ຈະສຸມໃສ່ການພັດທະນາຮອບດ້ານ 6 ຂົງເຂດບູລິມະສິດ
ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ (AMF) ໄດ້ຈັດຂຶ້ນໃນວັນທີ 1-2 ສິງຫາ 2023 ທີ່ຈາກາຕາ ປະເທດອິນໂດເນເຊຍ ໂດຍມີເຈົ້າຄອງນະຄອນຫລວງບັນດາປະເທດອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືໃນ 6 ວຽກຈຸດສຸມ ແລະ ໄດ້ປະກາດຄໍາໝາຍໝັ້ນສັນຍາຮ່ວມກັນໃນການສ້າງສາຍພົວພັນຮ່ວມມື ລະຫວ່າງພາກພື້ນ ແລະ ໃນພາກພື້ນ ເພື່ອເຮັດໃຫ້ປະເທດອາຊຽນເປັນໃຈໃຈຂອງການຂະຫຍາຍຕົວທາງດ້ານເສດຖະກິດ ໃນກອງປະຊຸມບັນນດາເຈົ້າຄອງນະຄອນຫລວງອາຊຽນ ໄດ້ພ້ອມກັນປຶກສາຫາລືໃນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນການຂະຫຍາຍຕົວໃນຂົງເຂດພາກພື້ນ ການຫັນ ປ່ຽນເປັນດີຈີຕອນ ການປ່ຽນແປງຂອງດິນຟ້າອາກາດ ນອກຈາກນັ້ນຍັງໄດ້ປຶກສາຫາລືກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນບັນດານະຄອນຫລວງອາຊຽນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ສໍາລັບຜົນຂອງການປຶກສາຫາລືຂອງເຈົ້າຄອງນະຄອນຫລວງອາຊຽນ ຫລື ບັນດາປະເທດສະມາຊິກ AMF ຄຽງຄູ່ກັບຜົນຂອງການປຶກສາຫາລື ໃນກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ ນີ້ແມ່ນເປັນເນື້ອໃນຂອງຖະແຫລງການ ແລະ ຄຳໝັ້ນສັນຍາ ຮ່ວມກັນຂອງບັນດາຜູ້ນຳອາຊຽນ ໃນການສ້າງຕົວເມືອງແບບຍືນຍົງ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ນະຄອນຫລວງວຽງຈັນ ໄດ້ມີຍຸດທະສາດທີ່ຈະແຈ້ງຊັດເຈນ ໃນການວາງແຜນທິດທາງຕໍ່ໜ້າເພື່ອຮັບມື ແລະ ຊອກຫາຊ່ອງທາງແກ້ໄຂບັນຫາສິ່ງທ້າທາຍທີ່ຈະເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ສະພາບສິ່ງແວດລ້ອມໂດຍລວມ ເຊັ່ນ: ການເພີ່ມທະວີເອົາໃຈໃສ່ຕໍ່ການປັບໂຕໃຫ້ສາມາດຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາ ກາດ ການຈັດບູລິມະສິດການລົງທຶນທີ່ຍືນຍົງ ການສ້າງວຽກເຮັດງານທຳ ສ.ສີຂຽວ ເພື່ອຍົກລະດັບຊີວິດການເປັນຢູ່ຂອງຜູ້ທີ່ອາໄສຢູ່ໃນຕົວເມືອງ ເປັນຕົ້ນ ນະຄອນຫລວງວຽງຈັນ ຈຶ່ງໄດ້ວາງແຜນທິດທາງພັດທະນາ ສ້າງນະຄອນຫລວງວຽງຈັນ ໃຫ້ເປັນນະຄອນທີ່ມີຄວາມໜ້າຢູ່ ໂດຍໄດ້ກຳນົດນະໂຍບາຍ 6ສ: ສ.ສະຫງົບ ສ.ສະອາດ ສ.ສີຂຽວ ສ.ສະຫວ່າງ ສ.ສະເໜ່ ແລະ ສ.ສີວິໄລ ພ້ອມທັງເພີ່ມທະວີຍົກລະດັບພື້ນຖານໂຄງລ່າງ ເຄຫະສະຖານ ແລະ ລະບົບສາທາລະນະປະໂຫຍດສູ່ຄຸນນະພາບໃໝ່ ສ້າງນະຄອນຫລວງວຽງຈັນ ໃຫ້ເປັນນະຄອນທີ່ທັນສະໄໝຍືນຍົງ ແລະ ສາມາດຮັບມືກັບໄພທຳມະຊາດ ໂດຍສະເພາະການດຳເນີນແຜນຈັດຕັ້ງປະຕິບັດຕົວເມືອງສີຂຽວ (2023-2030) ແລະ ເພື່ອໃຫ້ບັນລຸເປົ້າໝາຍທີ່ກ່າວມານັ້ນ ນະຄອນຫລວງວຽງຈັນ ຈະໄດ້ສຸມໃສ່ການພັດທະນາຮອບດ້ານ ກວມເອົາ 6 ຂົງເຂດບູລິມະສິດ ຄື: 1) ການຄຸ້ມຄອງຂີ້ເຫຍື້ອແບບຍືນຍົງ 2) ການຄຸ້ມຄອງນໍ້າເປື້ອນ ແລະ ສຸຂາພິບານ 3) ຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດ 4) ການເດີນທາງໃນຕົວເມືອງແບບຍືນຍົງ 5) ພື້ນທີ່ສາທາລະນະສີຂຽວ ແລະ 6) ພະລັງງານຍືນຍົງ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 95 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 549 |
![]() | ເດືອນນີ້ | 5229 |
![]() | ທັງໝົດ | 236018 |