ່ນເອີ້ນຊື່ແທ້ ສະນັ້ນ ຈຶ່ງເປັນລະບຽບ ແລະ ເຂັ້ມງວດ. ອີກບັນຫາໜຶ່ງ ສະຖາບັນຄົ້ນຄວ້າກ່ຽວຂ້ອງກໍຄວນຄົ້ນຄວ້າຫລັກໄວຍາກອນລາວໃຫ້ຖືກຕ້ອງເໝາະສົມ ແລະ ຄົ້ນຄວ້າ ແລະຮຽບຮຽງພິມປື້ມໄວຍາກອນຂອງທ່ານ ພູມິ ວົງວິຈິດ, ປື້ມຂອງທ່ານ ມະຫາສີລາ ໃນເມື່ອກ່ອນເພື່ອແຈກຢາຍ,  ໂຄສະນາເຜີຍແຜ່ໃຫ້ມະຫາຊົນຮັບຮູ້ ນຳໃຊ້ເພື່ອບໍ່ໃຫ້ສັບສົນປົນເປພາສາຊອດກະຈາ ແລະ ພາສາຂອງປະເທດອື່ນ.  ຖ້າພວກເຮົາຫາກປະໃຫ້ສະພາບເປັນໄປຄືຊູ່ມື້ນີ້ແລ້ວ ໃນອະນາຄົດອັນຍາວໄກພາສາລາວອາດຈະຖືກເປັນພາສາຂອງຊາດອື່ນກືນກິນກໍເປັນໄດ້.

     ບັນດາຂໍ້ຄິດເຫັນຂອງຂ້າພະເຈົ້າ ທີ່ກ່າວມາຂ້າງເທິງນັ້ນແມ່ນດ້ວຍຄວາມຫວັງດີ, ບໍ່ໄດ້ຕັ້ງໃຈຈະໃສ່ຮ້າຍປ້າຍສີເປົ້າໝາຍໃດໜຶ່ງ, ຈຸດປະສົງແມ່ນຢາກໃຫ້ອົງການທີ່ກ່ຽວຂ້ອງທຸກພາກສ່ວນ, ທຸກຄົນ ພ້ອມກັນຫາທາງອອກ, ພ້ອມກັນແກ້ໄຂບັນຫາໃຫ້ຖືກຕ້ອງ, ແນ່ນອນປະໂຫຍກຄຳເວົ້າບາງບ່ອນອາດຈະບໍ່ສອດຄ່ອງ, ຜິດພາດປະການໃດ ຫວັງວ່າຈະໄດ້ຮັບການໃຫ້ອະໄພດ້ວຍ.

ຂຽນໂດຍ: ຈໍາປາແດງ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 18  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

122218
ມື້ນີ້ມື້ນີ້142
ມື້ວານນີ້ມື້ວານນີ້126
ອາທິດນີ້ອາທິດນີ້516
ເດືອນນີ້ເດືອນນີ້1970
ທັງໝົດທັງໝົດ122218

ຄອບຄົວຕົວແບບ