ໃນວັນທີ 9 ກັນຍາ 2022 ນີ້, ນະຄອນຫຼວງວຽງຈັນ ໄດ້ຈັດຕັ້ງພິທີປາຖະກະຖາສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຫວຽດນາມ
ຄົບຮອບ 60 ປີ ຂຶ້ນຢູ່ທີ່ຫ້ອງປະຊຸມ ຊັ້ນ 4ຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດປາຖະກະຖາຂອງທ່ານ ປອ. ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ, ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ. ມີບັນດາຮອງເລຂາຄະນະພັກ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ. ຫວຽດນາມ ປະຈຳ ສປປ ລາວ, ກຳມະການປະຈຳພັກ, ກຳມະການພັກ ນະຄອນຫຼວງວຽງຈັນ; ພະນັກງານບຳນານອາວຸໂສ, ປະທານສະມາຄົມຫວຽດນາມ ປະຈຳຢູ່ນະຄອນຫຼວງວຽງຈັນ; ຄະນະພັກ, ຄະນະນຳ, ນາຍທະຫານ, ນາຍຕຳຫຼວດ ແລະ ພະນັກງານຫຼັກແຫຼ່ງ ຂອງກອງບັນຊາການ ປກຊ-ປກສ, ພະແນກການ-ອົງການທຽບເທົ່າພະແນກ ຂັ້ນນະຄອນຫຼວງວຽງຈັນ ແລະ ເມືອງ ເຂົ້າຮ່ວມ.
ໃນພິທີດັ່ງກ່າວນີ້, ຍັງໄດ້ເປັນກຽດຕ້ອນຮັບທ່ານ ພົຈວ ຄໍາຜາຍ ຈັນສີສະໝຸດ ພະນັກງານບຳນານ, ອາດີດຫົວໜ້າການທະຫານທ້ອງຖິ່ນ ຂຶ້ນມາເລົ່າຄວາມຮູ້ສຶກ ແລະ ປະສົບການຕົວຈິງໃນຂະບວນການສູ້ຮົບຮ່ວມກັບທະຫານອາສາສະໝັກຫວຽດນາມ. ພ້ອມດຽວກັນນີ້ທ່ານ ຄຳມຸ່ຍ ແກ້ວມະນີ ປະທານສະມາຄົມຫວຽດນາມ ປະຈຳຢູ່ນະຄອນຫຼວງວຽງຈັນ ຍັງໄດ້ມີຄຳເຫັນສະແດງຄວາມຮູ້ສຶກຕໍ່ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃນພິທີຄັ້ງນີ້.
ມີ 6 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 131 |
![]() | ມື້ວານນີ້ | 388 |
![]() | ອາທິດນີ້ | 1167 |
![]() | ເດືອນນີ້ | 2236 |
![]() | ທັງໝົດ | 251498 |