ລະນຶກເຖິງວັນສຳຄັນຂອງພັກ, ຂອງຊາດ
ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ໄດ້ມີພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູ່ທີ່ສະໂມສອນສໍານັກງານປົກຄອງເມືອງສີສັດຕະນາກ ພ້ອມທັງມີພິທີປາຖະກະຖາ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ເດດສົງຄາມ ທໍາມະວົງ ກຳມະການປະຈໍາພັກ, ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ. ມີບັນດາສະຫາຍກໍາມະການປະຈຳພັກ, ກຳມະການພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກອງກຳລັງ ປກສ-ປກຊ, ເລຂາໜ່ວຍພັກ, ນາຍບ້ານ ທົ່ວເມືອງສີສັດຕະນາກ ເຂົ້າຮ່ວມ.
ທ່ານ ເດດສົງຄາມ ທໍາມະວົງ ໄດ້ກ່າວເນັ້ນໜັກບາງຕອນວ່າ: ສອງວັນປະຫວັດ ສາດນີ້ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ, ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ ພາຍໃຕ້ການຊີ້ນໍາໆພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ຢ່າງພິ ລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 02 ທັນວາ 1975, ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ,ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ ແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະ ມີປະຊາທິປະໄຕຢ່າງຄົບຖ້ວນ. ມີທີ່ຕັ້ງອັນສົມກຽດ ແລະ ມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ,ເຮັດໃຫ້ປະຊາຄົມໂລກໄດ້ຮັບຮູ້ວັນທີ 02 ທັນວາ ແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວໃຫ້ມີ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ. ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງປະທານ ໄກສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າຫານ, ເດັດດ່ຽວ ໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ທີຄວາມສະຫຼາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກໍາ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ,ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກ້ວາງຂວາງ, ເປັນຜູ້ນໍາທີ່ບໍລິສຸດປອດໃສເປັນນັກເຄື່ອນໄຫວສາກົນຜູ້ທີ່ດີເດັ່ນ ທັງເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.
ມີ 11 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 97 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 551 |
![]() | ເດືອນນີ້ | 5231 |
![]() | ທັງໝົດ | 236020 |