ໃນວັນທີ 10 ກໍລະກົດ 2025 ນີ້ ຢູ່ທີ່ຫ້ອງວ່າການ ນະຄອນຫຼວງວຽງຈັນ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພົບປະ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ໃໝ່ ໂດຍມີບັນດາທ່ານຄະນະຜູ້ຕິດຕາມທັງສອງຝ່າຍ ເຂົ້າຮ່ວມ.
ການພົບປະໃນຄັ້ງນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ສະແດງຄວາມຍິນດີຕ້ອນຮັບ ທ່ານລັດລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຜູ້ໃໝ່ ພ້ອມດ້ວຍຄະນະ ທີ່ໄດ້ມາພົບປະຢ້ຽມຢາມ ພ້ອມດຽວກັນນີ້ ກໍໄດ້ມີການແລກປ່ຽນບົດຮຽນ ແລະ ຖອດຖອນບົດຮຽນນໍາກັນ ເພື່ອຈະມາພັດທະນາພື້ນຖານໂຄງລ່າງ ນະຄອນຫຼວງວຽງຈັນ ໃຫ້ມີໂສມໜ້າໃໝ່ ແລະ ຈະໄດ້ກະກຽມໃນຫຼາຍໜ້າວຽກ ເພື່ອສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງພັກ ທີ່ຈະມາເຖິງໃນຕໍ່ໜ້ານີ້.