ຊາວໜຸ່ມຍຸກໃໝ່ຮ່ວມໃຈບໍລິຈາກເລືອດ
ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ນະຄອນຫຼວງວຽງຈັນ ຮ່ວມກັບສູນເລືອດແຫ່ງຊາດ ໄດ້ຈັດກິດຈະກໍາບໍລິຈາກເລືອດ ຊາວໜຸ່ມຍຸກໃໝ່ຮ່ວມໃຈບໍລິຈາກເລືອດຊ່ວຍເຫຼືອສັງຄົມ ເນື່ອງໃນໂອກາດວັນຢຶດອຳນາດ 23 ສິງຫາ ຄົບຮອບ 48 ປີ ວັນສ້າງຕັ້ງລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 32 ປີ ແລະ ວັນໄວໜຸ່ມສາກົນ 12 ສິງຫາ ຄົບຮອບ 23 ປີ ພາຍໃຕ້ຫົວຂໍ້ ໃຫ້ເລືອດ ໃຫ້ຊີວິດ ຂຶ້ນໃນຕອນເຊົ້າຂອງວັນທີ 17 ສິງຫາ 2023 ທີ່ສໍານັກງານປົກຄອງ ນະຄອນຫຼວງວຽງຈັນ ໂດຍມີສະຫາຍ ຫຸມແພງ ສີສົມບັດ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ສະຫາຍ ດຣ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອແຫ່ງຊາດ ອົງການກາແດງລາວ ພ້ອມດ້ວຍສະມາຊິກຊາວໜຸ່ມອ້ອມຂ້າງ ໃນທົ່ວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.
ສະຫາຍ ຫຸມແພງ ສີສົມບັດ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ: ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງຊາດ ໂດຍສະເພາະວັນຢຶດອຳນາດ, ວັນສ້າງຕັ້ງລັດຖະທຳມະນູນແຫ່ງຊາດ ແລະ ວັນໄວໜຸ່ມສາກົນໃຫ້ເປັນຂະບວນຟົດຟື້ນ ພ້ອມກັນນັ້ນ ຍັງເປັນການປຸກລະດົມຊາວໜຸ່ມຜູ້ທີ່ມີສຸຂະພາບແຂງແຮງຄົບຕາມເງື່ອນໄຂໃນການບໍລິຈາກເລືອດ ມາບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້ ເຊິ່ງເປັນການປະກອບສ່ວນທາງດ້ານມະນຸດສະທຳ ຕິດພັນກັບການຊ່ວຍເຫລືອຊີວິດຂອງເພື່ອນມະນຸດດ້ວນກັນ ໃນແຕ່ລະປີການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ຊາວໜຸ່ມ-ໄວໜຸ່ມທຸກເພດທຸກໄວ ໄດ້ມີສ່ວນຮ່ວມໃນວຽກງານການປຸກລະດົມຂົນຂວາຍຫາຜູ້ບໍລິຈາກເລືອດ ແລະ ກໍ່ມີຜູ້ບໍລິຈາກເລືອດເປັນຈໍານວນຫຼວງຫຼາຍ ສໍາລັບເລືອດທີ່ໄດ້ຮັບບໍລິຈາກໃນຄັ້ງນີ້ ຈະນໍາໄປຊ່ວຍເຫຼືອຄົນເຈັບທີ່ມີຄວາມຕ້ອງການເລືອດ ແລະ ນອນປີ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ເຊີ່ງເລືອດຂອງທ່ານ 1 ຄົນ ແມ່ນສາມາດຊ່ວຍຊີວິດຂອງເພື່ອນມະນຸດດ້ວຍກັນໄດ້ຫຼາຍຄົນ ໃນນັ້ນຊາວໜຸ່ມພວກເຮົາກໍ່ຕ້ອງໄດ້ເປັນເຈົ້້າການໃນການປະຕິບັດຕາມນາມມະຍົດ ທີ່ອະດິດການນຳພັກ-ລັດໄດ້ມອບໃຫ້ພວກເຮົາຄື:
“ ບ່ອນໃດຍາກຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການຊາວໜຸ່ມຂານອາສາ ”
ມີ 209 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 92 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 546 |
![]() | ເດືອນນີ້ | 5226 |
![]() | ທັງໝົດ | 236015 |