• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ສວນຊຽງຄວນ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ສວນຊຽງຄວນ ໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວ

ທີ່ມາທ່ຽວນະຄອນຫລວງວຽງຈັນ

       ສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວແຫ່ງອື່ນໆ ເຊັ່ນ: ມີພະພຸດທະຮູບປາງຕ່າງໆ ທີ່ມີຄວາມເກົ່າແກ່ເປັນຈຳນວນຫລາຍ, ມີທັງພະພຸດທະຮູບນ້ອຍ ແລະໃຫຍ່, ມີຮູບປັ້ນຈຳລອງກ່ຽວກັບນາຮົກ-ສະ ຫວັນ ເປັນເອກະລັກທີ່ໂດດເດັ່ນສະເພາະ ເປັນທີ່ໜ້າດຶງດູດໃຈຂອງຫລາຍໆຄົນເຂົ້າໄປທ່ຽວຊົມ ແລະ ຖ່າຍຮູບ. ນອກນັ້ນ, ຍັງມີປະຕູໂຂງທາງເຂົ້າທີ່ມີຄວາມສວຍງາມໂດດເດັ່ນ ເປັນສັນຍາລັກ ສື່ໃຫ້ເຫັນເຖິງວັດທະນະທໍາທີ່ມີການປະສົມປະສານວັດທະນະທໍາຮ່ວມສະໄໝ ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເປັນຈຳນວນຫລວງຫລາຍ.

     ສວນວັດທະນະທໍາຊຽງຄວນ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໄດ້ປະກາດເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານວັດທະນະທໍາແຫ່ງທຳອິດຂອງນະຄອນຫລວງວຽງຈັນ ແລະ ເປີດການນໍາໃຊ້ປະຕູໂຂງໃຫຍ່ ໃນວັນທີ 22 ທັນວາ 2022 ທີ່ຜ່ານມາ.

     ມໍລະດົກວັດທະນະທໍາ ແມ່ນຊັບສົມບັດອັນລໍ້າຄ່າທີ່ບັນພະບູລຸດໄດ້ສ້າງໄວ້ ເຊິ່ງປ່ຽມລົ້ນໄປດ້ວຍຄຸນຄ່າວັດທະນະທໍາອັນໂດດເດັ່ນ ເພື່ອສ່ອງແສງໃຫ້ເຫັນຄວາມເປັນເອກະລັກຂອງຊາດລາວ ຂອງປະ ຊາຊົນບັນດາເຜົ່າ, ການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກວັດທະນະທໍາ ໄດ້ກາຍເປັນໜ້າທີ່ຍຸດທະສາດທີ່ປະເທດຕ່າງໆໃນທົ່ວໂລກ ກໍາລັງສຸມໃສ່ຈັດຕັ້ງຜັນຂະຫຍາຍຕາມສົນທິສັນຍາຂອງອົງ ການຢູເນສໂກ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ຄຸນຄ່າມໍລະດົກຕາມທິດຍືນຍົງ ຢູ່ໃນມະຕິຂອງວຽກງານວັດທະນະທໍາໃນໄລຍະໃໝ່ ພັກເຮົາກໍໄດ້ກໍານົດແຈ້ງກ່ຽວກັບໜ້າທີ່ໃນການອະນຸລັກ ແລະ ສົ່ງເສີມຄຸນຄ່າມໍລະດົກຂອງຊາດ ແລະ ລັດຖະບານໄດ້ມີການຜັນຂະຫຍາຍໃນກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ ສະບັບເລກທີ 11/ສພຊ ລົງວັນທີ 16 ພະຈິກ 2021 ເປັນຕົ້ນແມ່ນວຽກງານຂຶ້ນທະບຽນມໍລະດົກແຫ່ງຊາດ ທີ່ກໍານົດໄວ້ໃນມາດຕາ 29 ສະບັບປັບປຸງ.

     ທ່ານນາງ ສ້ອຍສຸດາ ອິນເມືອງໄຊ ຜູ້ສໍາປະທານສວນວັດທະນະທໍາຊຽງຄວນ ໄດ້ໃຫ້ສຳພາດວ່າ: ສວນວັດທະນະທໍາຊຽງຄວນ ຕັ້ງຢູ່ດ້ານໃຕ້ຂອງບ້ານທ່າເດື່ອ, ທິດເໜືອຕິດກັບບ້ານຖິ່ນຕົມ, ທິດໃຕ້ຕິດກັບບ້ານໜອງແປນເໜືອ ເມືອງຫາດຊາຍຟອງ ຫ່າງຈາກຂົວມິດຕະພາບລາວ-ໄທ 7,3 ກິໂລແມັດ ແລະ ຫ່າງຈາກຕົວເມືອງນະຄອນຫລວງວຽງຈັນ ປະມານ 25 ກິໂລແມັດ. ສວນແຫ່ງນີ້ແມ່ນໄດ້ລິເລີ່ມ ແລະສ້າງຂຶ້ນໃນປີ 1958 ໂດຍການປຸກລະດົມຂົນຂວາຍມະຫາຊົນທັງພາຍໃນ ແລະ ຕ່າງປະເທດ ຜູ້ທີ່ມີຈິດໃຈເຫລື້ອມໃສສັດທາ ປະກອບສ່ວນທຶນ, ວັດຖຸ ແລະ ສະຕິປັນຍາ-ຄວາມຮູ້ ເຂົ້າໃສ່ການກໍ່ສ້າງຮູບປັ້ນຂອງເທວະຮູບ ປະມານ 300 ອົງ, ເນື້ອໃນຂອງຮູບປັ້ນແມ່ນສະແດງໃຫ້ເຫັນເຖິງສາສະໜາພຸດ, ຮິນດູ, ການປະສູດ, ຕັດສະຮູ້, ປະລິນິພານຂອງອົງສົມເດັດສໍາມາສໍາພຸດທະເຈົ້າ, ບັນດາຮູບປັ້ນກ່ຽວກັບພົມ ເທບ ບາບບຸນຄຸນໂທດ ການເກີດແກ່ເຈັບຕາຍຂອງມະນຸດ ບາງເລື່ອງລາວໃນວັນນະຄະດີລາວ ອິນເດຍ ແລະ ອື່ນໆ ເຊິ່ງນໍາພາໂດຍ ພໍ່ຂາວບຸນເຫລືອ ສຸລິລັດ ຫລື ປູ່ເຫລືອ ໃຊ້ເວລາສ້າງ 10 ປີ ຈຶ່ງສໍາເລັດ.

      ປີ 2017 ບໍລິສັດໄດ້ເຂົ້າມາສໍາປະທານສວນວັດທະນະທໍາແຫ່ງນີ້ ນໍາອົງການປົກຄອງເມືອງຫາດຊາຍຟອງ ໃນວັນທີ 24 ສິງຫາ 2017 ໃນເນື້ອທີ່ 21.000 ຕາແມັດ ຈາກນັ້ນ ກໍໄດ້ຜ່ານເນື້ອໃນການອອກແບບ ໂດຍຜ່ານກົມມໍລະດົກ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ພະແນກຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ, ຫ້ອງການວັດທະນະທໍາ ແລະ ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຫາດຊາຍຟອງ ຕາມຂັ້ນຕອນຂອງກົດໝາຍ.

      ຂ້າພະເຈົ້າກໍເປັນນັກທຸລະກິດໜຸ່ມຜູ້ໜຶ່ງ ທີ່ໄດ້ດຳເນີນທຸລະກິດໄປພ້ອມກັບການປະກອບສ່ວນສ້າງສາພັດທະນາປະເທດຊາດ ກໍຄືນະຄອນຫລວງວຽງຈັນ ຕາມກຳລັງຊັບທີ່ມີ ໄປພ້ອມນັ້ນກໍຍັງໄດ້ປະກອບສ່ວນຊ່ວຍເຫລືອສັງຄົມ ແລະ ສ້າງສາວັດວາອາຮາມຕ່າງໆ ເປັນຕົ້ນ ແມ່ນໄດ້ດຳເນີນທຸລະກິດຫລາຍດ້ານ ທີ່ສອດຄ່ອງກັບແຜນພັດທະນາເສດຖະກິດຂອງເມືອງຫາດຊາຍຟອງ ກໍຄືຂອງນະຄອນ ຫລວງວຽງຈັນ ມາໂດຍຕະຫລອດ ໂດຍສະເພາະແມ່ນການພັດທະນາດ້ານການທ່ອງທ່ຽວ ເຊິ່ງໄດ້ມີການປັບປຸງສວນວັດທະນະທໍາຊຽງຄວນ ໃຫ້ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາ ຕິດພັນກັບທໍາມະຊາດ ມີອາກາດປອດໂປ່ງ ແລະ ພັດທະນາປັບປຸງໃຫ້ດີຂຶ້ນເລື້ອຍໆ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມໃຫ້ມີຄວາມປະທັບໃຈ.

      ສວນແຫ່ງນີ້ໄດ້ມີການປັບປຸງພື້ນຖານໂຄງລ່າງ, ວາງທໍ່ລະບາຍນ້ຳ, ກໍ່ສ້າງຕາຝັ່ງກັນດິນເຈື່ອນແຄມນ້ຳຂອງ ເປັນຕົ້ນ ໄດ້ສ້ອມແປງທາງຍ່າງຢູ່ພາຍໃນສວນ, ກໍ່ສ້າງສວນສາທາລະນະ, ຮ້ານອາຫານ, ບ່ອນຫລິ້ນເດັກນ້ອຍ, ຕູບພັກເຊົາ, ປັບປຸງສະຖານທີ່ຈອດລົດໃຫ້ກວ້າງຂວາງກວ່າເກົ່າ, ປັ້ນພຣະພຸດທະຮູບ 48 ປາງ ປະດິດຢູ່ເຂດກຳແພງຂັ້ນເຂດມໍລະດົກ ແລະ ໂຊນເສດຖະກິດ, ປັບປຸງເສັ້ນທາງຍ່າງຊົມວິວ, ປູກຕົ້ນໄມ້ຫລາກຫລາຍສີສັນອ້ອມຮອບ ເພື່ອບໍລິການນັກທ່ອງທ່ຽວທີ່ເຂົ້າມາທ່ຽວຊົມ ເຊິ່ງໄລ ຍະຜ່ານມາ ພັກ-ລັດຖະບານ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມຊ່ວຍເຫລືອໃນຂະແໜງທຸລະກິດ ໂດຍໄດ້ກຳນົດນິຕິກຳທາງດ້ານກົດໝາຍທີ່ເອື້ອອຳນວຍໃຫ້ຂະແໜງທຸລະກິດມາໂດຍຕະຫລອດ.

     ການສະເຫລີມສະຫລອງ ພິທີປະກາດຮັບຮອງເອົາສວນວັດທະນະທໍາຊຽງຄວນ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ ທາງດ້ານວັດທະນະທໍາ ແຫ່ງທີ 1 ຂອງນະຄອນຫລວງວຽງຈັນ ແລະ ເປີດ ນໍາໃຊ້ປະຕູໂຂງໃຫຍ່ໃນຄັ້ງນີ້ ແມ່ນໄດ້ຈັດໃຫ້ມີຫລາຍກິດຈະກໍາ ເຊັ່ນ: ຕອນເຊົ້າມີພິທີໃສ່ບາດຖວາຍສັງຄະທານ, ການຕັດແຖບຜ້າ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນຈາກທ່ານຮອງລັດຖະ ມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ, ຈາກນັ້ນ ໄດ້ມີຂະບວນແຫ່ໃບຢັ້ງຢືນ ແລະ ທ່ຽວຊົມສະຖານທີ່ວັດທະນະທໍາຊຽງຄວນ, ພິທີບາສີສູ່ຂວັນ, ຊົມການສະແດງສິລະປະ-ວັນນະ ຄະດີ ຈາກໂຮງຮຽນແຫ່ງຕ່າງໆຂອງເມືອງ ລວມທັງນັກຮ້ອງທີ່ມີສື່ສຽງຂອງລາວ ແລະ ອື່ນໆ.

     ສະນັ້ນ ຈຶ່ງຂໍເຊີນຊວນພໍ່ແມ່ພີ່ນ້ອງຊາວລາວ ກໍຄືຊາວຕ່າງປະເທດ ເຂົ້າມາທ່ອງທ່ຽວນະຄອນ ຫລວງວຽງຈັນ ເຊິ່ງແມ່ນໜຶ່ງໃນຈຸດໝາຍປາຍທາງຂອງນັກທ່ອງທ່ຽວຈາກທຸກພາກຂອງປະເທດ ກໍຄືຈາກທຸກມຸມໂລກ ທີ່ຈະເຂົ້າມາທ່ຽວຊົມ ແລະ ກາບໄຫວ້ພະທາດຫລວງ ຫໍພະແກ້ວ ວັດສີສະເກດ ວັດອົງຕື້ມະຫາວິຫານ ວັດສີເມືອງ ປະຕູໄຊ... ແລະ ທ່ຽວຊົມສວນວັດທະນະທໍາຊຽງຄວນ ເປັນສະຖານທີ່ທ່ອງທ່ຽວທາງດ້ານວັດທະນະທໍາທີ່ມີເອກະລັກພິເສດ ແລະ ແຕກຕ່າງຈາກສະຖານທີ່ທ່ອງທ່ຽວແຫ່ງ ອື່ນໆ ໃນ ສປປ ລາວ; ເຊິ່ງປີ 2023 ສໍານັກຂ່າວທີ່ມີຊື່ສຽງຂອງສະຫະລັດອາເມລິກາ CNN Travel ໄດ້ຈັດອັນດັບ ແລະ ແນະນໍາຈຸດໝາຍປາຍທາງ ການທ່ອງ ທ່ຽວທີ່ດີທີ່ສຸດ ທີ່ຄວນໄປທ່ຽວ ລາວເຮົາກໍເປັນໜຶ່ງໃນຈໍານວນ 23 ປະເທດ ທີ່ຕິດອັນດັບຈຸດໝາຍປາຍທາງການທ່ອງທ່ຽວທີ່ດີທີ່ສຸດ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 10  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236036
ມື້ນີ້ມື້ນີ້113
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້567
ເດືອນນີ້ເດືອນນີ້5247
ທັງໝົດທັງໝົດ236036

ຄອບຄົວຕົວແບບ