ໃນວັນທີ 08 ກັນຍາ 2022 ນະຄອນຫຼວງວຽງຈັນ ໄດ້ຈັດເຜີຍແຜ່ເຊື່ອມຊຶມມະຕິ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 04 ສະໄໝທີ XI ຂຶ້ນຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ. ໃຫ້ກຽດບັນລະຍາຍໂດຍ ສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ. ມີຮອງເລຂາຄະນະພັກ, ກຳມະການປະຈຳພັກ, ກຳມະການພັກ, ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ; ເລຂາ, ຮອງເລຂາພັກເມືອງ, ຮອງເຈົ້າເມືອງ, ກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ຂອງເມືອງ; ເລຂາ, ຮອງເລຂາ, ຄະນະພັກ, ຄະນະນຳ, ນາຍທະຫານ, ນາຍຕຳຫຼວດ ຂອງກອງບັນຊາການ ປກຊ-ປກສ ນະຄອນຫຼວງວຽງຈັນ; ເລຂາ, ຮອງເລຂາ, ຄະນະພັກ, ຄະນະນຳ ຂອງຄະນະພັກຮາກຖານ ແລະ ໜ່ວຍພັກຮາກຖານ ພະແນກການ-ອົງການທຽບເທົ່າພະແນກ ແລະ ພະນັກງານຫຼັກແຫຼ່ງ ທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບທາງໄກ ຈໍານວນ 50 ຈຸດ.
ເນື້ອໃນຕົ້ນຕໍຂອງມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 4 ສະໄໝທີ XI ທີ່ເຜີຍແຜ່ເຊື່ອມຊຶມ ມີຫົວຂໍ້ດັ່ງນີ້:
ມີ 22 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 74 |
![]() | ມື້ວານນີ້ | 97 |
![]() | ອາທິດນີ້ | 153 |
![]() | ເດືອນນີ້ | 3648 |
![]() | ທັງໝົດ | 202521 |