- ລາຍລະອຽດ
-
ສ້າງຂື້ນເມື່ອ ວັນພະຫັດ, 23 ມີນາ 2023 02:37
-
ຂຽນໂດຍ ຄອຂ ນະຄອນຫຼວງ
ໄຊທານີ ລະນຶກມູນເຊື້ອວັນສຳຄັນຕ່າງໆຂອງຊາດ
ເມືອງໄຊທານີ ນະຄອນຫຼວງວຽງຈັນ ຈັດປາຖະກະຖາຫວນຄືນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ວັນນັກຮົບເສຍອົງຄະ ແລະ ເສຍຊີວິດເພື່ອຊາດ ຄົບຮອບ 77 ປີ ຂຶ້ນເມື່ອບໍ່ດົນມານີ້ ຢູ່ສະໂມສອນເມືອງດັ່ງກ່າວ ໂດຍການປາຖະກະຖາ ທ່ານ ບຸນໃຈ ບູ່ຕະວົງ ອະດີດເຈົ້າເມືອງໄຊທານີ ມີທ່ານ ໜູກີ ສີຫາລາດ ຮັກສາການເຈົ້າເມືອງໄຊທານີ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.


ໂອກາດນີ້ ທ່ານ ບຸນໃຈ ບູ່ຕະວົງ ໄດ້ຍົກໃຫ້ເຫັນເນື້ອໃນຄວາມໝາຍສຳຄັນຂອງວັນດັ່ງກ່າວ ໂດຍສະເພາະການກຳເນີດເກີດຂຶ້ນຂອງພັກປະຊາຊົນ ປະຕິວັດລາວ ພາຍໃຕ້ການຊີ້ນຳ-ນຳພາຂອງຜູ້ນໍາລາວແຕ່ລະໄລຍະ ກໍຄື ພາລະກິດອັນພົ້ນເດັ່ນຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດ 68 ປີຜ່ານມາ ການເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ ທັງນີ້ເປັນການລະນຶກເຖິງມູນເຊື້ອການຊີ້ນຳ-ນຳພາ ອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ເປັນການສະແດງຄວາມກະຕັນຍູ ຮູ້ບຸນຄູນ ເຖິງພະນັກງານ ແລະ ປະຊາຊົນທີ່ໄດ້ເສຍສະຫຼະຊີວິດ ເພື່ອປະເທດຊາດ ເພື່ອໃຫ້ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ ເຂົ້າໃຈຢ່າງເລີກເຊິ່ງ ໃນຂະບວນການດັ່ງກ່າວເພື່ອນຳເອົາມູນເຊື້ອໄປຈັດຕັ້ງຜັນຂະຫຍາຍສູ່ວຽກງານຕົວຈິງໃຫ້ມີຜົນສຳເລັດ.