ທາບທາມການນໍາພາລວມ ແລະ ບຸກຄົນໃນຄະນະບໍລິຫານງານພັກ ນວ ກາງສະໄໝທີ VII
ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ສະໄໝທີ VII ໄຂຂຶ້ນວັນທີ 12 ມິຖຸນາ 2023 ທີ່ກອງບັນຊາການທະຫານ ນວ ໂດຍການເປັນປະທານຂອງສະຫາຍ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະຈັດຕັ້ງສູນກາງພັກ ຄະນະກຳມະການກວດກາສູນກາງພັກ ບັນດາຄະນະບໍລິຫານງານພັກ ນວ ຄະນະປະຈຳສະພາປະຊາຊົນ ນວ ຕະຫລອດຮອດຄະນະພັກ-ຄະນະນຳຂັ້ນຮາກຖານ ພະແນກການ-ອົງການທຽບເທົ່າພະແນກ ແລະ ເມືອງທີ່ກ່ຽວຂ້ອງ.
ປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 62 ປີ
ໃນຕອນເຊົ້າຂອງວັນທີ 29 ມີນາ 2023. ກອງບັນຊາການກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເມືອງຈັນທະບູລີ ມີພິທີປາຖະກະຖາ ວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ 05 ເມສາ ຄົບຮອບ 62 ປີ. ໃຫ້ກຽດປາຖະກະຖາໂດຍແມ່ນ: ສະຫາຍ ດວງຕາ ສຸລິວົງ ກຳມະການພັກນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ ໄດ້ຍົກໃຫ້ເຫັນການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ທີ່ສະແດງໃຫ້ເຫັນການຕໍ່ສູ້ຂອງບັນດາບັນພະບູລຸດລາວແຕ່ລະຍຸກແຕ່ລະສະໄໝ, ຈົນເຖີງການຕໍ່ສູ້ທີ່ມີພັກນຳພາປີຊາສາມາດ ແລະ ສະຫຼາດສ່ອງໃສ ສາມາດປົດປ່ອຍປະເທດຊາດໄດ້ ແລະ ຜົນງານທີ່ພົ້ນເດັ່ນຕ່າງໆ ພ້ອມທັງຍົກໃຫ້ເຫັນທາດແທ້ ແລະ ມູນເຊື້ອອັນສະຫງ່າງາມຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ດັ່ງຄຳຂວັນທີ່ວ່າ: "ເສີມຂະຫຍາຍມູນເຊື້ອ, ທາດແທ້ປະຕິວັດ ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຢ່າງສຸດໃຈ". ໃນນີ້ມີບັນດາກຳມະການປະຈຳພັກເມືອງ, ກຳມະການພັກເມືອງ, ກຳລັງ ປກຊ-ປກສ, ຫົວໜ້າ-ຮອງຫ້ອງການ, ເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມຮັບຟັງ. ມີຈຳນວນທັງໝົດ 136 ສະຫາຍ, ຍິງ 22 ສະຫາຍ. ພາຍຫຼັງສຳເລັດການປາຖະກະຖາ ຄະນະກຳລັງປ້ອງກັນຄວາມສະຫງົບປະຊາຊົນໄດ້ຂື້ນມອບກະຕ່າຂອງຂວັນໃຫ້ ສະຫາຍ ດວງຕາ ສຸລິວົງ ກຳມະການພັກນະຄອນຫຼວງວຽງ ຈັນ, ເລຂາພັກເມືອງ-ເຈົ້າເມືອງຈັນທະບູລີ.
ປາຖະກະຖາວັນສໍາຄັນຂອງພັກ, ຂອງຊາດ
ໃນວັນທີ 22 ມີນາ 2023 ຄະນະພັກ, ອົງການປົກຄອງເມືອງສີໂຄດຕະບອງ ໄດ້ຈັດພິທີປາຖະ ກະຖາເລົ່າມູນເຊື້ອວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ; ວັນຜູ້ເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ຄົບຮອບ 77 ປີ ໂດຍການໃຫ້ກຽດປາຖະກະຖາຂອງທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ. ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໃຫຍ່ສໍານັກງານປົກຄອງເມືອງສີໂຄດຕະບອງ ໂດຍມີສະຫາຍເລຂາພັກເມືອງ-ເຈົ້າເມືອງ, ກໍາມະການປະຈໍາພັກ, ກໍາມະການພັກ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ຫົວໜ້າຫ້ອງການ, ເລຂາໜ່ວຍພັກ, ສະມາຊິກພັກ-ພະນັກງານຫລັກແຫລ່ງ, ເລຂາພັກໂຮງຮຽນ ແລະ ເລຂາພັກບ້ານເຂົ້າຮ່ວມ.
ເມືອງນາຊາຍທອງຫວນຄືນມູນເຊື້ອວັນສຳຄັນຂອງຊາດ
ໃນວັນທີ 21 ມີນາ 2023 ຄະນະໂຄສະນາອົບຮົມ ເມືອງນາຊາຍທອງ ໄດ້ຈັດປາຖະກະຖາເນື່ອງໃນໂອກາດລະນຶກ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ, ວັນຜູ້ເສຍອົງຄະ ແລະ ເສຍສະລະຊີວິດ ເພື່ອປະເທດຊາດ ຄົບຮອບ 77 ປີ ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 62 ປີ. ທີ່ສະໂມສອນປົກຄອງເມືອງນາຊາຍທອງ ໂດຍເລົ່າມູນເຊື້ອໂດຍ ທ່ານ ເຂັມເພັດ ແພງດວງຈັນ ພະນັກງານບຳນານ, ມີຮອງເລຂາ, ຄະນະປະຈຳພັກ, ຫົວໜ້າຫ້ອງການ, ຫົວໜ້າໜ່ວຍງານ.ເລຂາໜ່ວຍພັກບ້ານ ເຂົ້າຮ່ວມ.
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 95 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 549 |
![]() | ເດືອນນີ້ | 5229 |
![]() | ທັງໝົດ | 236018 |