• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ຫວນຄືນມູນເຊື້ອປະຫວັດສາດ

ຫວນຄືນມູນເຊື້ອປະຫວັດສາດ

        ໃນວັນທີ 21 ມີນາ 2023 ຄະນະໂຄສະນາອົບຮົມ ເມືອງຫາດຊາຍຟອງ ໄດ້ຈັດປາຖະ ກະຖາເນື່ອງໃນໂອກາດລະນຶກ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ຄົບຮອບ 62 ປີ. ທີ່ສະໂມສອນປົກຄອງເມືອງຫາດຊາຍຟອງ ໂດຍເປັນປະທານເລົ່າມູນເຊື້ອໂດຍ ສະຫາຍ ພົຈວ ສົມພອນ ສີສຸວັນນະ ຄະນະປະຈໍາພັກ, ຮອງຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດໄກສອນພົມວິຫານ, ມີຄະນະບໍລິຫານງານພັກເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກບ້ານ 60 ບ້ານ, ເລຂາໜ່ວຍພັກໂຮງຮຽນ ແລະ ໂຮງໜໍ ລວມມີ 116 ໜ່ວຍພັກ ເຂົ້າຮ່ວມ.

        ການປະຖະກະຖາຄັ້ງນີ້ ແມ່ນມີຈຸດປະສົງຄື:

      1. ເພື່ອສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕໍາຫຼວດ,​ ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກໍາແໜ້ນຢ່າງເລິກເຊິ່ງກ່ຽວກັບມູນເຊື້ອຜົນງານການນໍາພາ-ຊີ້ນນໍາຂອງພັກປະຊາຊົນ ປະຕິວັດລາວ ໃນການນໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານການຮຸກຮານຂອງພວກລາເມືອງຂຶ້ນແບບເກົ່າ, ແບບໃໝ່ ແລະ ຜົນງານໃນການນໍາພາປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ.

      2. ແນ່ໃສ່ທຸກຄົນຮັບຮູ້ ແລະ ເຂົ້າໃຈບັ້ນຮົບປ້ອງກັນຕົວເມືອງທ່າແຂກ ແມ່ນໜຶ່ງໃນບັ້ນຮົບຕໍ່ສູ້ທີ່ສໍາຄັນທີ່ສຸດຢູ່ໃນລາວ ມັນບໍ່ພຽງແຕ່ເປັນ “ ວັນຄຽດແຄ້ນ” ຂອງປະຊາຊົນລາວຕໍ່ພວກລ່າເມືອງຂຶ້ນຝະລັ່ງ ຜູ້ຮຸກຮານ ມັນຍັງເປັນວັນສາມັກຄີຕໍ່ສູ້ດ້ວຍເລືອດເປັນຕາຍນໍາກັນລະຫວ່າງ 2 ຊາດລາວ-ຫຽວດນາມ ອ້າຍນ້ອງທີ່ເປັນແວ່ນແຍງອັນເຫຼືອມໃສ ຂອງນໍ້າໃຈສູ້ຮົບຢ່າງພິລາດອາດຫານ, ບໍ່ຍອມຈໍານົນຂອງກອງທັບ ແລະ ປະຊາຊົນເມືອງທ່າແຂກ ກໍຄືການບັນຊາທີ່ເດັດດ່ຽວໜຽວແໜ້ນຂອງຄະນະບັນຊາ ປະກອບອາວຸດຂອງພວກເຮົາ ໂດຍແມ່ນປະທານ ສຸພານຸວົງ ເປັນຜູ້ນໍາໜ້າ, ມັນໄດ້ຝັງເລິກໃນດວງໃຈຂອງປະຊາຊົນລາວ ແລະ ຫຽວດນາມ ທີ່ຮັກຊາດຈົນກວ່າກາລະນານ.

  3. ເພື່ອເປັນການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ຕິດພັນກັບ ມະຕິ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ ແລະ ມະຕິຂອງພັກຂັ້ນຕົ້ນຕາມທິດຫັນປ່ຽນໃໝ່ຂອງພັກ ຢ່າງແຂງແຮງ ເລິກເຊິ່ງ ຮອບດ້ານ ທັງເປັນການຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ປະກົດຜົນເປັນຈິງ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 20  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236024
ມື້ນີ້ມື້ນີ້101
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້555
ເດືອນນີ້ເດືອນນີ້5235
ທັງໝົດທັງໝົດ236024

ຄອບຄົວຕົວແບບ