ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ເຂດເລືອກຕັ້ງທີ 1
ລົງໂຄສະນາຫາສຽງ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ
ວັນທີ 10 ກຸມພາ 2026 ນີ້, ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ, ນໍາໂດຍ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງເລຂາພັກກະຊວງ,ຮອງລັດຖະມົນຕີກະຊວງກະສິກໍາ ແລະ ສິ່ງແວດລ້ອມ ຜູ້ຮັບສະໝັກເລືອກຕັ້ງ ນ້ຳເບີ 04 ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງ ຈໍານວນ 04 ທ່ານ ໄດ້ລົງເຄື່ອນໄຫວພົບປະ ໂຄສະນາຫາສຽງ ຢູ່ກອງບັນຊາການທະຫານນະຄອນຫຼວງວຽງຈັນ, ໂດຍໃຫ້ການຕ້ອນຮັບຂອງ ສະຫາຍ ພົນຈັດຕະວາ ໂສພາວັນ ທໍາມະເທວາ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ,ມີຄະນະພັກກອງບັນຊາການ,ພະນັກງານຫຼັກແຫຼ່ງທົ່ວອົງການ 05 ຫ້ອງ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ.

ການລົງເຄື່ອນໄຫວຄັ້ງນີ້ ເພື່ອຮັບປະກັນໃຫ້ການໂຄສະນາຫາສຽງ ແລະ ການແນະນໍາຕົວຂອງຜູ້ສະໝັກ ໃຫ້ມີຄວາມທົ່ວເຖິງ ແລະ ເລິກເຊິ່ງໃນທຸກຂົງເຂດ,ຄະນະຜູ້ສະໝັກຮັບເລືອກຕັ້ງ ໄດ້ມີການແບ່ງຈຸລົງພົບປະພະນັກງານຫຼັກແຫຼ່ງ ແລະ ປະຊາຊົນໃນແຕ່ລະຈຸດພາຍໃນນະຄອນຫຼວງວຽງຈັນຢ່າງໃກ້ຊິດ, ໃນພິທີແຕ່ລະທ່ານຍັງໄດ້ຜ່ານ ຊີວະປະຫວັດຫຍໍ້ ແລະ ຜົນງານການເຄື່ອນໄຫວ ຂອງຕົນຢ່າງລະອຽດ ເພື່ອໃຫ້ຜູ້ມີສິດເລືອກຕັ້ງໄດ້ຮັບຮູ້ຂໍ້ມູນຢ່າງຮອບດ້ານ ແລະ ຖີ່ຖ້ວນ, ການພົບປະຄັ້ງນີ້ ຖືເປັນບາດກ້າວອັນສໍາຄັນ ແນໃສ່ໃຫ້ພະນັກງານນາຍ ແລະ ພົນທະຫານ ສາມາດຕັດສິນໃຈປ່ອນບັດຄັດເລືອກເອົາຕົວແທນທີ່ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ ແລະ ຮັກຊາດ ຮັກປະຊາຊົນຢ່າງແທ້ຈິງ ເຂົ້າໄປເຮັດໜ້າທີ່ເປັນກະບອກສຽງປົກປ້ອງສິດ ແລະ ຜົນປະໂຫຍດ ຂອງປະຊາຊົນ ຢູ່ໃນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໃຫ້ມີຄວາມເຂັ້ມແຂງ ແລະ ສັກສິດກວ່າເກົ່າ ແນໃສ່ເຮັດໃຫ້ການປອ່ນບັດເລືອກຕັ້ງມີປະສິດທິຜົນ ແລະ ເຂັ້ມງວດຕາມລະບຽບກົດໜາຍ.
ສໍາລັບຜູ້ລົງສະໜັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ນີ້ ມີທັງໜົດ 25 ສະຫາຍ, ຍິງ 7 ສະຫາຍ, ໃນນັ້ນຈະໄດ້ເລືືອກເອົາ 19 ສະຫາຍ ເພື່ອເປັນຕົວແທນໃຫ້ແກ່ ປະຊາຊົນບັນດາເຜົ່າ ພາຍໃນນະຄອນຫຼວງວຽງຈັນ ເຂົ້າໄປເຮັດວຽກຢູ່ໃນສະພາ ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້.

