
ໃນວັນທີ 22 ຕຸລາ 2025 ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນກໍ່ສ້າງພະນັກງານ ເລຮົ່ງຟອງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໄດ້ມີການລົງນາມບົດບັນທຶກການຮ່ວມມືສອງຝ່າຍ ໄລຍະ 2025-2030 ຢູ່ທີ່ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໂດຍມີສະຫາຍ ພົງສະຫວັນ ສີລິພັນ ກໍາມມະການປະຈໍາພັກ, ຫົວໜ້າໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ສະຫາຍ ນາງ ຫງວຽນ ຖິ ກິມ ແທັງ ຮອງຫົວໜ້າໂຮງຮຽນກໍ່ສ້າງພະນັກງານ ເລຮົ່ງຟອງ ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ ໂດຍການເຂົ້າເປັນສັກຂີພິຍານຂອງສະຫາຍ ສີລິລາດທົງສິນ ທອງເພັງ ຮອງເລຂາຄະນະພັກ ນະຄອນຫຼວງວຽງຈັນ ແລະ ມີຜູ້ຕາງໜ້າຈາກສະຖານທູດຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມ.
ໂດຍປະຕິບັດຕາມບົດບັນທຶກການຮ່ວມມື ຂອງທັງສອງໂຮງຮຽນທີ່ໄດ້ເຊັນກັນ ຄັ້ງວັນທີ 09 ສິງຫາ 2022 ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ (ມີກຳນົດເວລາໄລຍະ 3 ປີ); ຕໍ່ກັບການຈັດຕັ້ງຜັນຂະຫຍາຍເນື້ອໃນບົດບັນທຶກການຮ່ວມມືທີ່ສອງໂຮງຮຽນໄດ້ລົງນາມກັນ ເຊິ່ງມີຫຼາຍໜ້າວຽກ ແມ່ນມີຄວາມຄືບໜ້າດີເຊັ່ນ: ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະວິຊາການ ຂອງສອງໂຮງຮຽນ ໄດ້ດໍາເນີນການໄປມາຫາສູ່ກັນຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ; ໂຮງຮຽນ ກໍ່ສ້າງພະນັກງານເລຮົ່ງຟອງ ນະຄອນຫຼວງຮ່າໂນ້ຍ ຊ່ວຍສົ່ງພະນັກງານ, ຄູ-ອາຈານມາສິດສອນ ແລະ ນະຄອນຫຼວງວຽງຈັນ ກໍໄດ້ມີການແລກປ່ຽນບົດຮຽນໃນການຝຶກອົບຮົມພະນັກງານເສນາທິການຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ເປີດການສິດສອນຮໍ່າຮຽນ ຢູ່ໂຮງຮຽນການເມືອງ ແລະ ການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ; ແຕ່ລະປີ, ໂຮງຮຽນກໍ່ສ້າງພະນັກງານເລຮົ່ງຟອງ ນະຄອນຫຼວງຮ່າໂນ້ຍ ຍິນດີ ຮັບຕ້ອນນັກສຶກສາຂັ້ນກາງທິດສະດີການເມືອງ, ຂອງໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ໄປທັດສະນະສຶກສາ ຢູ່ ສສ ຫວຽດນາມ ແລະ ອື່ນໆ… ພ້ອມນັ້ນກໍ່ໄດ້ມີການຊ່ວຍເຫຼືອທາງດ້ານວັດຖຸ-ທຶນຮອນຈຳນວນໜຶ່ງ ເຊິ່ງເປັນການປະກອບສ່ວນເຂົ້າໃນ ການພັດທະນາ ແລະ ຍົກລະດັບໂຮງຮຽນ ຂອງພວກຂ້າພະເຈົ້າຕະຫຼອດມາ ຕາງໜ້າໃຫ້ການນໍາ ຂອງໂຮງຮຽນ ແດງຄວາມຂອບອົກຂອບໃຈ ເປັນຢ່າງຈິງໃຈ ມາຍັງການນໍາ ຂອງໂຮງຮຽນກໍ່ສ້າ’ພະນັກງານເລຮົ່ງຟອງ ຢ່າງຈິງໃຈມານະທີ່ນີ້ດ້ວຍ.
ເພື່ອສືບຕໍ່ຜັນຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ໂຮງຮຽນການເມືອງ ແລະ ການປົກຄອງ ນະຄອນຫຼວງວຽງຈັນ ແລະ ໂຮງຮຽນກໍ່ສ້າງພະນັກງານເລຮົ່ງຟອງ ນະຄອນຫຼວງຮ່າໂນ້ຍ ໄດ້ພ້ອມກັນຈັດຕັ້ງປະຕິບັດບັນດາເນື້ອໃນ ທີ່ກຳນົດໄວ້ໃນບົດບັນທຶກການ ຮ່ວມມືໄລຍະແຕ່ປີ 2025-2030 ທີ່ໄດ້ລົງນາມກັນ ເພື່ອໃຫ້ເກີດຜົນເປັນຈິງ ກວ່າໄລຍະທີ່ຜ່ານມາ; ຂໍໃຫ້ສາຍພົວພັນມິດຕະພາບ ຂອງສອງໂຮງຮຽນພວກເຮົາ ບໍ່ມີວັນເຫືອດແຫ້ງ, ຍິ່ງແຕກດອກອອກຜົນ ແລະ ງົດງາມຕະຫຼອດໄປ.
