• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ເຈົ້າຄອງເນັ້ນໃຫ້ສື່ມວນຊົນ ນວ ສືບຕໍ່ຮັກສາມູນເຊື້ອ

ເຈົ້າຄອງເນັ້ນໃຫ້ສື່ມວນຊົນ ນວ ສືບຕໍ່ຮັກສາມູນເຊື້ອ ແລະ ສ້າງຜົນງານໃຫ້ສູງເດັ່ນຂຶ້ນກວ່າເກົ່າ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມດ້ວຍຄະນະໄດ້ລົງພົບປະ ຢ້ຽມຢາມ ແລະ ໂອ້ລົມພະນັກງານສື່ມວນຊົນນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ ຄົບຮອບ 73 ປີ (13/8/1950-13/8/2023) ໂດຍທ່ານໄດ້ເນັ້າໃຫ້ສື່ມວນຊົນນະຄອນຫຼວງວຽງຈັນ ເອົາໃຈ ໃສ່ເປັນ ຕົ້ນໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ສ້າງຜົນງານໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ການລົງພົບປະ ຢ້ຽມຢາມ ແລະ ໂອ້ລົມພະນັກງານສື່ ຄັ້ງນີ້ມີຂຶ້ນໃນວັນທີ 10 ສິງຫາ 2023 ທີ່ສະຖານີວິທະຍຸ-ໂທລະ ພາບ ນວ ຖືກຕ້ອນຮັບໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ ນວ) ພ້ອມດ້ວຍຄະນະພະແນກ ກອງວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ທ່ານ ນາງ ວິໄລວອນ ຈັນທະລາຕີ ໄດ້ລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການພັດທະນາຄຸ້ມຄອງວຽກງານສື່ມວນຊົນໄລຍະຜ່ານ ແລະ ແຜນດຳເນີນງານໃນຕໍ່ໜ້າ ໃຫ້ທ່ານເຈົ້າຄອງຊາບ ພະແນກ ຖວທ ເປັນສະມາ ຊິກອົງການປົກຄອງ ແລະ ມີພາລະບົດບາດໜ້າທີ່ເປັນເສນາທິການໃຫ້ອົງການປົກຄອງ ນວ ແລະ ກະຊວງ ຖວທ ໃນການຄຸ້ມຄອງບໍລິຫານວຽກງານ ຖວທ ຢູ່ ນວ ພະແນກປະກອບມີ 4 ຂະແໜງການ 4 ກອງວິຊາການ ແລະ 9 ຫ້ອງການ ຖວທ ເມືອງ ມີພະນັກງານ-ລັດຖະກອນທັງໝົດ 197 ຄົນ ຍິງ 99 ຄົນ ມີພະນັກງານ-ລັດຖະກອນ ແລະ ສັນຍາຈ້າງທີ່ເຮັດວຽກງານສື່ 85 ຄົນ ຂະແໜງການທີ່ເຮັດວຽກກ່ຽວພັນກັບສື່ແມ່ນຂະແໜງຖະແຫຼງຂ່າວ ກອງວິຊາການໜັງສືພິມວຽງຈັນໃໝ່ ແລະ ວຽງຈັນທຸລະກິດ -ສັງຄົມ ມີສຳນັກງານຕັ້ງຢູ່ນຳພະແນກ ຖວທ ນວ ບ້ານໜອງບຶກ ເມືອງສີໂຄດ ກອງວິຊາການວິທະຍຸໂທລະພາບຕັ້ງຢູ່ບ້ານໂພນຕ້ອງສະຫວາດ ເມືອງຈັນທະບູລີ ສຳລັບຢູ່ຂັ້ນເມືອງມີການນຳໃຊ້ ໂທລະໂຄ່ງປະຈຳບ້ານເປັນພາຫານະສື່ໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ແລະ ວຽກງານສຳຄັນຕ່າງໆ ເພື່ອເຂົ້າເຖິງປະຊາຊົນ ໂດຍມີຄະນະອົງການປົກຄອງບ້ານເປັນຜູ້ເຮັດວຽກງານໂຄສະນາປະຊາສຳພັນປະຈຳບ້ານ ໃນປີນີ້ກະຊວງ ຖວທ ໄດ້ນຳໂທລະໂຄ່ງໃໝ່ 30 ຊຸດມອບໃຫ້ ນວ ເພື່ອຕິດຕັ້ງໃຫ້ 30 ບ້ານຢູ່ໃນ 6 ເມືອງ ຖືວ່າມາຮອດປັດຈຸບັນໄດ້ຕິດຕັ້ງສຳເລັດສາມາດເຮັດວຽກງານການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານສູ່ກຸ່ມເປົ້າໝາຍໄດ້ໂດຍພື້ຖານ. ໂດຍປະຕິບັດຕາມຄາດໝາຍສູ້ຊົນຂອງ ນວ ທີ່ລະບຸໄວ້ໃນມະຕິ VII ຂອງອົງຄະນະພັກ ນວ ໃນນັ້ນໄດ້ມີແຜນງານພັດທະນາສື່ມວນຊົນ ນວ ໃຫ້ມີຄຸນນະພາບ ທັນສະໄໝ ວ່ອງໄວຊັດເຈນ ເປັນແຫຼ່ງສະໜອງຂໍ້ມູນຂ່າວສານ ແລະ ສາລະຄວາມຮູ້ຢ່າງຮອບດ້ານໃຫ້ຜູ້ບໍລິໂພກຂ່າວ ສ້າງຄວາມເຂັ້ມແຂງ ແລະ ຫັນໄປສູ່ການກຸ້ມຕົນເອງທາງດ້ານງົບປະມານໃນລະດັບທີ່ແນ່ນອນ.

ຄະນະພັກອົງການປົກຄອງ ນວ ໄດ້ເຫັນຄວາມສຳຄັນ ແລະ ເອົາໃຈໃສ່ໃນການປັບປຸງ ແລະ ພັດທະນາວຽກງານສື່ຂອງ ນວ ຢ່າງຕັ້ງໜ້າດ້ວຍການລົງທຶນເຂົ້າໃນການປຸກສ້າງອາ ຄານ ແລະ ປະກອບຕິດຕັ້ງອຸປະກອນຮັບໃຊ້ຄົບຊຸດໃຫ້ແກ່ການສ້າງສະຖານີໂທລະພາບ ນວ ມີມູນຄ່າຫຼາຍກວ່າ 40 ຕື້ກີບ ພ້ອມທັງສະໜອງພາຫານະ ແລະ ອຸປະກອນໃຫ້ກອງວິຊາການໜັງສືພີມວຽງຈັນໃໝ່ ມູນຄ່າຫຼາຍ 100 ລ້ານ ແລະ ອື່ນໆ ອັນໄດ້ເຮັດໃຫ້ວຽກງານສືີ່ມວນຊົນຂອງ ນວ ການເຕີບໃຫຍ່ ແລະ ຂະຫຍາຍຕົວເປັນກ້າວໆມາເຖິງປັດຈຸບັນ. ແຕ່ຢ່າງໃດກໍດີເຖິງວ່າຈະຍາດໄດ້ຜົນງານມາຫຼາຍດ້ານອັນພົ້ນເດັ່ນຜ່ານມາ ແຕ່ກໍຍັງມີຄວາມຫຍຸ້ງຍາກ ແລະ ສິ່ງທ້າ ທາຍຫຼາຍດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ສະເໜີໃຫ້ອົງການປົກຄອງ ນວ ພິຈາລະນາຊ່ວຍເຫຼືອໃນຕໍ່ໜ້າໃຫ້ດີຂຶ້ນເປັນຕົ້ນດ້ານງົບປະມານໃນການເຄື່ອນໄຫວ ແລະ ສົ່ງ ເສີມວິຊາການມີໜ້ອຍ ແລະ ການສ້າງລາຍຮັບວິຊາການຈາກວຽກສື່ມວນຊົນ ແລະ ການພິມຈໍາໜ່າຍມີທ່າອ່ຽງຫຼຸດລົງ ບຸກຄະລາກອນສື່ມວນຊົນທີ່ມີຄວາມຊໍານານ ແລະ ຊ່ຽວຊານມີຄວາມເປັນມືອາຊີບມີຈໍານວນໜ້ອຍ ສ່ວນຫຼາຍຍັງເປັນພະນັກງານຕາມສັນຍາເກືອບເຄິ່ງໜຶ່ງຂອງພະນັກງານ-ລັດຖະກອນທັງໝົດ ແລະ ໂຄງລ່າງພື້ນຖານ ວັດຖຸ-ເຕັກນິກໃນຂົງເຂດວຽກງານສື່ມວນຊົນຍັງບໍ່ທັນເປັນລະບົບຄົບຊຸດ ອຸປະກອນເຕັກ ນິກບາງດ້ານຍັງເກົ່າ ແລະ ຊຸດໂຊມ ບໍ່ສາມາດເຊື່ອມຕໍ່ກັບລະບົບໃໝ່ໄດ້ ແລະ ອື່ນໆ.

ໂອກາດນີ້ທ່ານເຈົ້າຄອງ ນວ ໄດ້ໃຫ້ກຽດໂອ້ລົມກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຂໍຊົມເຊີຍຕໍ່ຜົນງານຂອງພະ ນັກງານສື່ມວນຊົນ ນວ ທີ່ໄດ້ເອົາໃຈໃສ່ເປັນກະບອກສຽງອັນສຳຄັນໃນການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານໃຫ້ທົ່ວສັງຄົມກໍຄືການຈັດຕັ້ງປະຕິບັດແຜນພັດທະນາຕ່າງໆຂອງອົງການປົກຄອງ ນວ ໃຫ້ມີຜົນສຳເລັດເປັນກ້າວໆມາ ພ້ອມນັ້ນທ່ານຍັງໄດ້ເນັ້ນໃຫ້ອົງການສື່ມວນຊົນຂອງ ນວ ເອົາໃຈ ໃສ່ເປັນຕົ້ນໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ຜົນງານດັ່ງກ່າວໃຫ້ສູງເດັ່ນຂຶ້ນກວ່າເກົ່າ ເອົາໃຈໃສ່ພັດທະນາສື່ໃຫ້ມີຫຼາຍສີສັນຕາມ 4 ລັກສະນະ ແລະ ມີຄວາມທັນໄໝ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ ຜູ້ຟັງ ແລະ ຜູ້ຊົມໃຫ້ນັບມື້ຫຼາຍຂຶ້ນ ພ້ອມນັ້ນກໍຕ້ອງສົ່ງເສີມປະຊາຊົນມີສ່ວນຮ່ວມໃນວຽກງານສື່ມວນຊົນ ແລະ ການພິມຈຳໜ່າຍ ໂດຍການຊຸກຍູ້ສົ່ງເສີມ ແລະ ມີສ່ວນຮ່ວມຈາກຫຼາຍພາກສ່ວນ ເປັນຕົ້ນອົງການຈັດຕັ້ງມາຫາຊົນ ແລະ ບັນດາພະແນກການໃຫ້ຫັນມາລົງເຜີຍແຜ່ຜ່ານຊອງທາງດັ່ງກ່າວ ເພື່ອໃຫ້ໄດ້ໂຄສະນາ ແລະ ສ້າງແຫຼ່ງລາຍຮັບວິຊາການໃຫ້ຫຼາຍຂຶ້ນ ເພີ່ມທະວີເອົາໃຈໃສ່ເຜີຍແຜ່ສະໜອງຂໍ້ມູນຂ່າວສານທີ່ເປັນປະໂຫຍດ ມີຄວາມຖືກຕ້ອງ ແລະ ຊັດເຈນ ມີການພົວພັນຮ່ວມມືແລກປ່ຽນບັນດາປະເທດເພື່ອນມິດຍຸດທະ ສາດ ເພື່ອພັດທະນາສື່ໃຫ້ກ້າວໄປສູ່ຄຸນນະພາບໃໝ່ເທື່ອລະກ້າວ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 27  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236031
ມື້ນີ້ມື້ນີ້108
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້562
ເດືອນນີ້ເດືອນນີ້5242
ທັງໝົດທັງໝົດ236031

ຄອບຄົວຕົວແບບ