ປະກາດຮັກສາການເຈົ້າເມືອງສີໂຄດຕະບອງ

ພິທີປະກາດແຕ່ງຕັ້ງ ຮັກສາການເຈົ້າເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 9 ກໍລະກົດ 2025 ທີ່ສະໂມສອນເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ຄໍາມາ ແສງມີໄຊ ກໍາມະການປະຈໍາພັກ, ຫົວໜ້າຄະນະຈັດຕັ້ງ ນະຄອນຫຼວງວຽງຈັນ ມີຮອງເຈົ້າເມືອງ,  ຜູ້ຕາງໜ້າຈາກນະຄອນຫຼວງວຽງຈັນ, ພະແນກການກ່ຽວຂ້ອງ ບັນດາຫ້ອງການອ້ອມຂ້າງເມືອງ ແຂກຖືກເຊີນ ເຂົ້າຮ່ວມ.

       ໃນໂອາດກາດດັ່ງກ່າວ ກອງປະຊຸມໄດ້ຮັບຟັງລາຍງານຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ແລະ ທິດທາງແຜນໃນຕໍ່ໜ້າ ໂດຍຫຍໍ້ ຈາກທ່ານ ທະວີໄຊ ເໝົາຊົມພູ ເລຂາພັກເມືອງສີໂຄດຕະບອງ (ເຈົ້າເມືອງ ຜູ້ເກົ່າ) ຈາກນັ້ນ ທ່ານ ວິລະພົງ ອິນທິລາດ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຜ່ານຂໍ້ຕົກລົງນະຄອນຫຼວງວຽງຈັນ ສະບັບເລກທີ 665/ຈນວ, ລົງວັນທີ 2 ກໍລະກົດ 2025 ວ່າດ້ວຍການແຕ່ງຕັ້ງຮັກສາການເຈົ້າເມືອງສີໂຄດຕະບອງ ໂດຍເຫັນດີຕົກລົງແຕ່ງຕັ້ງ ທ່ານ ອິນປອງ ທຸມມາ ຮອງເລຂາຄະນະພັກເມືອງ ເປັນຮັກສາການເຈົ້າເມືອງສີໂຄດຕະບອງ.

ໃນຕອນທ້າຍພິທີ ທ່ານ ຄໍາມາ ແສງມີໄຊ  ກໍໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ເພື່ອໃຫ້ທິດຊິ້ນໍາແກ່ບັນດາທ່ານ ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງຕໍ່ການປັບປຸງກົງຈັກການຈັດຕັ້ງ ຄັ້ງນີ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa