ທັດສະນະສຶກສາອະນຸສອນສະຖານ ສຸພານຸວົງ
..................................................................
ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ, ໃນວັນທີ 19 ກໍລະກົດ 2023 ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ນຳພາພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໂຄສະນາອົບຮົມ 3 ເມືອງ ຄຶ: ເມືອງໄຊເສດຖາ, ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ໄປທັດສະສຶກສານະອະນຸສອນສະຖານ ສຸພານຸວົງ ນໍາໂດຍທ່ານ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ ຄະນະນຳພາໄດ້ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຂອງປະທານ ສຸພານຸວົງ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີທີ່ເປັນບຽບຢ່າງໃຫ້ແກ່ຄົນຮຸ່ນຫຼັງ, ຫຼັງຈາກນັ້ນໄດ້ຮັບຟັງການບັນຍາຍຈາກຄະນະຮັບຜິດຊອບອະນຸສອນສະຖານ ສຸພານຸວົງ ເຊິ່ງໄດ້ຫວນຄືນກ່ຽວກັບປະຫວັດ, ຜົນງານການເຄື່ອນໄຫວ ແລະ ການດໍາລົງຊີວິຂອງທ່ານປະທານ ສຸພານຸວົງ.
ພ້ອມກັນນີ້ ຫົວໜ້າຄະນະໄດ້ສະແດງຄວາມຮູ້ສຶກພາກພູມໃຈ ທີ່ໄດ້ມາຢ້ຽມຊົມອະນຸສອນສະຖານ ສຸພານຸວົງ ແລະ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບ ແລະ ຍ້ອງຍໍຊົມເຊີຍຕໍ່ອະນຸສອນສະຖານ ສຸພານຸວົງ ທີ່ໄດ້ເອົາໃຈໃສ່ໃນການອະທິບາຍເນື້ອໃນ ແລະ ສ້າງອະນຸສອນສະຖານ ສຸພານຸວົງ ເພື່ອເປັນບ່ອນທັດສະນະສຶກສາ ຮຽນຮູ້ປະຫວັດຄວາມເປັນມາ ມູນເຊື້ອພິລະອາດຫານຂອງບັນດາທ່ານຜູ້ນໍາຂອງການປະຕິວັດລາວ ທີ່ໄດ້ເສຍສະຫຼະຊີວິດເລືອດເນື້ອ ເພື່ອພາລະກິດລວມຂອງປະເທດຊາດ ເຊິ່ງໄດ້ກາຍເປັນບົດຮຽນອັນລໍ້າຄ່າໄວ້ໃຫ້ຄົນຮຸ່ນຫຼັງໄດ້ສຶກສາຮໍ່າຮຽນ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 101 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 555 |
![]() | ເດືອນນີ້ | 5235 |
![]() | ທັງໝົດ | 236024 |