ເປີດການນຳໃຊ້ລົດເມໄຟຟ້າ
ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍທ່ານ ພູຂົງ ບັນ ນະວົງ ຮອງເຈົ້າຄອງ ໄດ້ເປັນກຽດເຂົ້າຮ່ວມພິທີເປີດທົດລອງການນໍາໃຊ້ລົດເມໄຟຟ້າ ເພື່ອບໍລິການຂົນສົ່ງສາທາລະນະໃນນະຄອນຫລວງວຽງຈັນ ຈັດຂຶ້ນໃນວັນທີ 23 ມີນາ 2022.
ທ່ານ ແກ້ວວັນພອນ ວອນທີວົງສີ ຜູ້ອໍານວຍການລັດວິສາຫະກິດລົດເມ ກ່າວວ່າ: ເພື່ອຜັນຂະຫຍາຍນະໂຍບາຍ 6ສ ຂອງນະຄອນຫລວງວຽງຈັນ ໂດຍສະເພາະ ສ.ສະອາດ ປາສະຈາກມົນລະພິດທາງອາ ກາດໃຫ້ເປັນຈິງເທື່ອລະກ້າວ, ການນໍາໃຊ້ລົດເມໄຟຟ້າຂົນສົ່ງສາທາລະນະໃຫ້ສອດຄ່ອງກັບເປົ້າໝາຍ ແລະ ນະໂຍບາຍຂອງໂຄງການ ການຈຳກັດການປ່ອຍອາຍກາກບອນອອກສູ່ຊັ້ນບັນຍາກາດໃນເຂດຕົວເມືອງສີ ຂຽວ ໂດຍການຮ່ວມມືຜ່ານກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ກະຊວງນິເວດ ແລະ ສິ່ງແວດລ້ອມ ສປ ຈີນ ພາຍໃຕ້ໂຄງການໃຕ້-ໃຕ້ ຕໍ່ກັບການປ່ຽນແປງດິນຟ້າອາກາດຂອງ ສປ ຈີນ ສາທິດການປ່ອຍອາຍກາກບອນຕໍ່າ, ລັດວິສາຫະກິດລົດເມ ຈຶ່ງໄດ້ເປີດການນຳໃຊ້ລົດເມໄຟ ຟ້າ ຈຳນວນ 4 ຄັນ ແລະ ແລ່ນໃຫ້ບໍລິການໃນ 3 ສາຍທາງຄື:
ເປີດໃຫ້ບໍລິການໂດຍບໍ່ເສຍຄ່າ ໃນໄລຍະທົດລອງແລ່ນພາຍໃນ 3 ອາທິດ ຄືເລີ່ມແຕ່ວັນທີ 23 ມີນາ – 13 ເມສາ 2022 ແລະ ຖ້າສົມທຽບຄ່າໂດຍສານລະຫວ່າງລົດເມທີ່ໃຊ້ນໍ້າມັນ ກັບລົດເມໄຟຟ້າ ແມ່ນຖືກກວ່າ 25%.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 112 |
![]() | ມື້ວານນີ້ | 136 |
![]() | ອາທິດນີ້ | 612 |
![]() | ເດືອນນີ້ | 1434 |
![]() | ທັງໝົດ | 161341 |