• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ຊີ້ນໍາວຽກງານພະແນກພະລັງງານ ແລະ ບໍ່ແຮ່ ນວ

ຊີ້ນໍາວຽກງານພະແນກພະລັງງານ ແລະ ບໍ່ແຮ່ ນວ

      ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຂອງນະຄອນຫຼວງວຽງຈັນ ພ້ອມຄະນະ ລົງພົບປະ ແລະ ຊີ້ນໍາວຽກງານຢູ່ພະແນກພະລັງງານ ແລະ ບໍ່ແຮ່ ນວ ວັນທີ 30 ສິງຫາ 2023 ໂດຍການຕ້ອນຮັບຂອງທ່ານ ເສີມຄໍາ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ນວ ມີບັນດາພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

      ທ່ານເສີມຄໍາ ທັມມະວົງສາ ໄດ້ລາຍງານສະພາບການທີ່ພົ້ນເດັ່ນ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງພະແນກ ໃຫ້ຮູ້ວ່າ: ໃນໄລຍະ 8 ເດືອນຕົ້ນປີ 2023 ພະແນກໄດ້ສູ້ຊົນເອົາໃຈໃສ່ຫຼາຍວຽກງານຢ່າງມີຜົນສໍາເລັດເປັນຕົ້ນ ດ້ານວຽກງານພະລັງງານ ໄດ້ຄຸ້ມຄອງ ຕິດຕາມ ກວດກາ ບັນດາຫົວໜ່ວຍທຸລະກິດທີ່ເຄື່ອນໄຫວກິດຈະການດ້ານໄຟຟ້າ ພາຍໃນ ນວ  ເຊິ່ງໄດ້ຄົ້ນຄວ້າອອກອະນຸຍາດ ໄດ້ທັງໝົດ 20 ຫົວໜ່ວຍຊຸກຍູ້ໃຫ້ບັນດາຫົວໜ່ວຍປະຕິບັດພັນທະອາກອນເຂົ້າລັດ ເປັນຈຳນວນເງີນ 3,19 ຕື້ກີບ ຈັດຕັ້ງປະຕິບັດ ແລະ ຕິດຕາມວຽກງານກວດກາການຊົມໃຊ້ໄຟຟ້າໃຫ້ປະຊາຊົນ ໃນ ນວ ໃຫ້ມີຄວາມປອດໄພ ໂດຍມີຄາດໝາຍບໍ່ໃຫ້ຫຼຸດ 30% ເທົ່າກັບ 26.000 ຫຼັງຄາເຮືອນ ມາຮອດປັດຈຸບັນ ສາມາດຕິດຕາມກວດກາໄດ້ 17.587 ຫຼັງຄາເຮືອນ ເທົ່າກັບ 67.64% ແລະ ພົບບັນຫາ 3.163 ຫຼັງຄາເຮືອນ ເທົ່າກັບ 17,98% ຂອງຫຼັງຄາເຮືອນທີ່ໄດ້ລົງກວດກາ ແກ້ໄຂແລ້ວ 333 ຫຼັງຄາເຮືອນ ເທົ່າກັບ 10,52% ສຳເລັດການຈັດຕັ້ງປະຕິບັດໂຄງການຈັດຊື້ລົດໄຟຟ້າ 3 ຄັນ ເພື່ອນຳໃຊ້ທົດລອງເຂົ້າໃນວຽກບໍລິຫານ ແລະ ເກັບກຳຂໍ້ມູນທາງດ້ານເຕັກນິກ ສຸ່ມ​ໃສ່​​ຍົກ​ລະ​ດັບຖະ​ໜົນ​ສະ​ຫວ່າງ ເພື່ອ​ຮັບ​ປະ​ກັນ​ແສງ​ສະ​ຫວ່າງ​​ຂອງ​ຕົວ​ເມືອງ ພະແນກພະລັງງານ ແລະ ບໍ່ແຮ່ ຕ່າງໜ້າໃຫ້ອົງ ການປົກຄອງ ນະຄອນຫຼວງວຽງຈັນ ຮ່ວມກັບພາກສ່ວນກ່ຽວຂ້ອງ​ໄດ້ຮ່ວມມືກັບລັດວິສາຫະກິດໄຟຟ້າລາວ ເພື່ອ​ທົດລອງໂຄງ​ການການຄຸ້ມຄອງບຳລຸງຮັກສາໄຟເຍືອງທາງ ເຮັດ​ສັນ​ຍາ 21 ເສັ້ນທາງຫຼັກ ໃຫ້​ຮຸ່ງ​ແຈ້ງ​ປົກ​ກະ​ຕິໃນ​ໄລ​ຍະ 5 ປີ ແລະ ສືບ​ຕໍ່ຂຶ້ນແຜນສ້ອມແປງຈຳ​ນວນ 12 ເສັ້ນ​ທາງ ​ໃນ​ນີ້ໄດ້ສຳ​ເລັດແລ້ວ​ 7 ເສັ້ນ​ທາງ ແລະ ສຶບຕໍ່ປັບປຸງອີກ 5 ເສັ້ນທາງ ຊຸກຍູ້ ສົ່ງເສີມໃຫ້ພາກເອກະຊົນຜະລິດພະລັງງານໄຟຟ້າ ຈາກພະລັງງານທົດແທນ ຜ່ານມາມີກໍ່ສ້າງ, ຕິດຕັ້ງສຳເລັດ ແລະ ເຊື່ອມຕໍ່ເຂົ້າລະບົບຂອງໄຟຟ້າລາວ ສູ້ຊົນປັບປຸງ, ຍົກລະດັບລະບົບຕາຂ່າຍໃຫ້ມີຄວາມສະຖຽນລະພາບ, ຮັບປະກັນການກໍ່ສ້າງຕິດຕັ້ງໄຟຟ້າ ແລະ ການຊົມໃຊ້ໄຟຟ້າໃຫ້ໄດ້ມາດຕະຖານ ແລະ ມີຄວາມປອດໄພ ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ມີຕາ​ຂ່າຍ 22 ກິໂລໂວນ 17.188 ກິ​ໂລ​ແມັດຕໍ່ວົງ​ຈອນ ຕາ​ຂ່າຍ 0.4 ກິໂລໂວນ 3.574 ກິ​ໂລ​ແມັດຕໍ່ວົງ​ຈອນ ແລະ ຕິດ​ຕັ້ງ​ປ່ຽນ​ຖ່າຍ​ໝໍ້​ແປງ 3.839 ໜ່ວຍ ມີ​ກຳ​ລັງ​ຕິດ​ຕັ້ງ 1.124.555 ກິ​ໂລ​ໂວນ​ແອັມ ແລະ ອື່ນໆ.

       ສໍາລັບແຜນຈຸດສຸມ 4 ເດືອນ ເປັນຕົ້ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດຢູ່ໃນ ນວ ໃຫ້ມີຜົນສຳເລັດຕາມລະດັບຄາດໝາຍ ສຶບຕໍ່ຕິດຕາມໂຄງການຍົກລະດັບໄຟຟ້າ ໃນນະຄອນຫຼວງວຽງຈັນ ດ້ວຍທຶນຊ່ວຍເຫຼືອລ້າຈາກ ສປ.ຈີນ (ໄລຍະ 2) ຄຸ້ມຄອງການກໍ່ສ້າງ-ຕິດຕັ້ງໄຟຟ້າ ໃຫ້ສອດ ຄ່ອງຕາມລະບຽບກົດໝາຍ ແລະ ປະຕິບັດຕາມຂັ້ນຕອນມາດຕະຖານເຕັກນິກໄຟຟ້າ ຂອງ ສ.ປ.ປ ລາວ ຢ່າງເຂັ້ມງວດ ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການກວດ​ກາ ການ​ຊົມ​ໃຊ້​ໄຟ​ຟ້າ​ໃຫ້​ປະ​ຊາ​ຊົນ ໃນ​ນະ​ຄອນ​ຫຼວງວຽງ​ຈັນ ເປັນ​ປົກ​ກະ​ຕິ ເພື່ອຫຼຸ​ດ​ຜ່ອນ​ການ​ເກີດອຸປະຕິເຫດທາງດ້ານ​ໄຟຟ້າ ພ້ອມນັ້ນຍັງໄດ້ສະເໜີໃຫ້ລັດຖະບານມີຄໍາເຫັນຊີ້ນໍາທ້ອງຖິ່ນຢ່າງຈະແຈ້ງຊັດເຈນ ກ່ຽວກັບບັນດາໂຄງການຊອກຄົ້ນ, ສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດຕ່າງໆ ທີ່ໄດ້ຢຸດເຊົາຊົ່ວຄາວໃນການດຳເນີນການພັດທະນາໂຄງການທີ່ໄດ້ເຊັນສັນຍາກັບລັດຖະບານ ໃນໄລຍະ ປີ 2014 ຈົນຮອດປັດຈຸບັນ ເນື່ອງຈາກລາຄາແຮ່ທາດໃນຕະຫຼາດໂລກຕົກຕໍ່າຫຼາຍ, ຂາດສະພາບຄ່ອງທາງດ້ານເສດຖະກິດຂອງບໍລິສັດ; ສະນັ້ນ, ພະແນກພວກເຮົາ ເຫັນວ່າເປັນການຈັບຈ່ອງພື້ນທີ່ໄວ້ໂດຍບໍ່ເກີດຜົນປະໂຫຍດຫຍັງ, ເປັນການທວງດຶງການພັດທະນາໃນເຂດດັ່ງ ກ່າວສ້າງຄວາມຫຍຸ້ງຍາກໃຫ້ພໍ່ແມ່ປະຊາຊົນ ໃນການເຂົ້າໄປພັດທະນາພື້ນທີ່, ເຂົ້າໄປທຳມາຫາກິນ  ແລະ ມີບາງໂຄງການຍັງຄ້າງຊໍາລະບັນດາພັນທະຕ່າງໆຕາມສັນຍາທີ່ໄດ້ເຊັນກັນໄວ້ ເຊິ່ງເປັນມູນຄ່າຢ່າງຫຼວງຫຼາຍ,

      ສະເໜີກ່ຽວກັບການແບ່ງຄວາມຮັບຜິດຊອບລະຫວ່າງຂະແໜງການວິຊາການທີ່ກ່ຽວຂ້ອງ ໃນການເປັນເຈົ້າການ, ເປັນໃຈກາງໃນການປະສານສົມທົບ, ຈັດຕັ້ງປະຕິບັດການໄກ່ເກ່ຍສິ່ງກີດຂວາງດ້ານຕ່າງໆ ຂອງບັນດາໂຄງການທີ່ໄດ້ເຊັນສັນຍາພັດທະນາໂຄງການດ້ານພະລັງງານ ແລະ ບໍ່ແຮ່ ໃນຂອບເຂດທົ່ວປະເທດ ສະເໜີໃຫ້ອອກເປັນນິຕິກຳສະເພາະ ແລະ ສະເໜີບັນຫາສໍາຄັນອີກຈໍານວນໜຶ່ງ.

      ໃນໂອກາດນີ້ທ່ານ ອາດສະພັງທອງ ສີພັນດອນ ໄດ້ມີທິດຊີ້ນຳ ໃຫ້ເອົາໃຈໃສ່ການປະຕິບັດບັນດານິຕິກໍາຕ່າງໆ ທີ່ກ່ຽວຂ້ອງກັບຂະແໜງການຂອງຕົນ ພ້ອມທັງເອົາໃຈໃສ່ໃນການຕິດຕາມກວດກາໂຄງການກໍ່ສ້າງ ແລະ ຕິດຕັ້ງລະບົບສາຍສົ່ງໄຟຟ້າແຮງສູງທີ່ຜ່ານນະຄອນຫຼວງວຽງຈັນ ໂດຍຕ້ອງໄດ້ເກັບກຳຂໍ້ມູນອັນລະອຽດ ແຍກປະເພດການຊົດເຊີຍໃຫ້ໄດ້ ທີ່ສຳຄັນລີກລ້ຽງຫາງສຽງຈົ່ມວ່າຂອງປະຊາຊົນ ສຸມໃສ່ປະກອບສວນ ເຂົ້າໃນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເອົາໃຈໃສ່ກວດກາຄືນ ວຽກງານຈຸດສຸມໃນບາງດ້ານປັບປຸງໃຫ້ສອດຄ່ອງກັບສະພາບ ແລະ ເງື່ອນໄຂໃໝ່ ທັງສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ຄວາມສາມາດຕົວຈິງ. ສໍາລັບການພັດທະນາວຽກງານບໍ່ແຮ່ນັ້ນ ສືບຕໍ່ຊຸກຍູ້ ແລະ ປະຕິບັດຕາມທິດ: ເປັນມິດກັບສິ່ງແວດລ້ອມ, ຂະຫຍາຍຕົວແບບໜັກແໜ້ນ, ຕໍ່ເນື່ອງ ແລະ ຍືນຍົງ; ປັບປຸງຂອດການຄົ້ນຄວ້າ, ການອະນຸຍາດໃນການດໍາເນີນທຸລະກິດດ້ານນີ້ໃຫ້ເຄັ່ງຄັດ, ເຂັ້ມງວດ, ໂປ່ງໃສ ແລະ ສອດຄ່ອງກັບລະບຽບກົດໝາຍ, ແບ່ງຂັ້ນຄຸ້ມຄອງໃຫ້ຖືກຕ້ອງ, ມີປະສິດທິຜົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນຂະ ແໜງການບໍແຮ່ໃຫ້ລຸດລົງຢ່າງຈະແຈ້ງ ເອົາໃຈໃນການຕິດຕາມກວດກາການລັກລອບຂຸດຄົ້ນແຮ່ທາດແບບຊະຊາຍ ໂດຍສະເພາະການຂຸດຄົ້ນດິນແດງ ຫີນດານ ຫີນກໍ່ສ້າງ ແລະ ແຮ່ທາດອື່ນໆ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 477  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236014
ມື້ນີ້ມື້ນີ້91
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້545
ເດືອນນີ້ເດືອນນີ້5225
ທັງໝົດທັງໝົດ236014

ຄອບຄົວຕົວແບບ