ສສຊ ກຸ່ມ 1 ເຂດ 1 ສືບຕໍ່ເຄື່ອນໄຫວໃກ້ຊິດປະຊາຊົນ

ສສຊ ກຸ່ມ 1 ເຂດ 1 ສືບຕໍ່ເຄື່ອນໄຫວໃກ້ຊິດປະຊາຊົນ

       ຜູ້ລົງສະໝັກເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຄອນຫຼວງວຽງຈັນ ສືບຕໍ່ເຄື່ອນໄຫວພົບປະພໍ່ແມ່ປະຊາຊົນແບບວັນຕໍ່ວັນ.
ຕອນເຊົ້າວັນທີ 12 ກຸມພາ 2026, ຄະນະຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ (ນວ) ກຸ່ມທີ 1 ຈໍານວນ 5 ທ່ານ ໄດ້ລົງເຄື່ອນໄຫວໂຄສະນາຫາສຽງ ແລະ ສະເໜີຕົວຕໍ່ຜູ້ມີສິດປ່ອນບັດເລືອກຕັ້ງ ຢູ່ກຸ່ມດົງ​ໂດກ ນໍາພາເຄື່ອນໄຫວໂດຍ ທ່ານ ປອ. ອາດສະພັງທອງ ສີພັນດອນ (ນໍ້າເບີ 2), ເຈົ້າຄອງນະຄອນຫຼວງວຽງຈັນ; ມີທ່ານ ນາງ ດາລານີ ພົມມະວົງສາ (ນໍ້າເບີ 7), ຮອງລັດຖະ​ມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ; ທ່ານ ສາລະພິດ ສູນວໍລະວົງ (ນໍ້າເບີ 12), ຫົວໜ້າພະແນກແຮງ​ງານ ແລະ ສະຫວັດດີການສັງຄົມ ນວ; ທ່ານ ທະນົງສິດ ເມືອງຈັນ (ນໍ້າເບີ 13), ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ນວ ແລະ ທ່ານ ນາງ ກັນທິນາ ປ້ານອິນຫວນ (ນໍ້າເບີ 17), ຫົວໜ້າກົມຕິດຕາມກວດກາວຽກງານຍຸຕິທຳ ກຳມາທິການຍຸຕິທຳສະພາແຫ່ງຊາດ ແລະ ຮອງປະທານສະຫະພັນແມ່ຍິງສະພາແຫ່ງຊາດຮ່ວມເຄື່ອນ​ໄຫວ.
       ຕ້ອນຮັບໂດຍ ທ່ານ ເພັດສົມພອນ ແສນສີ ປະທານຄະ ນະກຳມະການປົກຄອງເມືອງໄຊທານີ ເຊິ່ງມີຄະນະພັກ- ຄະນະນໍາເມືອງໄຊທານີ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ 8 ບ້ານເຂົ້າຮ່ວມ. ໃນນັ້ນ, ມີບ້ານ ຫນອງວຽງຄໍາ, ວຽງແກ້ວ, ດົງໂດກ,ຫ້ວຍແດນເມືອງ, ໂນນແສງຈັນ, ຫ້ວຍເຕີຍ, ສະພັງເມີກ ແລະ ບ້ານນາທົ່ມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa