- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນຈັນ, 12 ກັນຍາ 2022 04:13
-
ຂຽນໂດຍ Anousone



ໃນວັນທີ 05 ກັນຍາ 2022 ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ຈັດເຊື່ອມຊຶມມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູກກາງພັກ ຄັ້ງທີ 04 ສະໄໝທີ XI ຈັດຂຶ້ນຢູ່ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໃຫ້ກຽດບັນລະຍາຍໂດຍ ສະຫາຍ ປອ ຊົງເລົ່າ ຢົງນູ ກຳມະການປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ມີຮອງຫົວໜ້າຄະນະ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນຄະນະໂຄສະນາອົບຮົມ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມ.

ເນື້ອໃນກອງປຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ທີ່ນຳມາເຜີຍແຜ່, ເຊື່ອມຊຶມໃນຄັ້ງນີ້ ແມ່ນໄດ້ລົງເລິກຄົ້ນຄວ້າ, ປຶກສາຫາລຶ 9 ບັນຫາສຳຄັນ ດັ່ງນີ້:
-
ການປະເມີນສະພາບແວດລ້ອມຢູ່ພາກພື້ນ ແລະ ສາກົນໃນປັດຈຸບັນ ແລະ ຄາດຄະເນທ່າຂະ ຫຍາຍໃນຕໍ່ໜ້າ
-
ການຕີລາຄາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ຕົ້ນປີ 2022 ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ.
-
ການເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ.
-
ການຊຸກຍູ້, ສົ່ງເສີມຜູ້ປະກອບການທຸລະກິດ ຂະໜາດນ້ອຍ, ຂະໜາດກາງ ແລະ ຈຸນລະວິສາຫະກິດ ໃຫ້ມີຄວາມເຂັ້ມແຂງ.
-
ການເພີ່ມທະວີການພັດທະນາຊັບພະຍາກອນມະນຸດ ໃຫ້ມີຄຸນນະພາບສູງ.
-
ການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກການເຄື່ອນໄຫວ ຂອງອົງການບໍລິຫານລັດ ຕາມທິດເຂັ້ມແຂງ ແລະ ມີປະສິດທິພາບ.
-
ການຄົ້ນຄວ້າທິດສະດີ ແລະ ສະຫຼຸບພຶດຕິກຳໃຫ້ແກ່ການສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສູ່ຈຸດ ໝາຍສັງຄົມນິຄົມ.
-
ການກະກຽມດຳເນີນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V, ກອງປະ ຊຸມວຽກງານກໍ່ສ້າງຮາກຖານການເມືອງ, ວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ວຽກງານສາມສ້າງ, ກອງປະຊຸມສະຫຼຸບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ.
-
ບັນດາວຽກງານຈຸດສຸມ ຂອງຄະນະບໍລິຫານງານສູນກາງພັກ ຕ້ອງນຳພາ-ຊີ້ນຳ ແຕ່ນີ້ຫາກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 5 ສະໄໝທີ XI.