• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ໄຊເສດຖາ ປາຖະກະຖາ ວັນສຳຄັນຂອງພັກ, ຂອງຊາດ.

                  ພິ​ທີ​ປາ​ຖະ​ກະ​ຖາ ວັນ​ຊາດ​ທີ 2 ທັນ​ວາ ຄົບ​ຮອບ 47 ປີ ແລະ ວັນ​ເກີດ​ປະ​ທານ ໄກ​ສອນ ພົມ​ວິ​ຫານ ຄົບ​ຮອບ 102 ປີ  ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 28 ພະຈິກ 2022 ຢູ່ຫ້ອງປະຊຸມໃຫຍ່ສໍານັກງານປົກຄອງເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ໃຫ້ກຽດປາ​ຖະ​ກະ​ຖາ​ໂດຍ ທ່ານ ເຂັມ​ເພັດ ແພງດວງ​ຈັນ ພະ​ນັກ​ງານ​ອາ​ວຸ​ໂສ​ບຳ​ນານ, ອາ​ດີດ​ກຳ​ມະ​ການ​ພັກ, ອາ​ດີດ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ນະ​ຄອນຫຼວງວຽງ​ຈັນ. ມີບັນດາສະຫາຍກໍາມະການປະ​ຈຳພັກ, ​ກຳ​ມະ​ການ​ພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກອງກຳ​ລັງ ປກ​ສ-ປກ​ຊ, ຄູ​ອາ​ຈານ, ເລຂາໜ່ວຍພັກ, ນາຍບ້ານ  48 ບ້ານ ທົ່ວເມືອງໄຊເສດຖາ ເຂົ້າຮ່ວມ.

        

       ທ່ານ  ເຂັມ​ເພັດ ແພງດວງ​ຈັນ  ໄດ້ກ່າວເນັ້ນໜັກບາງ​ຕອນ ວ່າ: ສອງວັນປະຫວັດສານີ້ເປັນວັນທີ່ມີຄວາມໝາຍຄວາມສໍາຄັນຂອງຊາດລາວເຮົາ, ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກາ້ຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນບັນດາເຜົ່າ  ພາຍໃຕ້ການຊີ້ນໍາໆພາອັນສະຫຼາດສ່ອງໃສຂອງພັກປະຊາຊົນ  ປະຕິວັດລາວ ຢ່າງພິລະອາດຫານຕ້ານຈັກກະພັດຜູ້ຮຸກຮານ ແລະ  ການຄອບຄອງຂອງພວກລ່າເມືອງຂື້ນທັງແບບເກົ່າ  ແລະ ແບບໃໝ່ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະປະກາດສ້າງຕັ້ງ ສປປ ລາວ ຂື້ນຢ່າງສະຫງ່າຜ່າເຜີຍໃນ  ວັນທີ 02 ທັນວາ 1975,  ເປັນວັນແຫ່ງໄຊຊະ ນະອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງການຕໍ່ສູ້ຂອງຊາດລາວເຮົາ, ເປັນວັນທີ່ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບແລະ ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ເປັນວັນທີ່ປະເທດລາວໄດ້ມີເອກະລາດຢ່າງສົມບູນ ແລະມີປະຊາທິປະໄຕຢ່າງຄົບຖ້ວນ. ມີທີ່ຕັ້ງອັນສົມກຽດ ແລະມີສະຖານະພາບເທົ່າທຽມກັບບັນດາປະເທດອື່ນໆໃນໂລກ,ເຮັດໃຫ້ປະຊາຄົມໂລກໄດ້ຮັບຮູ້ວັນທີ 02 ທັນວາແມ່ນວັນແຫ່ງສັນຕິພາບ, ວັນແຫ່ງການກ້າວສູ່ຍຸກສະໄໝໃໝ່ ແຫ່ງການສ້າງປະເທດລາວ ໃຫ້ມີສັນຕິພາບ, ເອກະລາດ,ປະຊາທິປະໄຕ, ເອກະພາບ ແລະ ວັດທະນະຖາວອນ.

       ພ້ອມດຽວກັນນັ້ນ, ກໍໄດ້ເລົ່າເຖິງປະຫວັດຄວາມເປັນມາຂອງປະທານ ໄກສອນ ພົມວິຫານ ໃນການ ເຄື່ອນໄຫວແຕ່ລະໄລຍະ, ໂດຍສະເພາະແມ່ນມູນເຊື້ອການເຄື່ອນໄຫວພາລະກິດປະຕິວັດອັນອົງອາດກ້າ ຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ຂອງຊາດ, ເປັນວິລະບູລຸດ, ເປັນຜູ້ນໍາຂອງພັກ-ລັດ ທີ່ທີຄວາມສະຫຼາດສ່ອງໃສ,  ເປັນນັກທິດສະດີ ແລະ ພຶດຕິກໍາ, ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ,ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ,ເປັນຜູ້ທີ່ມີຄຸນສົມບັດສິນທໍາປະຕິວັດສູງສົ່ງ, ມີທັດສະນະມະຫາຊົນກ້ວາງຂວາງ, ເປັນຜູ້ນໍາທີ່ບໍລິສຸດປອດໃສເປັນນັກເຄື່ອນໄຫວສາກົນຜູ້ທີ່ດີເດັ່ນ ທັງເປັນຜູ້ວາງແຜນແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 12  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

215954
ມື້ນີ້ມື້ນີ້83
ມື້ວານນີ້ມື້ວານນີ້183
ອາທິດນີ້ອາທິດນີ້8
ເດືອນນີ້ເດືອນນີ້685
ທັງໝົດທັງໝົດ215954

ຄອບຄົວຕົວແບບ