ພິທີມອບ-ຮັບຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫລວງວຽງຈັນ ລະຫວ່າງ ທ່ານ ພູວົງ ວົງຄໍາຊາວ ຫົວໜ້າໂຄສະນາອົບຮົມ ນວ ຜູ້ເກົ່າ ແລະ ທ່ານ ຊົງເລົ່າ ຢົງນູ ຫົວໜ້າຄະນະໂຄສະນາອົບຮົມ ນວ ຜູ້ໃໝ່ ຈັດຂຶ້ນວັນທີ 22 ກຸມພາ 2021 ທີ່ຫ້ອງວ່າການປົກຄອງ ນວ ໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງ ນວ ມີບັນດາຜູ້ຕາງໜ້າຈາກຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າພະແນກການ ອົງການທຽບເທົ່າ ຫົວໜ້າໂຄສະນາອົບຮົມ 9 ຕົວເມືອງ ແລະ ພະນັກງານກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ເຂົ້າພົບປະ ແລະ ສະເໜີໂຕຕໍ່ທ່ານຫົວໜ້າຄະນະໂຄສະນາອົບຮົບສູນກາງພັກ
ໃນວັນທີ 26 ກຸມພາ 2021 ນີ້, ສະຫາຍ ປອ. ຊົງເລົາ ຢົງນູ ກໍາມະການປະຈໍາພັກ, ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມພົບປະ ແລະ ສະເໜີໂຕຕໍ່ ສະຫາຍ ປອ. ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃນໂອກາດໄດ້ຮັບຕໍາແໜ່ງໃໝ່ ພ້ອມທັງແລກປ່ຽນບົດຮຽນ ທັງໃຫ້ທິດຊີ້ນໍາ-ນໍາພາ ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໃນການໂຄສະນາ ແລະ ການສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ປະຊາຊົນທຸກຊັ້ນຄົນ ໃຫ້ມີແນວຄິດຮັກຊາດ, ຮັກບ້ານເກີດເມືອງນອນ ພ້ອມກັນສ້າງສາ ແລະ ພັດທະນາປະເທດຊາດໃນໄລຍະໃໝ່ ໃຫ້ມີຄວາມກ້າວໜ້າ ແລະ ສີວິໄລ. ພ້ອມດຽວກັນນີ້ ພ້ອມກັນເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພະແນກການກ່ຽວຂ້ອງ ແລະ 3 ອົງການຈັດຕັ້ງມະຫາຊົນ ໄດ້ລົງເຄື່ອນໄຫວເຮັດວຽກຊຸກຍູ້ວຽກງານການພັດທະນາຢູ່ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ວັນທີ 3 ກໍລະກົດ 2021 ໂດຍການນໍາພາຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ພ້ອມດ້ວຍຫ້ອງການກ່ຽວຂ້ອງ.
ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນຜູ້ເກົ່າ-ຜູ້ໃໝ່
ພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ່ 16 ມີນາ 2021 ທີ່ຫ້ອງວ່າການປົກຄອງນວ ລະຫວ່າງສະຫາຍ ສິນລະວົງ ຄຸດໄພທູນ ເລຂາຄະນະບໍລິຫານງານພັກ ນວ ຜູ້ເກົ່າ ກັບ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະບໍລິຫານງານພັກນວ ຜູ້ໃໝ່ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ພ້ອມດ້ວຍເລຂາ, ຮອງເລຂາຄະນະບໍລິຫານງານ ນວ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ມີ 375 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 90 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 544 |
![]() | ເດືອນນີ້ | 5224 |
![]() | ທັງໝົດ | 236013 |