ໃນປັດຈຸບັນ ຄົນເຮົາຝາກປາກ-ທ້ອງນໍາຮ້ານອາຫານສຸກນັບມື້ນັບຫລາຍຂຶ້ນ ຍ້ອນບໍ່ມີເວລາຄົວກິນເອງ. ດັ່ງນັ້ນ, ຜູ້ຂາຍອາຫານສຸກຕ້ອງມີມາດຕະຖານດ້ານຄວາມສະອາດຢ່າງພຽງພໍ ລວມທັງພາຍໃນຮ້ານ. ເຄື່ອງບັນຈຸອາຫານຕ້ອງສວມເສື້ອກັນເປື້ອນ ຫ້າມໃຊ້ມືຈັບອາຫານໂດຍກົງໃຫ້ລູກຄ້າ, ດີທີ່ສຸດຄວນໃສ່ຊົບມື ແລະ ໃສ່ໜ້າກາກ. ສິ່ງທີ່ຄວນຫລີກລ່ຽງແທ້ໆ ກໍຄືຢ່າໄອ-ຈາມໃສ່ອາຫານ ຫລືແກະຂີ້ດັງ ສັ່ງຂີ້ມູກ ຫລື ນໍ້າລາຍຊະຊາຍເດັດຂາດ. ດຽວນີ້ໂລກຈະເລີນຂຶ້ນພະຍາດກໍຈະເລີນ ແລະ ສະຫລາດຂຶ້ນຄືກັນ ມັນສາມາດອາລະວາດໄດ້ທຸກເມື່ອຖ້າບໍ່ລະມັດລະວັງ.
# ໂດຍ: ສາວສິ້ນແຕ້ມ
ເຈົ້າຄອງລົງພົບປະກັບພະນັກງານຄູ-ອາຈານ
ທ່ານ ປອ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ເຈົ້າຄອງນະຄອນຫລວງວຽງຈັນ ພ້ອມຄະນະ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມກັບພະນັກງານຄູ-ອາຈານ ແລະ ນັກຮຽນ ໂຮງຮຽນມັດທະຍົມສົມບູນວຽງຈັນ ໃນວັນທີ 17 ທັນວາ 2020.
ຊົມເຊີຍ
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຢ່າງສຸດອົກສຸດໃຈ!
ບົນພື້ນຖານຜົນສຳເລັດໃນການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ພາຍຫລັງໄດ້ຫ້າງຫາກະກຽມເງື່ອນໄຂ, ຄວາມພ້ອມໃນດ້ານຕ່າງໆມາໃນໄລຍະໜຶ່ງ. ມາຮອດກາງເດືອນມັງກອນທີ່ຜ່ານມາ, ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ໄຂຂຶ້ນຢ່າງເປັນທາງການ ແລະ ສະຫງ່າຜ່າເຜີຍ.
ພ້ອມກັນຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັ້ນເລືອກຕັ້ງ
ສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນແຂວງ II
ໂດຍ : ວິລັດ ຜິວອ່ອນ
ເພື່ອຮັບປະກັນໃຫ້ແກ່ການດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຊຶ່ງຈະມີຂຶ້ນໃນວັນທີ 21 ກຸມພາ 2021 ດຳເນີນໄປຢ່າງຖືກຕ້ອງ, ມີຄວາມເປັນເອກະພາບ ແລະ ສອດຄ່ອງກັບກົດໝາຍນັ້ນ. ກົມການເມືອງສູນກາງພັກໄດ້ອອກມະຕິຕົກລົງ ສະບັບເລກທີ 118/ກມສພ, ລົງວັນທີ 7/9/2020 ວ່າດ້ວຍການເພີີ່ມທະວີການຊີ້ນຳ-ນຳພາ ຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 111 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 565 |
![]() | ເດືອນນີ້ | 5245 |
![]() | ທັງໝົດ | 236034 |