ລະນຶກເຖິງວັນສຳຄັນຂອງພັກ, ຂອງຊາດ
ໃນຕອນເຊົ້າຂອງວັນທີ 01 ທັນວາ 2022 ໄດ້ມີພິທີວາງກະຕ່າດອກໄມ້ຕໍ່ໜ້າຮູບປັ້ນຫຼໍ່ປະທານ ໄກສອນ ພົມວິຫານ ເພື່ອລະນຶກເຖິງວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູ່ທີ່ສະໂມສອນສໍານັກງານປົກຄອງເມືອງສີສັດຕະນາກ ພ້ອມທັງມີພິທີປາຖະກະຖາ ໂດຍໃຫ້ກຽດປາຖະກະຖາຂອງ ທ່ານ ເດດສົງຄາມ ທໍາມະວົງ ກຳມະການປະຈໍາພັກ, ເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ. ມີບັນດາສະຫາຍກໍາມະການປະຈຳພັກ, ກຳມະການພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກອງກຳລັງ ປກສ-ປກຊ, ເລຂາໜ່ວຍພັກ, ນາຍບ້ານ ທົ່ວເມືອງສີສັດຕະນາກ ເຂົ້າຮ່ວມ.
ໃນວັນທີ 1 ທັນວາ 2022 ອົງການປົກຄອງເມືອງໄຊທານີ ໄດ້ພິທີປາຖະກະຖາວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ປາຖະກະຖາເລົ່າມູນເຊື້ອໂດຍ ທ່ານ ພົຈວ ວັນເຮືອງ ນັນທະຈັກ ອາດີດຄະນະພັກກະຊວງປ້ອງກັນຄວາມສະຫງົບ, ອາດີດຜູ້ອຳນວຍການໂຮງຮຽນວິທະຍາຄານປ້ອງກັນຄວາມສະຫງົບ, ຮອງຄະນະກຳມະການດ້ານການເມືອງ
ໃນວັນທີ 1 ທັນວາ 2022 ອົງການປົກເມືອງສີໂຄດຕະບອງ ຈັດປາຖະກະຖາວັນຊາດທີ 2 ທັນວາຄົບຮອບ 47 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ, ປາຖະກະຖາໂດຍທ່ານ ເຂັມເພັດ ແພງດວງຈັນ ອະດິດກຳມະການພັກ, ຫົວໜ້າຄະໂຄສະນາອົບຮົມ ນວ, ມີຄະນະປະຈຳພັກ, ຄະນະພັກເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການ, ເລຂາພັກບ້ານ, ນາຍບ້ານ ທົ່ວເມືອງສີໂຄດຕະບອງ ເຂົ້າຮ່ວມ.
ທ່ານ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ ອະດີດປະທານປະເທດ ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານຫລັກແຫລ່ງ ໃນວັນທີ 30 ພະຈິກ 2022 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດປະທານ ໄກສອນພົມວິຫານ ຄົບຮອບ 102 ປີ ທີ່ຫ້ອງວ່າການປົກຄອງນະຄອນຫລວງວຽງຈັນ ໂດຍມີທ່ານ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມດ້ວຍກໍາມະການປະຈໍາພັກ ກໍາມະການພັກ ເຈົ້າເມືອງ ຫົວໜ້າພະແນກການ ອົງການທຽບເທົ່າອ້ອມຂ້າງ ແລະ ພະນັກງານຫລັກແຫລ່ງເຂົ້າຮ່ວມ.
ໃນວັນທີ 29/11/2022 ຄະນະໂຄສະນາອົບຮົມ ເມືອງນາຊາຍທອງ ໄດ້ຈັດ ປາຖະກະຖາ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ ຢູສະໂມສອນເມືອງນາຊາຍທອງ ໃຫ້ກຽດປາຖະກະຖາເລົ່າມູນເຊື້ອ ໂດຍທ່ານ ເຂັມເພັດ ແພງດວງຈັນ ອາດີດຄະນະພັກ, ອາດີດຫົວຫນ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ບຸນຊູ ພະວິເສດ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ ເມືອງນາຊາຍທອງ ມີຄະນະປະຈຳພັກເມືອງ ຄະນະພັກເມືອງ ຫົວໜ້າຫ້ອງການ ຮອງຫົວໜ້າຫ້ອງການ ເລຂາໜ່ວຍພັກໂຮງຮຽນ ເລຂາໜ່ວຍພັກ ເລຂາໜ່ວຍພັກນາຍບ້ານ 54 ບ້ານ ທົ່ວເມືອງ ມີຈຳນວນຜູ້ເຂົ້າຮ່ວມທັງໝົດ 150 ຄົນ ຍິ່ງ 33 ຄົນ.
ມີ 21 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 109 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 563 |
![]() | ເດືອນນີ້ | 5243 |
![]() | ທັງໝົດ | 236032 |