ຈະສຸມໃສ່ການພັດທະນາຮອບດ້ານ 6 ຂົງເຂດບູລິມະສິດ
ກອງປະຊຸມເຈົ້າຄອງນະຄອນຫລວງອາຊຽນ (MGMAC) ແລະ ກອງປະຊຸມເວທີເຈົ້າຄອງນະຄອນອາຊຽນ (AMF) ໄດ້ຈັດຂຶ້ນໃນວັນທີ 1-2 ສິງຫາ 2023 ທີ່ຈາກາຕາ ປະເທດອິນໂດເນເຊຍ ໂດຍມີເຈົ້າຄອງນະຄອນຫລວງບັນດາປະເທດອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ປຶກສາຫາລືໃນ 6 ວຽກຈຸດສຸມ ແລະ ໄດ້ປະກາດຄໍາໝາຍໝັ້ນສັນຍາຮ່ວມກັນໃນການສ້າງສາຍພົວພັນຮ່ວມມື ລະຫວ່າງພາກພື້ນ ແລະ ໃນພາກພື້ນ ເພື່ອເຮັດໃຫ້ປະເທດອາຊຽນເປັນໃຈໃຈຂອງການຂະຫຍາຍຕົວທາງດ້ານເສດຖະກິດ ໃນກອງປະຊຸມບັນນດາເຈົ້າຄອງນະຄອນຫລວງອາຊຽນ ໄດ້ພ້ອມກັນປຶກສາຫາລືໃນຫລາຍບັນຫາສຳຄັນ ໂດຍສະເພາະແມ່ນການຂະຫຍາຍຕົວໃນຂົງເຂດພາກພື້ນ ການຫັນ ປ່ຽນເປັນດີຈີຕອນ ການປ່ຽນແປງຂອງດິນຟ້າອາກາດ ນອກຈາກນັ້ນຍັງໄດ້ປຶກສາຫາລືກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃນບັນດານະຄອນຫລວງອາຊຽນ ແລະ ບັນຫາອື່ນໆອີກຈຳນວນໜຶ່ງ.
ລົງຊຸກຍູ້ວຽກງານແຮງງານ-ສະຫວັດດີການສັງຄົມ
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມ ຢາມ ແລະ ຊຸກຍູ້ວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນວັນທີ 11 ສິງຫາ 2023 ຢູ່ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ (ຮສສ ນວ) ໂດຍໃຫ້ການຕ້ອນຮັບຂອງທ່ານ ສາລະພິດ ສູນວໍລະວົງ ຫົວໜ້າພະແນກ ຮສສ ພ້ອມດ້ວຍຫົວໜ້າພະແນກການ-ຮອງພະແນກ ຫົວໜ້າ-ຮອງຫົວໜ້າຫ້ອງການ ຮສສ 9 ຕົວເມືອງ ຄະນະອໍານວຍການສູນ ຫົວໜ້າ-ຮອງຫົວໜ້າຫ້ອງການປະກັນສັງຄົມ ຕະຫຼອດຮອດພະນັກງານວິຊາການ ຮສສ ນວ ເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ພ້ອມດ້ວຍຄະນະໄດ້ລົງພົບປະ ຢ້ຽມຢາມ ແລະ ໂອ້ລົມພະນັກງານສື່ມວນຊົນນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສື່ມວນຊົນແຫ່ງຊາດ ແລະ ວັນພິມຈຳໜ່າຍ ຄົບຮອບ 73 ປີ (13/8/1950-13/8/2023) ໂດຍທ່ານໄດ້ເນັ້າໃຫ້ສື່ມວນຊົນນະຄອນຫຼວງວຽງຈັນ ເອົາໃຈ ໃສ່ເປັນ ຕົ້ນໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ສ້າງຜົນງານໃຫ້ສູງເດັ່ນຂຶ້ນກວ່າເກົ່າ. ການລົງພົບປະ ຢ້ຽມຢາມ ແລະ ໂອ້ລົມພະນັກງານສື່ ຄັ້ງນີ້ມີຂຶ້ນໃນວັນທີ 10 ສິງຫາ 2023 ທີ່ສະຖານີວິທະຍຸ-ໂທລະ ພາບ ນວ ຖືກຕ້ອນຮັບໂດຍທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກ ຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ ນວ) ພ້ອມດ້ວຍຄະນະພະແນກ ກອງວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສະໄໝສາມັນ ເທື່ອທີ 05 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ໄຂຂຶ້ນຢ່າງເປັນທາງການ
ວັນທີ 31 ກໍລະກົດ 2023 ກອງປະຊຸມສະໄໝສາມັນ ເທື່ອທີ 05 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ (ສປ ນວ) ຊຸດທີ II ໄຂຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 31 ກໍລະກົດ ຫາ ວັນທີ 04 ສິງຫາ 2023 ຢູ່ທີ່ຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ນາງ ລຳພອຍ ສີອັກຄະຈັນ ກໍາມະການປະຈໍາພັກ, ຮອງປະທານສະພາປະຊາຊົນ ນະຄອນ ຫຼວງວຽງຈັນ ມີ ທ່ານ ພົຈວ ສີພອນ ຈັນສົມວົງ ຮອງເລຂາຄະນະພັກນະຄອນຫຼວງວຽງຈັນ ບັນດາທ່ານການນຳນະຄອນຫຼວງ, ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ນະຄອນ ຫຼວງວຽງຈັນ (ສສ ນວ) ປະຈຳເຂດເລືອກຕັ້ງຕ່າງໆເຂົ້າຮ່ວມ.
ທັດສະນະສຶກສາອະນຸສອນສະຖານ ສຸພານຸວົງ
..................................................................
ເນື່ອງໃນໂອກາດວັນເກີດປະທານ ສຸພານຸວົງ ຄົບຮອບ 114 ປີ, ໃນວັນທີ 19 ກໍລະກົດ 2023 ຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ນຳພາພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະໂຄສະນາອົບຮົມ 3 ເມືອງ ຄຶ: ເມືອງໄຊເສດຖາ, ເມືອງສີສັດຕະນາກ ແລະ ເມືອງສີໂຄດຕະບອງ ໄປທັດສະສຶກສານະອະນຸສອນສະຖານ ສຸພານຸວົງ ນໍາໂດຍທ່ານ ສະເດັດດາ ສີອຳພອນ ຮອງຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ.
ໂອກາດດັ່ງກ່າວ ຄະນະນຳພາໄດ້ວາງກະຕ່າດອກໄມ້ຢູ່ໜ້າຮູບປັ້ນຂອງປະທານ ສຸພານຸວົງ ເພື່ອເປັນການລະນຶກເຖິງຄຸນງາມຄວາມດີທີ່ເປັນບຽບຢ່າງໃຫ້ແກ່ຄົນຮຸ່ນຫຼັງ, ຫຼັງຈາກນັ້ນໄດ້ຮັບຟັງການບັນຍາຍຈາກຄະນະຮັບຜິດຊອບອະນຸສອນສະຖານ ສຸພານຸວົງ ເຊິ່ງໄດ້ຫວນຄືນກ່ຽວກັບປະຫວັດ, ຜົນງານການເຄື່ອນໄຫວ ແລະ ການດໍາລົງຊີວິຂອງທ່ານປະທານ ສຸພານຸວົງ.
ມີ 54 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 93 |
![]() | ມື້ວານນີ້ | 121 |
![]() | ອາທິດນີ້ | 547 |
![]() | ເດືອນນີ້ | 5227 |
![]() | ທັງໝົດ | 236016 |