ສອງວາລະສານພົບປະ ແລກປ່ຽນບົຮຽນນຳກັນ
ໃນວັນທີ 10 ພະຈິກ 2022 ຄະນະໂຄສະນາອົບຮົມນະຄອນຫຼວງ (ຜູ້ຮັບຜິດຊອບ ວາລະສານ ນະຄອນຫຼວງ) ແລກປ່ຽນບົດຮຽນ ກັບວາລະສານອະລຸນໃໝ່ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ຊົງເລົ່າ ຍົງນູ ກຳມະການປະຈຳພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງ ວາລະສານ ອະລຸນໃໝ່ ນຳໂດຍ ທ່ານ ປອ ວັນລາຕີ ຄຳວານວົງສາ ຄະນະພັກ ຄອ.ສພ ວ່າການຫົວໜ້າບັນນາທິການ ວາລະສານ ອະລຸນໃໝ່ ຫົວໜ້າພະແນກບັນນາທິການ, ວິຊາການ ແລະ ວາລະສານ ນະຄອນຫຼວງ ນຳໂດຍທ່ານ ນາງ ວິວົນທອງ ສຸລິວົງ ຮອງຫົວໜ້າຄະນະໂຄສະນາອົບຮົມ, ຮັກສາການຜູ້ຊີ້ນຳວຽກງານວາລະສານ ນະຄອນຫຼວງ ມີຫົວໜ້າຂະແໜງ, ຮອງຂະແໜງ ແລະ ວິຊາການເຂົ້າຮ່ວມ
ຫົວຂໍ້ທີ່ສະເໜີ ແລະ ແລກປ່ຽນບົດຮຽນ ມີ:
1. ສະພາບການເຄື່ອນໄຫວວຽກງານວາລະສານ ຂອງນະຄອນຫຼວງວຽງຈັນ ມີຂໍ້ສະດວກ, ສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ ຕົ້ນຕໍແນວໃດ ໃນເງື່ອນໄຂປັດຈຸບັນ.
2. ຜົນງານທີ່ພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມ ຂອງນະຄອນຫຼວງວຽງຈັນ (ຂອງເມືອງ) ໃນໄລຍະປີ 2021-2022 ໃນນັ້ນ:
- ການພັດທະນາການທ່ອງທ່ຽວ ຕິດພັນກັບການເສີມຂະຫຍາຍທ່າແຮງ ຂອງນະຄອນຫຼວງວຽງຈັນ, ຂອງເມືອງ.
- ການສົ່ງເສີມການຜະລິດເປັນສິນຄ້າ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.
3. ການກໍ່ສ້າງພັກ-ພະນັກງານ ຕິດພັນກັບການຍົກສູງຄວາມສາມາດນຳພາ ຂອງຄະນະພັກຮາກຖານ.
ໃນຕອນບ່າຍຂອງວັນດຽວກັນ ໄດ້ລົງພົບປະ ແລະ ແລກປ່ຽນບົດກັບຄະນະໂຄສະນາອົບຮົມ ເມືອງສີໂຄດຕະບອງ ຕ້ອນຮັບໂດຍທ່ານ ສົມຊາຍ ແສງປະດິດ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ມີຮອງຫົວໜ້າຄະນະໂຄສະນາອົບຮົມ ແລະ ວິຊາການ ທັງໝົດເຂົ້າຮ່ວມ.
ໃນວັນທີ 11 ພະຈິກ 2022 ໄດ້ລົງພົບປະ ແລະ ແລກປ່ຽນບົດກັບຄະນະໂຄສະນາອົບຮົມ ເມືອງສີໂຄດຕະບອງ ຕ້ອນຮັບໂດຍທ່ານ ແພງພອນ ສໍພາບມີໄຊ ກຳມະການພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງສີໂຄດຕະບອງ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ລຸນທອງ ບຸນມະນີ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ມີຮອງຫົວໜ້າຄະນະໂຄສະນາອົບຮົມ ແລະ ວິຊາການ ທັງໝົດເຂົ້າຮ່ວມ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 111 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 565 |
![]() | ເດືອນນີ້ | 5245 |
![]() | ທັງໝົດ | 236034 |