ໃນວັນທີ 6 ຕຸລາ 2021 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມກັບ ບັນດາສື່ມວນຊົນ ໃນທົ່ວປະເທດ ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ ການແກ້ໄຂພະຍາດ ໂຄວິດ-19.
ຈຸດປະສົງ ເພື່ອແລກປ່ຽນຄວາມຄິດເຫັນ ແລະ ບາງບັນຫາທີ່ປິ່ນອ້ອມ ກ່ຽວກັບການລະບາດຂອງ ພະຍາດໂຄວິດ-19 ກັບສື່ມວນຊົນ. ພ້ອມກັນນີ້, ກໍເພື່ອໃຫ້ສື່ມວນຊົນ ນຳເອົາຂໍ້ມູນຂ່າວສານຕ່າງໆ ເຜີຍແຜ່ ໄປຍັງປະຊາຊົນທຸກເຜົ່າຊົນ ໄດ້ຮັບຮູ້ ແລະ ເຂົ້າໃຈສະພາບ ຄວາມເປັນຈິງ ຂອງການລະບາດຂອງພະຍາດດັ່ງກ່າວ ຢູ່ໃນໂລກ ພາກພື້ນ ກໍຄື ຢູ່ປະເທດເຮົາ ເປັນຕົ້ນ ລະດັບຄວາມຮຸນແຮງ ຂອງພະຍາດໂຄວິດ-19, ຜົນກະທົບ ດ້ານຄວາມເສຍຫາຍຕໍ່ມະນຸດ, ການຄວບຄຸມ ສະກັດກັ້ນ ແລະ ຕ້ານກັບພະຍາດດັ່ງກ່າວ ໃນໄລຍະຜ່ານມາ ປັດຈຸບັນ-ໃນຕໍ່ໜ້າ ແລະ ການດໍາລົງຊີວິດ ປົກກະຕິແບບໃໝ່.
ໃນວັນທີ 25 ມັງກອນ 2022 ຜ່ານມາ ອົງການແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ XI ຂອງອົງການແນວລາວສ້າງຊາດ ແລະ ມະຕິ VII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າການ ນະຄອນຫຼວງວຽງຈັນ ຊັ້ນ 4. ໃຫ້ກຽດເປັນປະທານຂອງທ່ານ ຖະໝອມ ຖໍາທອງ ກໍາມະການປະຈໍາພັກ, ປະທານອົງການແນວລາວສ້າງຊາດນະຄອນຫຼວງວຽງຈັນ, ມີພຣະເຖລານຸເຖລະ, ອົງການຈັດຕັ້ງມະຫາຊົນ, ຕາງໜ້າຈາກອະນຸກໍາມະການແນວລາວສ້າງຊາດ 07 ພາກສ່ວນ, ປະທານ, ຮອງປະທານແນວລາວສ້າງຊາດ 09 ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ວັດທະນະທໍາ ແບບແຜນດໍາລົງຊີວິດ ແລະ ໂກວິດ-19
ໂລກທີ່ເຮົາດໍາລົງຊີວິດຢູ່ນີ້ ປະກອບດ້ວຍປະຊາກອນອາໄສຢູ່ປະມານ 7 ຕື້ກວ່າຄົນ ທີ່ຢູ່ໃນ 220 ກວ່າປະເທດ ແລະ ເຂດແຄວ້ນ ມີເຊື້ອຊາດ ຊາດ ເຜົ່າພັນ ພາສາ ວັດທະນະທໍາ ຮີດຄອງ ປະເພນີ ແຕກຕ່າງກັນ. ຄວາມສໍານຶກແຫ່ງຄວາມເປັນມະນຸດ “ຢູ່ຮ່ວມກັນໂດຍສັນຕິ” ເຮັດໃຫ້ສົງຄາມທາງເຊື້ອຊາດເຜົ່າພັນທີ່ເຄີຍມີໃນບາງຂົງເຂດຂອງໂລກຫລຸດນ້ອຍຖອຍລົງຫລາຍ. ການຝັກໄຝ່ໃນການຢູ່ຮ່ວມກັນ ພາຍໃຕ້ທ້ອງຟ້າແຫ່ງສັນຕິພາບ ເປັນທ່າອ່ຽງທີ່ຊາວໂລກປາຖະໜາມານານ. ແຕ່ເຖິງຢ່າງໃດກໍດີ ລັດທິຈັກກະ ພັດລ່າເມືອງຂື້ນ ທີ່ແປງຮ່າງມາໃນແຕ່ລະຍຸກສະໄໝ ຍັງເຮັດໃຫ້ເກີດກໍລະນີພິພາດໃນບາງຂົງເຂດຕະ ຫລອດມາ ໂດຍສະເພາະການສະແຫວງຫາຊັບພະຍາກອນທໍາມະຊາດ ເພື່ອສ້າງຮັ່ງຄູນມີຂອງພວກນາຍ ທຶນຈັກກະພັດ ໃນຮູບແບບຕ່າງໆຍັງມີມາຢ່າງຕໍ່ເນື່ອງ, ການກໍ່ສົງຄາມເຖິງຂັ້ນຢຶດເອົາປະເທດ ແລະ ບາງພາກສ່ວນຂອງປະເທດຍັງມີຢູ່ໃນປັດຈຸບັນ. ນັ້ນຄືຄວາມບໍ່ສະຫງົບທີ່ຍັງເກີດຂື້ນຢູ່ໃນມຸມໃດມຸມໜຶ່ງຂອງໂລກ.
ທ່ານຜູ້ອ່ານອາດຈະຄຸ້ນເຄີຍກັບຄຳບູຮານເພີ່ນກ້າວໄວ້ວ່າ: “ວັດທະນະທຳບອກຊາດ, ມາລະຍາດບອກຕະກຸນ” ພາສາຄຳເວົ້າກໍເປັນສ່ວນໜຶ່ງຂອງວັດທະນະທຳ ຊຶ່ງເປັນສັນຍາລັກສະເພາະຂອງຊາດໃດໜຶ່ງທີ່ເປັນເອກະລາດ. ການສູນເສຍວັດທະ ນະທຳກໍແມ່ນສູນເສຍຊາດ ແລະ ພາສາຄຳເວົ້າກໍສູນເສຍໄປນຳ; ປະຫວັດສາດໄດ້ຢັ້ງຢືນໃຫ້ເຫັນແລ້ວວ່າມີຫລາຍປະເທດໃນໂລກທີ່ຕົກເປັນເມືອງຂຶ້ນຂອງຕ່າງຊາດເປັນເວລາດົນນານ ມາເຖິງປະຈຸບັນນີ້ບໍ່ມີພາສາປະຈຳຊາດຂອງຕົນເຫລືອໄວ້. ເຂົາເຈົ້າຈຳ ເປັນຕ້ອງໄດ້ນຳໃຊ້ພາສາຂອງປະເທດລ່າເມືອງຂຶ້ນ.
ບົດຄວາມປະຈໍາສະບັບນີ້ ຜູ້ຂຽນຢາກແລກປ່ຽນກັບບັນດານັກປະພັນມືໃໝ່ ຫລື ຜູ້ທີ່ຕ້ອງການເຂົ້າສູ່ເສັ້ນທາງການປະພັນກ່ຽວກັບປື້ມວັນນະກໍາທີ່ຄວນອ່ານ. ແຕ່ຂໍບອກວ່ານີ້ຄືບົດຮຽນສ່ວນຕົວ ເພາະການອ່ານນັ້ນມັນເປັນລົດຊາດຂອງສ່ວນບຸກຄົນ ບໍ່ຕ່າງຫຍັງກັບອາຫານຈະໃຫ້ທຸກຄົນມັກຄືກັນນັ້ນ ບໍ່ໄດ້ເດັດ ຂາດ.
ທີ່ຍົກເລື່ອງນີ້ມາເວົ້າກໍເພາະເຫັນວ່າ ການທີ່ຈະເປັນນັກຂຽນນັ້ນ ກ່ອນອື່ນໝົດກໍຕ້ອງເປັນນັກອ່ານ... ອ່ານແລ້ວອ່ານອີກ ເລີ່ມຈາກການອ່ານທຸກຢ່າງທີ່ຕໍາຕາ, ແລ້ວຕໍ່ໃສ່ການອ່ານທີ່ມີການເລືອກສັນກັ່ນຕອງປະເພດ ບໍ່ມີໃຜສາມາດເດີນທາງວັນນະກໍາສຸດເສັ້ນ ຖ້າຂີ້ຄ້ານອ່ານ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 100 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 554 |
![]() | ເດືອນນີ້ | 5234 |
![]() | ທັງໝົດ | 236023 |