• ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາ
  • ເພີ່ມທະວີການຮ່ວມມືວຽກງານພັດທະນາເສ
  • ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອ
  • ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເ
  • ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI
ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

ມອບ-ຮັບ ເສັ້ນທາງຮັ້່ອມ 13 ບ້ານສີສະຫວາດ

      ພິທີມອບ-ຮັບເສັ້ນທາງ ເບຕົງເສີມເຫຼັກຮ່ອມ 13, ບ້ານ ສີສະຫວາດ, ເມືອງຈັນທະບູ...
ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມທະວີການຮ່ວມມືວຽກງານພັດທະນາເສດຖະກິດ-ສັງຄົມ

ເພີ່ມ​ທະວີ​ການ​ຮ່ວມ​ມື​ວຽກ​ງານ​ພັດທະນາ​ເສດຖະກິດ-ສັງຄົມ     ວັນ​ທີ 1 ມີນາ 2...
ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ຊານເມືອງ ນວ

ເລັ່ງ​ຈັດ​ສັນ​ຄວາມ​ບໍ່​ເປັນ​ລະບຽບ​ຮຽບ​ຮ້ອຍ​ໃນ​ຕົວ​ເມືອງ ແລະ ຊານເມືອງ ນວ.   &nbs...
ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່ຮ່ວມມື ແລະ ພັດທະນາວຽກງານການເມືອງ-ແນວຄິດ

ສືບຕໍ່​​ຮ່ວມ​ມື​ ແລະພັດທະນາ​​ວຽກ​ງານ​ການເມືອງ-ແນວ​ຄິດ.    ເພື່ອຕອບຮັບຄຳເຊີ...
ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI

ກອງປະຊຸມໃຫຍ່ໜ່ວຍພັກ ຄັ້ງທີ VI ສະຫາຍ ຖະ​ໜອມ ທຳ​ທອງ ກຳ​ມະ​ການ​ພັກ​ ເລ​ຂາ​​ພັກ​ເມືອງ ເຈ...

ປະຫວັດສາດອະນຸສອນສະຖານ ໜູຮັກ ພູມສະຫວັນ

ອະນຸສອນສະຖານ ໜູຮັກ ພູມສະຫວັນ

   ເມື່ອເວົ້າເຖິງສະຖານທີ່ປະຫວັດສາດນັ້ນ ມີທັງປູຊະນີຍະສະຖານ ບູຮານສະຖານ ແລະ ບຸກຄົນສ້າງປະຫວັດ ສາດ ຜ່ານມາກໍມີຫລາຍທ່ານທີ່ເປັນບຸກຄົນໃນປະຫວັດສາດ ຂະນະດຽວກັນກໍສ້າງປະຫວັດສາດຄຽງຄູ່ກັນໄປ ສະນັ້ນເມື່ອວັນເວລາຜ່ານໄປຫລາຍປີກໍນໍາຜົນງານການເຄື່ອນໄຫວໃນອະດີດ ວາງສະແດງເພື່ອເປັນບ່ອນອ້າງອີງ ຢັ້ງຢືນເຖິງຜົນງານຂອງຕົນ ເຊັ່ນວ່າ: ຫໍສະໝຸດ ຫໍວາງສະແດງ ແລະ ອະນຸສອນສະຖານ ເຊິ່ງໃນນີ້ຂ້າພະເຈົ້າຂໍນໍາສະເໜີ ແລະ ຮຽນຮູ້ນໍາກັນກ່ຽວກັບອະນຸສອນສະຖານ ທ່ານ ໜູຮັກ ພູມສະຫວັນ ເຊິ່ງຕັ້ງຢູ່ບ້ານ ສະພານທອງເໜືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ດ້ານໜ້າຕິດກັບຖະໜົນດົງປາຍນາ ດ້ານຫລັງຕິດກັບສີ່ແຍກໄຟແດງໂຈມາ ດ້ານຂ້າງເບື້ອງຕາເວັນອອກໃກ້ກັບສູນເຝິກອົບຮົມສະຫະພັນແມ່ຍິງລາວ ດ້ານຂ້າງເບື້ອງຕາເວັນຕົກຕິດກັບເຮືອນຂອງ ທ່ານ ຄໍາໄຕ ສີພັນດອນ ໃກ້ກັບສວນ 23 ສິງຫາ ແລະ ມີເນື້ອທີ່ທັງໝົດ 2.939 ຕາແມັດ ມີອາຄານເຮືອນ 1 ຫລັງ 2 ຊັ້ນ: ຊັ້ນທີ 1 ປະກອບດ້ວຍຫ້ອງຮັບແຂກ ຫ້ອງຮັບປະທານອາຫານ ຫ້ອງເຮັດວຽກ ແລະ ຫ້ອງສະໝຸດ ພາຍນອກມີຕົ້ນໄມ້ກິນໝາກຫລາກຫລາຍຊະນິດທີ່ສວຍສົດງົດງາມ. ກ່ອນປີ 1975 ອາຄານຫລັງນີ້ແມ່ນເປັນສໍານັກງານທະນາຄານໃນລະບອບເກົ່າ ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍ ແລະສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ມອບສະຖານທີ່ແຫ່ງນີ້ໃຫ້ ທ່ານ ໜູຮັກ ພູມສະຫວັນ ພ້ອມດ້ວຍຄອບຄົວ ໄດ້ນໍາໃຊ້ເປັນທີ່ພັກອາໄສ ຕໍ່ມາປີ 1976 ທ່ານ ໜູຮັກ ພູມສະຫວັນ ກໍໄດ້ຍົກຍ້າຍຈາກເຮືອນພັກຢູ່ຫລັກ 6 ມາຢູ່ເຮືອນຫລັງນີ້ ຈົນຮອດວັນທີ 9 ກັນຍາ 2008 ເພິ່ນກໍໄດ້ຈາກພວກເຮົາໄປຢ່າງບໍ່ມີວັນຈະກັບຄືນມາອີກ.

   ທ່ານ ໜູຮັກ ພູມສະຫວັນ ແມ່ນໜຶ່ງໃນຜູ້ນຳການປະຕິວັດລາວຮຸ່ນທຳອິດຂອງພັກ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຕະຫລອດຊີວິດຂອງເພິ່ນໄດ້ທຸ້ມເທໝົດກຳລັງວັງຊາ ສະຕິປັນຍາອຸທິດໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອກະລາດ ແລະ ອິດສະຫລະພາບຂອງຊາດ ອຸທິດໃຫ້ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຸນງາມຄວາມດີ ແລະ ຜົນ ງານອັນໃຫຍ່ຫລວງ ທີ່ເພິ່ນໄດ້ສ້າງໄວ້ໃນໜ້າປະຫວັດສາດຂອງຊາດລາວວິລະຊົນ ແມ່ນບໍ່ມີສິ່ງໃດຈະປຽບປານໄດ້ ສະນັ້ນ ກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ   ຈິ່ງໄດ້ອອກມະຕິຕົກລົງສະບັບເລກທີ 143/ຄລ ສພ ລົງວັນທີ 14 ຕຸລາ 2016 ວ່າດ້ວຍການອະນຸລັກ ຮັກສາອະນຸສອນສະຖານທ່ານ ໜູຮັກ ພູມສະຫວັນ ທີ່ເປັນເຮືອນຂອງເພິ່ນເອງ ເພື່ອໃຫ້ຄົນຮຸ່ນໃໝ່ສືບທອດໄດ້ສຶກສາຄົ້ນຄວ້າຮ່ຳຮຽນ ເອົາແບບຢ່າງອັນປະເສີດເລີດລ້ຳ ແລະ ການດຳລົງຊີວິດທີ່ປອດໃສຂາວສະອາດຂອງເພິ່ນ ເຂົ້າໄປໝູນໃຊ້ໃນການປະຕິບັດໜ້າທີ່ວຽກງານຕົວຈິງຂອງພະນັກ ງານ ທະຫານ ຕໍາຫລວດ ຕະຫລອດຮອດພໍ່ແມ່ປະຊາຊົນ ປັນຍາຊົນທຸກຂົງເຂດວຽກງານໃຫ້ມີຜົນສໍາເລັດ ຍຸຕິທໍາ ໂປ່ງໃສ ຂາວສະອາດ.

ທ່ານ ໜູຮັກ ພູມສະຫວັນ ເກີດເມື່ອວັນທີ 9/04/1914 ທີ່ບ້ານເມືອງໃໝ່ ເມືອງມຸກດາຫານ (ປັດຈຸບັນເປັນ ແຂວງມຸກດາຫານ ປະເທດໄທ) ເປັນລູກຊາຍກົກຂອງທ່ານ ທອງທັກ ສິດທິມໍຣະດາ ແລະ ແມ່ ບັນທູນ ສິດທິມໍລະດາ ມີນ້ອງຊາຍ 2 ຄົນ ແລະ ນ້ອງສາວ 1 ຄົນ ມາຮອດປີ 1928 ໄດ້ຍົກຍ້າຍມາອາໄສຢູ່ບ້ານ ຈອມແກ້ວ ເມືອງຄັນທະບູລີ (ປັດຈຸບັນເປັນນະຄອນໄກສອນ ພົມວິຫານ) ແຂວງສະຫວັນນະເຂດ ຍ້ອນຄວາມຕື່ນຕົວ ມີຄວາມຮັກຊາດ ຄຽດແຄ້ນສັດຕູ ພວກຊົນຊັ້ນກົດຂີ່ຂູດຮີດ ສິ່ງດັ່ງກ່າວກາຍເປັນແຮງບັນດານຈິດໃຈ ກະຕຸກຊຸກຍູ້ໃຫ້ທ່ານ ໜູຮັກ ພູມສະ ຫວັນ ເຂົ້າເຮັດການປະຕິວັດ ຕໍ່ສູ້ກູ້ຊາດຄຽງບ່ຽງຄຽງໄລ່ກັບຜູ້ນຳທ່ານອື່ນໆຈົນໄດ້ຮັບໄຊຊະນະ ສາມາດປົດປ່ອຍອອກຈາກລະບອບເກົ່າໄດ້ຢ່າງມີໄຊ ມາຮອດນີ້ຂ້າພະເຈົ້າຂໍຍົກເອົາແຕ່ວຽກງານທີ່ພົ້ນເດັ່ນ ແລະ ສໍາຄັນບາງຕອນກ່ຽວກັບປະຫວັດຫຍໍ້ ແລະ ການເຄື່ອນໄຫວປະຕິວັດຂອງເພິ່ນ ມາໃຫ້ຮັບຮູ້ນໍາກັນໂດຍສັງເຂບ ເນື່ອງຈາກວ່າໜ້າວາລະສານ ນະຄອນຫລວງເຮົາມີຈໍາກັດ ເຊິ່ງໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດໄດ້ເລືອກຕັ້ງໃຫ້ເປັນ ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງການເງິນ. ປີ 1989 ໄດ້ຮັບການເລືອກຕັ້ງເປັນຜູ້ແທນປະຊາຊົນ ແລະ ເປັນປະທານສະພາປະຊາຊົນສູງສຸດ ຊຸດທີ 2 ທັງເປັນປະທານຄະນະກໍາມະການຮ່າງລັດຖະທໍາມະນູນ. ວັນທີ 25 ພະຈິກ 1992 ກອງປະຊຸມສະໄໝວິສາມັນຂອງສະພາປະຊາຊົນສູງສຸດໄດ້ເລືອກເອົາ ສະຫາຍ ໜູຮັກ ພູມສະຫວັນ ເປັນປະທານປະເທດແຫ່ງ ສປປ ລາວ ຈົນເຖິງວັນທີ 24 ກຸມພາ 1998.

   ເຊື່ອໝັ້ນວ່າ ອະນຸສອນສະຖານແຫ່ງນີ້ຈະເປັນຄັງສະໝອງແຫ່ງປັນຍາຊົນ ແລະ ພະນັກງານ ທະຫານ ຕໍາຫລວດ ທຸກໝູ່ເລົ່າ ເປັນໂຮງຮຽນຂອງນັກສຶກສາ ນ້ອງນ້ອຍນັກຮຽນ ເຍົາວະຊົນ ຕະຫລອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ ທີ່ຈະເດີນທາງມາສຶກສາຮໍ່າຮຽນເອົາສິນທໍາປະຕິວັດ ແບບຢ່າງໃນການດໍາລົງຊີວິດທີ່ລຽບງ່າຍ ວິທີການເຮັດວຽກ ການຄົ້ນຄວ້າວິຊາການຕ່າງໆທີ່ເປັນປະໂຫຍດ ເປັນແວ່ນແຍງທີ່ລໍ້າຄ່າມະຫາສານ ທີ່ສໍາຄັນແມ່ນແບບແຜນວິທີເຮັດວຽກທີ່ມີວິທະຍາສາດຂອງທ່ານ  ແລະ ຫວັງວ່າໃນຕໍ່ໜ້າຈະເປັນບ່ອນທັດສະນະສຶກສາ ທີ່ສໍາຄັນຂອງແຂກພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາຢ້ຽມຊົມ ມາເບິ່ງນັບມື້ນັບຫລາຍຂຶ້ນຕະຫລອດໄປ.

       ສີສະຫວາດ ວິໄລສານ

ວີດີໂອ....

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຫນ່ວຍກູ້ໄພ: 1624

 

ຈຳນວນຄົນອອນໄລ໌ທ

ມີ 23  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

236031
ມື້ນີ້ມື້ນີ້108
ມື້ວານນີ້ມື້ວານນີ້121
ອາທິດນີ້ອາທິດນີ້562
ເດືອນນີ້ເດືອນນີ້5242
ທັງໝົດທັງໝົດ236031

ຄອບຄົວຕົວແບບ