ທາບທາມບຸຄະລາກອນອອກສະໝັກຮັບເລືອກຕັ້ງ ເຂົ້າໃນຄະນະບໍລິຫານງານພັກ ນວ ສະໄໝ VIII ຮອບທີ 3

ກອງປະຊຸມທາບທາມບຸຄະລາກອນ ອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກ ນະ ຄອນຫຼວງວຽງຈັນ ສະໄໝ VIII ຮອບທີ 3 ຈັດຂຶ້ນວັນທີ 11 ກັນຍາ 2025 ທີ່ສະໂມສອນກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງສະຫາຍ ປອ ອານຸພາບ ຕຸນາລົມ ເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ມີ ສະຫາຍ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສະຫາຍກຳມະການປະຈຳພັກ, ກຳມະການພັກ, ຄະນະພັກຮາກຖານ, ໜ່ວຍພັກຮາກຖານອ້ອມຂ້າງ ນະຄອນຫຼວງວຽງຈັນ, ຄະນະບໍລິຫານງານພັກເມືອງ 9 ເມືອງ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ.

 

 

 

 

 

 

 

 

ກອງປະຊຸມທາບທາມຄັ້ງນີ້ ຜູ້ແທນສົມບູນໄດ້ລົງເລິກໄດ້ຮັບຟັງອະນຸເນື້ອໃນຜ່ານຮ່າງລາຍງານການເມືອງ ແລະ ທິດທາງແຜນການປີ 2025-2030 ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມແຕ່ປີ 2025-2030 ຜ່ານຮ່າງບົດສໍາຫຼວດການນໍາພາລວມ ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ ໜຶ່ງສະ  ໄໝຜ່ານມາ ໄດ້ຈັດແບ່ງເປັນຈຸສຳຫຼວດໂດຍແບ່ງເປັນ 3 ຈຸສຳຫຼວດ ເພື່ອບັນລຸຈຸດປະສົງຄາດໝາຍທີ່ໄດ້ກຳນົດຢູ່ໃນຄຳສັ່ງຂອງຄະນະເລຂາທິການສູນກາງພັກສະບັບເລກທີ 411/ຄລສພ ແລະ ບົດແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 211/ຄຈສພ ລົງວັນທີ 16 ສິງຫາ 2023.

ກອງປະຊຸມທາບທາມຮອບທີ 3 ຖືວ່າເປັນຮອບສຸດທ້າຍຈະໄດ້ດໍາເນີນການທາບທາມສະເພາະຜູ້ແທນສົມບູນທີ່ຈະເຂົ້າຮ່ວມກອງປະຊຸມໃຫຍ່ເທົ່ານັ້ນ ແລະ ທາບທາມສະເພາະແຕ່ຄະນະພັກຊຸດທີ VII ກໍຄືຊຸດປັດຈຸບັນທີ່ຍັງມີໜ້າຕົວຈິງເປັນຮອບທີ່ມີຄວາມໝາຍສຳຄັນຫຼາຍ ເພື່ອຄວາມເປັນເອກະພາບກ່ຽວກັບເນື້ອໃນຮ່າງລາຍງານການເມືອງ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ ບົດສຳຫຼວດນຳພາລວມ ທີ່ຈະນຳໄປຜ່ານໃນກອງປະຊຸມໃຫຍ່.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa