ນະຄອນຫຼວງວຽງຈັນ-ພະນົມເປັນ ເພີ່ມທະວີການຮ່ວມມື
……………………………………….
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ຄວງ ຊະເຣງ ເຈົ້າຄອງນະຄອນ ຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ທ່ານ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ເດີນທາງໄປຢ້ຽມ ຢາມ ເຮັດວຽກ ແລະ ສືບຕໍ່ເຊັນສັນຍານະຄອນມິດຕະພາບ ລະຫວ່າງ ນະຄອນ ຫຼວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ຢູ່ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ ໃນໄລຍະວັນທີ 14-16 ກັນຍາ 2025 ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີ ແລະ ສືບຕໍ່ການຮ່ວມມື ລະຫວ່າງ ນະຄອນ ຫຼວງວຽງຈັນ ແລະ ນະຄອນຫຼວງພະນົມເປັນ ໃຫ້ນັບມື້ນັບແຕກດອກ ອອກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ໃນກອງປະຊຸມພົບປະສອງຝ່າຍ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ນໍາໂດຍ ທ່ານ ອາດສະພັງທອງ ສີ ພັນດອນກຳມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ ຄະນະຜູ້ແທນຂັ້ນສູງນະຄອນຫຼວງພະນົມເປັນ ນໍາໂດຍ ທ່ານ ຄວງ ຊະເຣງ ເຈົ້າຄອງນະຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ເຊິ່ງ ສະຫາຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອາດສະພັງທອງ ສີພັນດອນ ພ້ອມດ້ວຍຄະນະ ທີ່ໄດ້ໃຫ້ກຽດເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫຼວງພະ ນົມເປັນ ແລະ ຂໍສະແດງຄວາມຊົມເຊີຍຜົນສໍາເລັດຂອງການຈັດກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນປະທານ ຄັ້ງທີ 44, 45 ແລະ ກອງປະຊຸມເຈົ້າຄອງນະຄອນຫຼວງອາຊຽນ ປີ 2024 ນອກຈາກນັ້ນ ຍັງໄດ້ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະໄດ້ຈັດຂຶ້ນໃນອີກ 2-3 ເດືອນ ທາງໜ້າ.
ຈາກນັ້ນ ກໍໄດ້ລາຍງານສະພາບເສດຖະກິດ-ສັງຄົມຂອງນະຄອນຫຼວງພະນົມເປັນ ຄື: ຣາຊະອານາຈັກກຳປູເຈຍ ໄດ້ຫຼຸດພົ້ນ ແລະ ປະກາດເອກະລາດ ໃນວັນທີ 7 ມັງກອນ 1979 ດ້ວຍຄວາມປີຊາສາມາດຂອງບັນດາການນໍາເຮັດໃຫ້ ມີຄວາມສາມາດສ້າງລາຍຮັບຈາກລາຍຮັບໜ້ອຍເຖິງປານກາງ ແລະ ມີເປົ້າໝາຍໃຫ້ໄດ້ລາຍຮັບປານກາງໃນປີ 2050.
ຈາກນັ້ນ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ຂອບໃຈ ທ່ານ ເຈົ້າຄອງນະຄອນ ຫຼວງພະນົມເປັນ ທີ່ໄດ້ ໃຫ້ການຕ້ອນຮັບດ້ວຍຄວາມອົບອຸ່ນ ຖານເພື່ອນມິດ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການໃນຄັ້ງນີ້ ພ້ອມນີ້ ທ່ານ ເຈົ້າຄອງນະຄອນຫຼວງວຽງຈັນ ກໍ່ໄດ້ລາຍງານສະ ພາບ ເສດຖະກິດ-ສັງຄົມ ທິດທາງ ແລະ ຄາດໝາຍຂອງການພັດທະນານະຄອນ ຫຼວງວຽງຈັນ ແລະ ໄດ້ສະເໜີບາງທິດທາງ ການຮ່ວມມື ລະຫວ່າງ ສອງນະຄອນຫຼວງ ຂອງພວກເຮົາ ມີດັ່ງນີ້:
ສືບຕໍ່ຊຸກຍູ້ການຮ່ວມມືລະຫວ່າງ ພະແນກການ ຂະແໜງການ ຂອງສອງນະຄອນ ຫຼວງ ໃຫ້ໄດ້ການຮ່ວມມືກັນ ເປັນໂຄງການລະອຽດ ເຊັ່ນ: ການຮ່ວມມື ທາງດ້ານການຄ້າ ການລົງທືນ ວັດທະນາທຳ ທ່ອງທ່ຽວ ການຄຸ້ມຄອງ ບໍລິຫານຕົວເມືອງ ການຄຸ້ມ ຄອງ ແລະ ສ້າງຄວາມເຂັ້ມແຂງທາງດ້ານການເງິນ ໃນຖານະເປັນນະຄອນຫຼວງ ຂອງປະເທດ.
ສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ ບັນດາທຸລະກິດ ຂອງ ສອງນະຄອນ ຫຼວງ ເພື່ອໄປລົງທຶນ ແລະ ດໍາເນີນທຸລະກິດ ຢູ່ ສອງນະຄອນຫຼວງ.
ສືບຕໍ່ຊຸກຍູ້ ການຈັດກິດຈະກຳຕ່າງໆ ຂອງສອງນະຄອນຫຼວງ ທີ່ຈັດຂື້ນ ໂດຍການຈັດສົ່ງຄະນະຜູ້ແທນຂອງ ຕົນເຂົ້າຮ່ວມງານຕາມເງື່ອນໄຂຕົວຈິງ ຂອງສອງນະຄອນ ຫຼວງ.
ໃນຖານະທີ່ສອງນະຄອນຫຼວງພວກເຮົາ ກໍແມ່ນສະມາຊິກ ສະມາຄົມ AIMF ສະເໜີໃຫ້ພວກເຮົາຊ່ວຍ ສົ່ງເສີມບັນດາໂຄງການຕ່າງໆ ທີ່ພວກເຮົາໄດ້ຮັບການຊ່ວຍເຫຼືອຈາກສະມາຄົມ ເຊິ່ງທາງນະຄອນຫຼວງພະນົມເປັນກໍ່ໄດ້ເຫັນດີເປັນເອ ກະພາບຕໍ່ທິດ ທາງ ແລະ ຂໍ້ສະເໜີຂອງນະຄອນຫຼວງວຽງຈັນ ການຮ່ວມມືດັ່ງກ່າວແມ່ນໄດ້ຍົກລະ ດັບຄວາມສຳພັນໃຫ້ໝັ້ນຄົງຕະຫຼອດໄປ ແລະ ຖືການຮ່ວມມືຂອງສອງນະຄອນຫຼວງ ລ້ວນແລ້ວແຕ່ມີຜົນປະໂຫຍດອັນຍືນຍົງ ແລະ ຍາວນານ, ຊຶ່ງທັງສອງນະຄອນຫຼວງກໍໄດ້ມີການເຊັນການຮ່ວມມືນະຄອນ ມິດຕະພາບແຕ່ປີ 2014 ການຮ່ວມມືນັບມື້ນັບເພີ້ມຂຶ້ນເທື່ອລະກ້າວຢ່າງບໍ່ຢຸດຢັ້ງ.
ຈາກນັ້ນກໍໄດ້ມີການເຊັນລົງນາມສືບຕໍ່ນະຄອນມິດຕະພາບ ລະຫວ່າງ ນະຄອນຫຼວງວຽງຈັນ ສປປ ລາວ ແລະ ນະ ຄອນຫຼວງພະນົມເປັນ ຣາຊະອານາຈັກກຳປູເຈຍ ຂຶ້ນເພື່ອສົ່ງເສີມການການຮ່ວມມື ແລະ ແລກປ່ຽນບົດຮຽນ ເຊິ່ງ ກັນແລະກັນ ລະຫວ່າງສອງນະຄອນຫຼວງ ໂດຍໄດ້ເຫັນດີເປັນເອກະພາບກັນ ດັ່ງນີ້: 1. ສອງຝ່າຍ ຈະແລກ ປ່ຽນຄະນະຜູ້ແທນ ຂອງສອງນະຄອນຫຼວງ ໃນລະດັບຕ່າງໆ ເພື່ອສ້າງຄວາມເຂົ້າໃຈ ແລະ ກິດຈະກຳແລກປ່ຽນເຊິ່ງກັນ ແລະ ກັນ 2. ສອງຝ່າຍ ເຫັນດີຜັນຂະຫຍາຍບັນດາຄວາມພະຍາຍາມຮ່ວມມືໃນຂົງເຂດການແລກປ່ຽນລະຫວ່າງປະຊາຊົນ ກັບ ປະຊາຊົນແບ່ງ ປັນຂໍ້ມູນຂ່າວສານ ເປັນຕົ້ນແມ່ນ ນະຄອນອັດສະລິຍະ ຄວາມຮູ້ດີຈິຕອນ ແລະ ກອງປະຊຸມເຄືອຂ່າຍ ອື່ນໆ 3. ສອງຝ່າຍ ຈະສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ພະແນກການກ່ຽວຂ້ອງ ຂອງນະຄອນຫຼວງວຽງຈັນ ແລະ ນະ ຄອນຫຼວງພະນົມເປັນ ແລະ ຈະສົ່ງເສີມການຄ້າ ການລົງທຶນ ການທ່ອງທ່ຽວ ແລະ ການແລກປ່ຽນ ວັດທະນະທໍາ ແລະ ການສຶກສາ ແລະ ຂົງເຂດອື່ນໆ ທີ່ທັງສອງຝ່າຍ ມີຄວາມສົນໃຈຮ່ວມກັນ 4. ທຸກຂໍ້ຂັດແຍ່ງທີ່ເກີດຂຶ້ນໃນການຕີຄວາມໝາຍ ຫຼື ການປະຕິບັດສັນຍາສະບັບນີ້ ຈະຕ້ອງຖືກແກ້ໄຂແບບ ເພື່ອນມິດ ໂດຍຜ່ານການປຶກສາຫາລື ຫຼື ການເຈລະຈາ ລະຫວ່າງຄູ່ສັນຍາທັງສອງຝ່າຍ 5. ເນື້ອໃນຂໍ້ຄວາມໃດໆທີ່ຂັດກັບສັນຍາສະບັບນີ້ຈະຖືກຍົກເລີກພາຍໃຕ້ກົດໝາຍ ແລະ ລະບຽບການຂອງທັງສອງປະເທດ.
ນອກຈາກນັ້ນ ຄະນະຜູ້ແທນຂັ້ນສູງນະຄອນຫຼວງວຽງຈັນ ກໍໄດ້ຢ້ຽມຢາມເຂດເສດ ຖະກິດພິເສດຂອງ ນະຄອນຫຼວງພະນົມເປັນ ເຊິ່ງເປັນຖານຜະລິດສິນຄ້າຄົບວົງ ຈອນ ມີບັນດານັກລົງທຶນທັງພາຍໃນແລະຕ່າງປະເທດ ສ່ວນໃຫຍ່ແມ່ນຂອງປະເທດຍີ່ປຸ່ນ ແລະ ສປ ຈີນ ເຊິ່ງໃນຕໍ່ໜ້າຄາດວ່າຈະມີນັກລົງທຶນຈໍານວນຫຼາຍເຂົ້າມາລົງ ທຶນໃນ ເຂດດັ່ງກ່າວ.