• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ຫວນຄືນມູນເຊື້ອສອງວັນປະຫວັດສາດ

     

 ຫວນຄືນມູນເຊື້ອສອງວັນປະຫວັດສາດ

        ໃນວັນທີ 13 ທັນວາ 2022 ຄະນະໂຄສະນາອົບຮົມເມືອງປາກງື່ມ ໄດ້ຈັດພິທີປາຖະກະຖາວັນຊາດທີ 02 ທັນວາ ຄົບຮອບ 47 ປີ ແລະ ວັນທີ 13 ທັນວາ ຄ້າຍວັນເກີດ ທ່ານ ໄກສອນ ພົມວິຫານ ຄົບຮອຍ 102 ປີ ທີ່ສະໂມສອນເມືອງປາກງື່ມ ໃຫ້ກຽດປາຖະກະຖາໂດຍ ທ່ານ ບຸນທອງ ພົມມະຈັນ ອະດິດຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ມີເລຂາ-ຮອງເລຂາ, ຄະນະປະຈຳພັກ, ຄະນະພັກເມືອງ, ຫົວຫນ້າຫ້ອງການ, ພະນັກງານສະມາຊິກພັກ ແລະ ​ເລຂາພັກບ້ານ ເຂົ້າຮ່ວມ.

       

          ການປະຖະກະຖາຄັ້ງນີ້ມີຈຸດປະສົງເພື່ອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະ ນັກງານ ສະມາຊິກພັກ ທະຫານ ຕຳຫລວດ ນັກຮຽນຮູ້ປັນຍາຊົນ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ເຊື່ອມຊຶມ ແລະ ກຳແໜ້ນຢ່າງເລິກເຊິ່ງ ກ່ຽວກັບມູນເຊື້ອ ຜົນງານອັນໂດດເດັ່ນຂອງຊາດລາວ-ຄົນລາວ ໃນພາລະກິດຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ອັນໄດ້ກາຍເປັນຂີດໝາຍອັນສໍາຄັນໃນການກ້າວໄປສູ່ການສະຖາປະນາ ສປປ ລາວ ຢ່າງສົມບູນ ພ້ອມນັ້ນເພື່ອທົບທວນມູນເຊື້ອວິລະກໍາ ແລະ ຄຸນສົມບັດສິນທໍາປະຕິວັດຂອງປະທານໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ໄດ້ເປັນແວ່ນແຍງອັນໃສແຈ້ງ ນໍ້າໃຈຮັກຊາດອັນດູດດື່ມ ນໍ້າໃຈຕໍ່ສູ້ເດັດດ່ຽວບໍ່ຍອມຈຳນົນ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງ ເພື່ອປະເທດຊາດໃຫ້ແກ່ສະມາຊິກພັກ ພະນັກງານລັດຖະກອນ ແລະ ປະຊາຊົນບັນດາເຜົ່າໄດ້ຮ່ຳຮຽນເອົາການສະເຫຼີມສະຫລອງວັນສຳຄັນດັ່ງກ່າວ ຕິດພັນກັບການຍູ້ແຮງຂະບວນການດ້ານຕ່າງໆ ເພື່ອຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫລວງວຽງຈັນ ຕາມທິດຫັນປ່ຽນໃໝ່ຢ່າງແຂງແຮງເລິກເຊິ່ງ ແລະ ຮອບດ້ານ ໄປພ້ອມກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ແລະ ວາລະແຫ່ງຊາດກໍຄືມະຕິຄົບຄະນະຄັ້ງທີ VIII ສະໄໝທີ VII ຂອງອົງຄະນະພັກເມືອງໃຫ້ມີເນື້ອໃນເລິກເຊິ່ງ ກ້ວາງຂວາງ ແລະ ດໍາເນີນໄປດ້ວຍບັນຍາກາດທີ່ຟົດຟື້ນ ໃນທົ່ວນະຄອນຫລວງວຽງຈັນ ກໍ່ຄືເມືອງປາກງື່ມ ປຸກລະດົມທົ່ວປວງຊົນເຂົ້າຮ່ວມໃນການແກ້ໄຂວາລະແຫ່ງຊາດ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ຄຽງຄູ່ກັບການຍົກສູງສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ ຂອງອິດທິກຳລັງປໍລະປັກຕີຖອຍບັນດາຂ່າວບິດເບືອນ ໃສ່ຮ້າຍປ້າຍສີຂອງສື່ສັງຄົມອອນລາຍ ຮັບປະກັນໃຫ້ນະຄອນຫລວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງອັນໜັກແໜ້ນ ແລະ ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ.

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236020
ມື້ນີ້ມື້ນີ້97
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້551
ເດືອນນີ້ເດືອນນີ້5231
ທັງໝົດທັງໝົດ236020

ຄອບຄົວຕົວແບບ