ປູກໝາກສີດາ ແລະ ໜໍ່ໄມ້ລ້ຽງນ້ອງ ສາມາດສ້າງລາຍຮັບໄດ້ປີລະ 300 ກວ່າລ້ານ
ຈ.ໄຟຜ່າ
ປັດຈຸບັນນີ້, ປະຊາຊົນບັນດາເຜົ່າພວມດໍາເນີນການແຂ່ງຂັນ ເພິ່ມພູນຜະລິດຜົນ ອອກເຫື່ອເທແຮງ ຍາດແຍ້ງເອົານັກວິລະຊົນແຫ່ງຊາດທາງດ້ານການສ້າງເສດຖະກິດຄອບຄົວ ຂະຫຍັນດຸໝັ້ນໃນການສ້າງ, ການຜະລິດ, ຜະລິດຕະພັນນາໆຊະນິດໃຫ້ໄດ້ຂາຍເປັນສິນຄ້າ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງຕະຫລາດພາຍໃນ ແລະຕ່າງປະເທດ; ຄວາມພະຍາຍາມຂອງປະຊາຊົນນັ້ນ ແມ່ນເພື່ອສ້າງລາຍຮັບເຂົ້າຄອບຄົວ ແລະໃຫ້ຄອບຄົວຢູ່ດີກິນດີ ກ້າວໄປສູ່ຄອບຄົວທີ່ຮັ່ງມີ ກາຍເປັນຄອບຄົວຕົວແບບຂອງບ້ານ, ເມືອງ, ແຂວງ ແລະ ຂອງປະເທດ. ຈຸດສໍາຄັນໃນຕົວແບບນີ້ ແມ່ນຊ່ອງທາງໜຶ່ງທີ່ສາມາດຕີຖອຍແນວຄວາມຄິດຂີ້ຄ້ານມັກງ່າຍ ແລະ ແນວຄວາມຄິດຄົງເດີມ ເອື່ອຍອີງຕາມທໍາມະຊາດ, ຕາມລະດູການ, ຕາມຮີດຄອງປະເພນີເກົ່າເຮັດຫລາຍໄດ້ໜ້ອຍ ຫັນໄປສູ່ການນໍາໃຊ້ເຕັກນິກວິທະສາດ ວິທະການທີ່ທັນສະໄໝເຂົ້າຊ່ວຍໃນການຜະລິດສິນຄ້າໃຫ້ມີປະສິດຕິພາບສູງ ເຮັດໄດ້ທຸກລະດູການ, ເຮັດໜ້ອຍໄດ້ຫລາຍ ເຮັດຫລາຍຈົນກາຍເປັນສິນຄ້າ ແລະ ກາຍເປັນອາຊີບຫລັກຂັບເຄື່ອນຄອບຄົວໃນດ້ານການສ້າງເສດຖະກິດເຂົ້າຄອບຄົວ ແລະມີລາຍຮັບເປັນປະຈໍາ.
ຄອບຄົວທ່ານ ແກ້ວປັນຍາ ວົງຄໍາຊາວ ປະຈຸບັນຢູ່ບ້ານໂພນແກ້ວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ເປັນຄອບຄົວໜຶ່ງທີ່ມັກຮັກໃນອາຊີບກະສິກໍາ ໂດຍສະເພາະການປູກຕົ້ນໄມ້ໃຫ້ໝາກ, ໄມ້ໄຜ່ລ້ຽງນ້ອງ ແລະການລ້ຽງໄກ່ລາດ, ເປັດ ແລະອື່ນໆ ເຊິ່ງທ່ານໄດ້ເວົ້າວ່າ: ຂ້າພະເຈົ້າເລີ່ມເຮັດອາຊີບນີ້ ມາແຕ່ປີ 2013 ແຮງຈູງໃຈທີ່ພາໃຫ້ເກີດມີຄວາມຢາກສ້າງ ຢາກເຮັດໃນວຽກງານການຜະລິດ ແມ່ນເກີດມາຈາກຄວາມມັກຮັກ ແລະ ຄວາມທຸກຍາກຂາດເຂີນ ຂອງຄອບຄົວ ສະນັ້ນ, ຂ້າພະເຈົ້າ ຈຶ່ງໄດ້ຕັດສິນໃຈມາປູກໄມ້ໃຫ້ໝາກເປັນສິນຄ້າ ເຊິ່ງໃນເບື້ອງຕົ້ນແມ່ນປູກໝາກສີດາເປັນຫລັກ ແລະປູກໝໍ່ໄມ້ນາງ, ກ້ວຍ, ອ້ອຍ ປະສົມປະສານກັນ ໃນເນື້ອທີ່ການຜະລິດທັງໝົດ 6 ໄລ່. ສໍາລັບແນວພັນແມ່ນຊື້ມາຈາກປະເທດເພື່ອນບ້ານ; ຕົ້ນທຶນໃນການບຸກເບີກເນື້ອທີ່ດິນ ແລະຊື້ແນວພັນ, ອຸປະກອນຮັບໃຊ້ຕ່າງໆ ລວມທັງໝົດ 60 ກວ່າລ້ານກີບ. ຫລັງຈາກທີ່ປູກໄປແລ້ວໜຶ່ງປີ ແມ່ນສາມາດເລີ່ມເກັບຜົນຜະລິດອອກຈໍາໜ່າຍສູ່ຕະຫລາດອິນຊີນະຄອນຫລວງວຽງຈັນໄດ້ ອາທິດໜຶ່ງສາມາດເກັບຂາຍໄດ້ 4 ຄັ້ງ ເຊັ່ນ: ໝາກສີດາ ແມ່ນເກັບໄດ້ 200 ກິໂລຕໍ່ອາທິດ, ໜໍ່ໄມ້ນາງ 100 ກິໂລຕໍ່ອາທິດ ຂາຍໃນຄາລາ 15.000 ກີບຕໍ່ກິໂລ ສໍາລັບໝາກສີດາ ແມ່ນຂາຍໃນລາຄາ 20.000 ກີບຕໍ່ກິໂລ ບວກກັບການຂາຍແນວພັນພືດອື່ນໆ ແລະໄກ່-ເປັດນໍາ ສະເລ່ຍລາຍຮັບອາທິດໜຶ່ງບໍ່ຕໍ່າກວ່າ 8.000.000 ກີບຕໍ່ອາທິດ; ເດືອນໜຶ່ງບໍ່ຫລຸດ 32.000.000 ກີບ ແລະ ປີໜຶ່ງສະເລ່ຍລາຍຮັບແມ່ນ 350 ກວ່າລ້ານ (ທັງທຶນທັງກໍາໄລ). ເວົ້າລວມແລ້ວ ພາຍຫລັງທີ່ໄດ້ມາສ້າງເສດຖະກິດແບບຄອບຄົວນີ້ ແມ່ນສາມາດຊ່ວຍໃຫ້ຄອບຄົວຫລຸດພົ້ນອອກຈາກແອກປົກຄອງຂອງຄວາມທຸກຍາກໄດ້ຢ່າງສົມບູນແບບ ເຊິ່ງມັນໄດ້ສະແດງໃຫ້ເຫັນວ່າ ຄອບຄົວສາ ມາດສ້າງຕັ້ງເຮືອນຫລັງໃໝ່, ຊື້ລົດໃຫຍ່, ຂະຫຍາຍເນື້ອທີ່ການຜະລິດ, ສົ່ງເສີມລູກໄປຮຽນຕໍ່ຕ່າງປະເທດ ແລະມີເງິນເກັບຝາກທະນາຄານອີກຈໍານວນໜຶ່ງ ທັງໝົດນີ້ກໍຍ້ອນການເອົາໃຈໃສ່ຂອງພັກ-ລັດ ບໍ່ປະບໍ່ຖີ້ມປະຊາຊົນຜູ້ທີ່ມີທຶນໜ້ອຍ ລະດັບການສຶກສາຕໍ່າ ແລະກະຕຸກຊຸກຍູ້ປະຊາຊົນຜູ້ທີ່ມີຄວາມມັກຮັກໃນອາຊີບເຮັດແທ້ທໍາຈີງ, ມີຄວາມບຸກບືນ ຢາກເຮັດຢາກສ້າງໃຫ້ກັບຕົນເອງ ໃຫ້ຢູ່ດີກິນດີກາຍເປັນຄົນຮັ່ງມີ; ອີກອັນໜຶ່ງແມ່ນສິ່ງທີ່ຂ້າພະເຈົ້າອາດລືມໄດ້ຍາກ ນັ້ນແມ່ນອໍານາດການປົກຂັ້ນບ້ານ, ເມືອງ ແລະ ນະຄອນຫລວງວຽງຈັນ ໂດຍສະເພາະຂະແໜງທີ່ກ່້ຽວຂ້ອງ ທີ່ໄດ້ມາຊ່ວຍເຫລືອທາງດ້ານການອົບຮົມ, ວິທີການບົວລະບັດຮັກສາ ແລະດູແລພືດຜັກໃຫ້ໄດ້ມາດຕະຖານ ພືດປອດສານພິດ ເພື່ອໃຫ້ໄດ້ເຂົ້າກຸ່ມຜະລິດພືດຜັກອິນຊີ ເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ.
ສໍາລັບການປູກຕົ້ນໝາກສີດາ ແມ່ນປູກໄລຍະຫ່າງ 2 ແມັດ x 2,5 ແມັດ ຕົ້ນໜຶ່ງສາມາດເກັບໄດ້ 30 ໜ່ວຍຕໍ່ຊຸດ, ຊຸດໜຶ່ງໃຊ້ເວລາ 2 ເດືອນກວ່າ. ການບົວລະບັດຮັກສາຕົ້ນ ແມ່ນເຮົາບໍ່ຄວນໃຫ້ມັນມີງ່າຫລາຍ ແລະ ບໍ່ປ່ອຍໃຫ້ມັນເປັນໝາກຫລາຍອີກ; ໝາກສີດາເວລາມັນເປັນໝາກແລ້ວ ຈະເອົາຖົງຢາງ ແລະເຈ້ຍ ມາຫຸ້ມຫໍ່ໝາກໄວ້ເພື່ອປ້ອງກັນການທໍາລາຍຂອງແມງໄມ້ຕ່າງໆ; ການໃສ່ຝຸ່ນ ແມ່ນໃສ່ເດືອນລະເທື່ອ; ຝຸ່ນຄອກ 70% ແລະ 30% ແມ່ນຝຸ່ນເຄມີ; ການໃຫ້ນໍ້າແມ່ນໃຫ້ປົກກະຕິ ເຊົ້າ-ແລງ ແລະ ໃຫ້ນໍ້າພຽງພໍ. ສ່ວນການປູກຕົ້ນໄມ້ໄຜ່ລ້ຽງນ້ອງ ແມ່ນ 6 ແມັດ x 6 ແມັດ ໂຕນີ້ມັນງ່າຍ ປູກແລ້ວ, ໃສ່ຝຸ່ນຄອກ ແລະໃຫ້ນໍ້າ ແລ້ວເກັບໄດ້ຕະຫລອດປີ.
ໝາກສີດາ ເປັນໝາກໄມ້ທີ່ໃຫ້ໂປຣຕີນສູງ, ມີວິຕາມິນຊີ ແລະ ເອ ສາມາດໃຊ້ເປັນຢາພື້ນເມືອງໄດ້ດີອີກ ເຊັ່ນ: ບັນເທົາອາການເຈັບຄໍ, ລະງັບກິ່ນປາກ ແລະ ພະຍາດຖອກທ້ອງຂີ່ຮາກພ້ອມ. ຈຸດເດັ່ນ ປັດຈຸບັນນີ້ແມ່ນມີຄວາມຕ້ອງການຫລາຍສຳລັບໝາກສີດາບໍ່ມີແກ່ນ, ໝາກສີດາຫວານ ແລະໝາກສີດານ້ອຍນໍ້າເຫລືອງ ສະນັ້ນ ຈຶ່ງເຮັດໃຫ້ການຊື້-ຂາຍໝາກສີດາເປັນສິນຄ້າທີ່ຊື້ໄດ້ຂາຍໄດ້ຂອງຄອບຄົວ ທ່ານ ແກ້ວປັນຍາ ວົງຄໍາຊາວ ເຖິງຢ່າງໃດກໍຕາມ ຂ້າພະເຈົ້າຂໍຮຽກຮ້ອງມາຍັງຊາວລາວທຸກທົ່ວໜ້າ ສຳລັບຜູ້ທີ່ມັກຊື້ ມັກຮັບປະທານໝາກສີດາ ໃຫ້ຫັນມາຊື້ມາບໍລິໂພກສິນຄ້າພາຍໃນ ເພາະວ່າ ເປັນສິນຄ້າທີ່ປອດສານເຄມີ ແລະດີຕໍ່ສຸຂະພາບຂອງທ່ານ ພ້ອມທັງເປັນການຊຸກຍູ້ສົ່ງເສີມຜະລິດຕະພັນພາຍໃນໃຫ້ຂະຫຍາຍຕົາ ແລະຍືນຍົງອີກດ້ວຍ.
ມີ 30 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 104 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 558 |
![]() | ເດືອນນີ້ | 5238 |
![]() | ທັງໝົດ | 236027 |