ພິທີຝຶກອົບຮົມວຽກງານເອກະສານໃຫ້ແກ່ພະແນກການ, ອົງການທຽບເທົ່າ ແລະ ຂັ້ນເມືອງ ໄດ້ຈັດຂຶ້ນໃນວັນທີ 11 ກໍລະກົດ 2025 ຢູ່ທີ່ສະໂມສອນປົກຄອງເມືອງສີສັດຕະນາກ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ແສງດາວເດດ ກັດຕິຍະສັກ ຮອງຫົວໜ້າກົມເອກະສານແຫ່ງຊາດ ຫ້ອງວ່າການສໍານັກງານຍາຍົກລັດຖະມົນຕີ, ທ່ານ ສົມເດັດ ວົງພູທອນ ຮອງຫົວໜ້າພະແນກພາຍໃນ ນະຄອນຫຼວງວຽງຈັນ ມີບັນດາທ່ານນັກສໍາມະນາກອນທີ່ມາຈາກພະແນກການ, ອົງການທຽບເທົ່າ ຂັ້ນນະຄອນຫຼວງວຽງຈັນ ແລະ ເມືອງ ເຂົ້າຮ່ວມ.
ໃນໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ເຫັນຄວາມສໍາຄັນກ່ຽວກັບວຽກງານເອກະສານ ແລະ ເອົາໃຈໃສ່ຊີ້ນໍາ ນໍາພາວຽກງານດັ່ງກ່າວເຊິ່ງໄດ້ປະກາດໃຊ້ ນິຕິກຳຫຼາຍສະບັບກ່ຽວກັບວຽກງານຄຸ້ມຄອງ ແລະ ສຳເນົາເອກະສານເຊິ່ງໄດ້ອອກຄຳສັ່ງກ່ຽວກັບວຽກງານເອກະສານ ນັບແຕ່ປີ 1986 ເຖິງປີ 2000 ມີ 6 ສະບັບ ຂໍ້ກໍານົດກ່ຽວກັບໜ່ວຍງານຮັບຜິດຊອບເອກະສານ ຈໍານວນ 02 ສະບັບ ແລະ ບົດແນະນໍາ 01 ສະບັບ; ມາຮອດປີ 2015 ລັດຖະບານ ໄດ້ອອກດໍາລັດ ສະບັບເລກທີ 239/ລບ, ລົງວັນທີ 13 ສິງຫາ 2015 ວ່າດ້ວຍເອກະສານທາງການ ລັດຖະມົນຕີກະຊວງພາຍໃນ ໄດ້ອອກຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍເອກະສານທາງການ ສະບັບເລກທີ 02/ພນ, ລົງວັນທີ 05 ເມສາ 2016 ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເອກະສານ ແລະ ສໍາເນົາເອກະສານໃຫ້ເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ; ຜ່ານການຈັດຕັ້ງປະຕິບັດນິຕິກາດັ່ງກ່າວ ມາໄດ້ໄລຍະໜຶ່ງເຫັນວ່າໄດ້ຮັບການປັບປຸງໃຫ້ເຂົ້າ ສູ່ລະບຽບຫຼັກການເທື່ອລະກ້າວ ແລະ ມີຜົນສຳເລັດໂດຍພື້ນຖານ ແຕ່ເຖິງຢ່າງໃດກໍ່ຕາມ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ ຮັບການປັບປຸງ ແລະ ກຳນົດເພີ່ມເຕີມຕື່ມ ເພື່ອຮັບປະກັນ ຄຸ້ມຄອງມະຫາພາກເຊັ່ນ: ຂອບເຂດການຄຸ້ມຄອງເອກະສານ ໃຫ້ກວມລວມທຸກຂົງເຂດປັບປຸງຮູບແບບເອກະສານທາງການໃຫ້ຄົບຖ້ວນຖືກຕ້ອງ ແລະ ສອດຄ່ອງກັບຕົວຈິງ ໄດ້ກຳນົດອາຍຸການປົກປັກຮັກສາ ເພື່ອເປັນບ່ອນອີງໃນການເກັບຮັກສາຫຼືທຳລາຍເອກະສານ ທີ່ໝົດຄຸນຄ່າຂອງບັນດາການຈັດຕັ້ງເພື່ອເພີ່ມທະວີບົດກບາດການຄຸ້ມຄອງກວດກາວຽກງານດັ່ງກ່າວຢູ່ ບັນດາການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມໝາຍໜັກແໜ້ນ ແລະ ເປັນຮູບປະທຳ; ເພື່ອເປັນການຈັດຕັ້ງເຜີຍແຜ່ນິຕິກໍາທັງສອງສະບັບໃຫ້ແກ່ບັນດາການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນກຳລັງປະກອບອາວຸດ ພະແນກການຂັ້ນນະຄອນຫຼວງວຽງຈັນ ແລະ ຫ້ອງການພາຍໃນມີຄວາມເປັນເອກະພາບກັນ.
ເອກະສານທີ່ຝຶກອົບຮົມໃນຄັ້ງນີ້, ປະກອບມີ 4 ເອກສານ ຄື: ກົດໝາຍວ່າດ້ວຍເອກະສານ ແລະ ຄໍາແນະນໍາການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍເອກະສານ, ເຕັກນິກການຮ່າງເອກະສານ, ວຽກງານຄຸ້ມຄອງເອກະສານ, ວຽກງານສໍາເນົາເອກະສານ ແລະ ກອງປະຊຸມໄດ້ດໍາເນີນເປັນເວລາ 1 ວັນ.