
ກອງບັນຊາການທະຫານນະຄອນຫຼວງວຽງຈັນເຂົ້າອວຍພອນທູດປ້ອງກັນຊາດ
ສສ ຫວຽດນາມ ປະຈຳລາວ ໃນໂອກາດວັນບຸນປີໃໝ່ ສສ ຫວຽດນາມ
ໃນວັນທີ 12 ກຸມພາ 2026ນີ້,ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂວັນເຂົ້າອວຍພອນຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈຳລາວ ໃນໂອກາດວັນບຸນປີໃໝ່ ສສ ຫວຽດນາມ, ໂດຍໃຫ້ການຕ້ອນຮັບຢ່າງອົບອຸ່ນຂອງສະຫາຍ ພັນຕີ ຫງວຽນ ວັນ ຕ່ຽນ ຮອງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈຳລາວ.

ໃນໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງກອງບັນຊາການ ທະຫານນະຄອນຫຼວງວຽງຈັນ ໄດ້ກ່າວສະແດງຄວາມອວຍພອນໄຊອັນປະເສີດທີ່ເຕັມໄປດ້ວຍຄວາມຈິງໃຈໄມຕີຈິດມິດຕະພາບອັນສູງສົ່ງ ມາຍັງສະຫາຍຮອງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ພ້ອມຄະນະ ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງທັບປະຊາຊົນຫວຽດນາມ ຈົ່ງມີສຸຂະພາບແຂງແຮງ,ເຮັດສໍາເລັດໜ້າທີ່ຕາມການຈັດຕັ້ງຂຶ້ນເທິງມອບໝາຍໃຫ້,ອວຍພອນໃຫ້ຄວາມສາມັກຄີແບບພິເສດ ລະຫວ່າງສອງຊາດ,ສອງກອງທັບ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ,ພ້ອມກັນນັ້ນສະຫາຍ ພັນຕີ ຫງວຽນ ວັນ ຕ່ຽນ ຮອງຫົວໜ້າຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມປະຈຳລາວ ກໍ່ໄດ້ກ່າວຕ້ອນຮັບຢ່າງອົບອຸ່ນພ້ອມທັງສະແດງຄວາມຂອບອົກຂອບໃຈມາຍັງຄະນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວຂອງ ສສ ຫວຽດນາມ ຢ່າງລົ້ນເຫຼືອ ພ້ອມນັ້ນກໍ່ຍັງເປັນການເສີມສ້າງຄວາມຜູກພັນ ໄປມາຫາສູ່ເຊິ່ງແລະ ກັນ ເພື່ອຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງກອງບັນຊາການທະຫານນະຄອນຫຼວງວຽງຈັນ ກັບ ຫ້ອງການທີ່ປຶກສາທູດປ້ອງກັນຊາດ ສສ ຫວຽດນາມ ປະຈຳລາວ ໃຫ້ນັບມື້ໝັ້ນຄົງທະນົງແກ່ນຂຶ້ນເລື້ອຍໆ.